ມົນລະພິດ ຈາກບໍ່ແຮ່ – ໄດ້ບໍ່ກຸ້ມເສຍ

ໂດຍ: ມຶກບໍ່ແຫ້ງ

ບໍ່ແຮ່ແມ່ນຂະແໜງການສຳຄັນ ຍູ້ດັນການພັດທະນາເສດຖະກິດ-ສັງຄົມຂອງ ສປປລາວ ແຕ່ພວກເຮົາ ໄດ້ພົບພໍ້ກັບບັນຫາ ເລື້ອຍມາ ທີ່ວ່າແຫຼ່ງນໍ້າເປັນພິດ ຂ້າຊີວິດປະຊາຊົນ ແລະລະບົບນິເວດ ຍ້ອນການຂຸດຄົ້ນບໍ່ແຮ່, ຈະແກ້ໄຂແນວໃດ?

ຍ້ອນເຫດຜົນທີ່ຈຳເປັນໃນການພັດທະນາ ບວກໃສ່ທ່າແຮງຂອງປະເທດເຮົາທີ່ມີບໍ່ແຮ່ປະເພດ ຕ່າງໆ ເຊັ່ນ ຄຳ, ທອງແດງ, ແຮ່ຫາຍາກ ແລະອື່ນໆ ເຊິ່ງເປັນທີ່ຫອມຫວນຂອງບັນດານັກລົງທຶນທັງພາຍໃນ ແລະຕ່າງປະເທດ ເຊິ່ງທົ່ວປະເທດ ມີໂຄງການ ລົງທຶນໃນຂະແໜງບໍ່ແຮ່  ທົ່ວປະເທດ ສະຖິຕິໃນປີ 2024  ມີ 963 ບໍລິສັດ ລັດຖະບານອະນຸຍາດ 244 ແລະ ທ້ອງຖິ່ນ 719 ບໍລິສັດ.

ແນ່ນອນ ວຽກງານບໍແຮ່ແມ່ນຂະແໜງການສຳຄັນ ທີ່ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງພວກເຮົາ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ກ່າວວ່າ ພາຍໃນປີ 2030 ຈະສູ້ຊົນໃຫ້ ຂະແໜງບໍ່ແຮ່ ສາມາດປະກອບສ່ວນ ຕໍ່ລາຍໄດ້ລວມຂອງປະເທດ (GDP) ຮອດ 25% ເຊິ່ງປັດຈຸບັນ ໂດຍສະເລ່ຍ 12-15%.  

ແຕ່ຫາກຖ້າວ່າ ການໄດ້ມາເຊິ່ງລາຍໄດ້ ຕ້ອງແລກກັບ ການສູນເສຍລະບົບນິເວດ, ແຫຼ່ງນໍ້າ, ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ຖະໜົນຫົນທາງ ຈາກບັນຫາຕ່າງໆເຫຼົ່ານີ້ ພວກເຮົາຄິດວ່ານັ້ນ ມັນກຸ້ມຄ່າລະບໍ? ໄປຕາມແນວທາງ ການພັດທະນາ ສີຂຽວ ຍືນຍົງ ທີ່ພວກເຮົາເວົ້າກັນຈົດຕິດປາກນັ້ນລະບໍ່? ແລະຍັງມີຄຳຖາມອື່ນໆ ທີ່ຂະແໜງການບໍ່ແຮ່ ຄວນຈະຕ້ອງມີຄຳຕອບ ໄປໃນທາງບວກຫຼາຍກວ່າປັດຈຸບັນ.

ເມື່ອບໍ່ດົນຜ່ານມາ ປະຊາຊົນ ກໍໄດ້ເຫັນນໍ້າປ່ຽນສີ ຢູ່ແຂວງຫົວພັນ ອີກເທື່ອໜຶ່ງ ເຊິ່ງກໍໄດ້ ອອກມາຊີ້ແຈງ ຈາກເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະທາງບໍລິສັດກໍໄດ້ຮັບປາກໃນການແກ້ໄຂ. ມາຮອດປັດຈຸບັນອຳນາດການປົກຄອງຂັ້ນ ເມືອງໂດຍສະເພາະ ຄື ເມືອງຊຽງຄໍ້ ແຂວງຫົວພັນ ກໍໄດ້ສັ່ງໂຈະໂຄງການບໍ່ແຮ່ທີ່ຂາດຄວາມຮັບຜິບຊອບພາຍໃນເມືອງຂອງຕົນ ເຊິ່ງເປັນແນວທາງທີ່ຄວນຍ້ອງຍໍຊົມເຊີຍ.

ກ່ອນໜ້ານັ້ນ ປະຊາຊົນແຂວງຫົວພັນ ຫຼາຍບ້ານກໍຖືກຜົນກະທົບຈາກກໍລະນີນີ້ ເຊັ່ນກັນ ໂດຍສົ່ງຜົນກະທົບໂດຍກົງຕໍ່ການຜະລິດ, ການຄໍ້າປະກັນສະບຽງອາຫານຂອງເຂົາເຈົ້າ, ປະຊາຊົນຫຼາຍຄົນຈົນນໍ້າຕາຕົກຍ້ອນ. ແທນທີ່ບັນດາ ໂຄງການພັດທະນາຈະສ້າງປະໂຫຍດ ແລະສົ່ງເສີມຊີວິດເຂົາເຈົ້າໃຫ້ດີຂື້ນກວ່າເກົ່າ.

ຍ້ອນແນວນັ້ນ, ພວກເຮົາຍັງຈະປ່ອຍໃຫ້ບັນດາບໍລິສັດຂຸດຄົ້ນບໍ່ແຮ່ ລະເຫລີງ ແລະບໍ່ມີຄວາມຮັບຜິດຊອບເຊັ່ນນີ້ບໍ່? ຜູ້ຂຽນຄິດເຖິງຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ ທ່ານໜຶ່ງຈາກແຂວງຫຼວງນໍ້າທາທີ່ໄດ້ກ່າວໃນກອງປະຊຸມສະໄໝສາມັນວ່າ ບັນດາບໍລິສັດຕ່າງໆທີ່ໄດ້ຮັບການລົງທຶນນັ້ນ ບໍ່ສາມາດທີ່ຈະເຮັດຜິດລະບຽບກົດໝາຍໄດ້ ຖ້າຫາກຂະແໜງການທີ່ກ່ຽວຂ້ອງຂອງລັດ ມີຄວາມເຂັ້ມແຂງ ແລະມີຄວາມຮັບຜິດຊອບຕໍ່ໜ້າ ລະບຽບກົດໝາຍ.

ເຊິ່ງຄຳເຫັນດັ່ງກ່າວ ກໍຊີ້ໃຫ້ເຫັນວ່າ ພວກເຮົາຈະມີຄວາມເຄົາລົບຕໍ່ໜ້າລະບຽບກົດໝາຍຢ່າງເຄັ່ງຄັດ. ໃນກົດໝາຍຊັບພະຍາກອນນໍ້າ ປີ 2017 ມາດຕາ ​57 ໄດ້ເວົ້້າວ່າ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນການລົງທຶນ ຫຼື ກິດຈະກຳຕ່າງໆ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ນໍ້າ ແລະ ຊັບພະຍາກອນນໍ້າ ຕ້ອງຮັບຜິດຊອບແກ້ໄຂ, ບູລະນະຟື້ນຄືນ ສິ່ງທີ່ຖືກທຳລາຍ ແລະເສື່ອມໂຊມນັ້ນ ໂດຍມີການ ຕິດຕາມກວດກາ ຂອງອົງການປົກຄອງທ້ອງຖິ່ນ ແລະຂະແໜງການທີ່ກ່ຽວຂ້ອງ.

ພ້ອມນັ້ນ, ໃນກົດໝາຍ ບໍ່ແຮ່ ປີ 2017 ໃນ ມາດຕາ ທີ 6  ຫຼັກການ ກ່ຽວກັບວຽກງານແຮ່ທາດ ໃນຂໍ້ 2 ກໍໄດ້ ຂຽນວ່າ ຮັບປະກັນການດຳເນີນກິດຈະການ ກ່ຽວກັບແຮ່ທາດ ແລະນຳໃຊ້ແຮ່ທາດຢ່າງປະຢັດ, ມີປະສິດທິພາບ, ປະສິດທິຜົນ, ໂປ່ງໃສ, ຮັບປະກັນຄວາມປອດໄພ, ການພັດທະນາເຂດບໍ່ແຮ່ໃຫ້ຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ.

ຜູ້ຂຽນຄິດວ່າ ໃນເບື້ອງຂອງແນວທາງ ແລະລະບຽບການຕ່າງໆນັ້ນ ພວກເຮົາສະໜັບສະໜູນການພັດທະນາທີ່ຍືນຍົງຢ່າງເຕັມສ່ວນ ແຕ່ເບື້ອງການຈັດຕັ້ງປະຕິບັດ ແມ່ນຍັງຢູ່ຫ່າງໄກ ຈາກທີ່ຂຽນໄວ້ໃນນິຕິກຳ. ບໍ່ວ່າສັງຄົມໃດ ຫາກຂາດຄວາມເຄົາລົບຕໍ່ລະບຽບ ກົດໝາຍບ້ານເມືອງ ບໍ່ຮ່ອນຈະເລີນຮຸ່ງເຮືອງໄດ້, ການຂຸດຄົ້ນຊັບພະຍາກອນທຳມະຊາດ ທີ່ໝົດແລ້ວໝົດເລີຍນີ້ ຕ້ອງມີຄວາມຮັບຜິດຊອບຕໍ່ສັງຄົມ-ສິ່ງແວດລ້ອມຫຼາຍກວ່ານີ້. ເພາະສະນັ້ນ ມະຕິສູນກາງພັກ ຈຶ່ງໄດ້ ສັ່ງໂຈະ ພິຈາລະນາ ໂຄງການ ຂຸດຄົ້ນແຮ່ໃໝ່ ທຸກປະເພດ ແລະ ໃຫ້ ຍົກເລີກ ສັນຍາ ທຸກໂຄງການ ທີ່ບໍ່ປະຕິບັດຕາມລະບຽບ ແລະກົດໝາຍ ຂອງປະເທດເຮົາ.