ນາຍົກລັດຖະມົນຕີ ຢ້ຽມຢາມ ຈຸດສຸມຜາສັງ ເມືອງເຟືອງ ແຂວງວຽງຈັນ

ໜັງສືພິມ ແຂວງວຽງຈັນ ລາຍງານວ່າ: ວັນທີ 18 ມິຖຸນາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ລົງມາຢ້ຽມຢາມ ແລະ ເຮັດວຽກຢູ່ຈຸດສູມຜາສັງ ເມືອງເຟືອງ ແຂວງວຽງຈັນ, ຕ້ອນຮັບໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ມີເຈົ້າເມືອງໆເຟືອງ, ການນຳພັກ-ລັດ ຈາກສູນກາງ, ຂັ້ນແຂວງ, ເມືອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ທ່ານ ອາດ ວິໄລພົນ  ປະທານກວດກາພັກ-ລັດເມືອງເຟືອງ ໄດ້ຕາງໜ້າຂຶ້ນລາຍງານສະພາບລວມຂອງຕົວເມືອງນ້ອຍຜາສັງເມືອງເຟືອງວ່າ: ຈຸດສຸມຜາສັງ ແມ່ນໜຶ່ງໃນຈຸດສຸມພັດທະນາຂອງແຂວງວຽງຈັນ ໄດ້ຖືກຮັບຮອງເປັນ ຕົວເມືອງນ້ອຍໃນຊົນນະບົດ ໃນຄັ້ງວັນທີ 5 ມັງກອນ 2024, ມີ 10 ບ້ານຂື້ນກັບ, 156 ໜ່ວຍສາມັກຄີ, ມີ 2,415 ຄອບຄົວ, ມີພົນລະເມືອງ 14,265 ຄົນ, ຍິງ 7,049 ຄົນ, ມີ 5 ຊົນເຜົ່າຄື: ເຜົ່າລາວ, ເຜົ່າໄຕ, ເຜົ່າກຶມມຸ, ເຜົ່າມົ້ງ ແລະ ເຜົ່າອີວມ້ຽນ, ປະຊາຊົນສ່ວນຫລາຍຖືເອົາການປູກຝັງ-ລ້ຽງສັດ ທີ່ພົ້ນເດັ່ນແມ່ນ: ການປູກເຂົ້າ, ໝາກເດືອຍ, ຢາງພາລາ, ລ້ຽງໄກ່ໄຂ່ ແລະ ສັດໃຫຍ່, ສະເລ່ຍເຂົ້າເປືອກຕໍ່ຫົວຄົນໄດ້ 900 ກວ່າກິໂລຕໍ່ປີ. ປະຈຸບັນຍັງມີຄອບຄົວບໍ່ພົ້ນທຸກ (ທຸກຍາກ) ຈຳນວນ 112 ຄອບຄົວ.

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ພໍ່ແມ່ປະຊາຊົນທຸກຄົນ ຈົ່ງສືບຕໍ່ຮັກສາມູນເຊື້ອດຸໝັ່ນຂະຫຍັ່ນພຽນຂອງຕົນໃນການປູກຝັງລ້ຽງສັດ ຕາມທ່າແຮງທີ່ຕົນມີ ປູກໃຫ້ຫລາຍໃຫ້ກຸ້ມກິນ ສ່ວນທີ່ເຫລືອກໍສົ່ງອອກຈຳໜ່າຍເພື່ອສິນຄ້າສ້າງລາຍຮັບໃຫ້ແກ່ຄອບຄົວ ໃຫ້ມີຢູ່ມີກິນກ້າວໄປເຖິງການຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ພ້ອມນີ້ການຈັດຕັ້ງທີ່ກ່ຽວຂ້ອງກໍຕ້ອງໃຫ້ການສະໜັບໜູນໃນການຄົ້ນຫາແຫລ່ງທຶນຮອນ ເງິນກູ້ດອກເບ້ຍຕ່ຳ ສະໜອງໃຫ້ແກ່ເຂົາເຈົ້າອີກ. ສຳລັບການຈັດງານບຸນປະເພນີຂອງເຜົ່າຕ່າງໆກໍ່ຕ້ອງຢູ່ບົນພື້ນຖານຄວາມປະຢັດມັດທະຍັດຕາມຄວາມເໝາະສົມ.

ໂອກາດທີ່ມາຢ້ຽມຢາມໃນຄັ້ງນີ້ທ່ານນາຍົກລັດຖະມົນຕີໄດ້ນຳເອົາອຸປະກອນເຄື່ອງຫ້ອງໃຊ້ຫ້ອງການມາມອບໃຫ້ແກ່ຈຸດສຸມຜາສັງອີກດ້ວຍ.

ທີ່ມາ: ແຂວງວຽງຈັນໂພສ໌ Vieng Chanh Posted