ຫຼັກການ 5 ປ. ຄືສິ່ງຈຳເປັນການກຳຈັດແຫຼ່ງແພ່ພັນຂອງຍຸງລາຍ ຕົວການນຳເຊື້ອພະຍາດ

ໂດຍ: ຜາຕຸງ
ເຮົາເຄີຍໄດ້ຍິນ ແລະ ໄດ້ຟັງຈົນເກືອບລຶ້ງຫູແລ້ວ ກັບຄຳເວົ້ທີ່ວ່າ: “ຍຸງລາຍ ຮ້າຍກວ່າເສືອ ແຕ່ລະປີ ບໍ່ມີຄົນຕາຍຍ້ອນຖືກເສືອກັດ ແຕ່ຍຸງລາຍພັດກັດຄົນໃຫ້ຕາຍປີລະຫຼາຍຄົນ” ເຊິ່ງປັດຈຸບັນ ຍັງບໍ່ທັນມີວັກຊີນຊະນິດໃດທີ່ຈະມາປິ່ນປົວໃຫ້ຫາຍຂາດຈາກພະຍາດນີ້ໄດ້ເທື່ອ ສ່ວນຫຼາຍແລ້ວກາານປິ່ນປົວຂອງແພດໝໍກໍຈະປິ່ນປົວໄປຕາມອາການເທົ່ານັ້ນ, ພະຍາດໄຂ້ຍຸງລາຍຈະລະບາດຫຼາຍໃນລະດູຝົນເຊິ່ງເປັນໄລຍະທີ່ມີນ້ຳຫົ້ງນ້ຳຄ້າງຕາມສິ່ງເສດເຫຼືອຕ່າງໆ ເຊັ່ນ ກະໂປະ ກະປ໋ອງ ຢາງຕີນລົດເກົ່າທີ່ບໍ່ໃຊ້ແລ້ວ ຖິ້ມປະຢູ່ຕາມກາງບ້ານຮ້ານຫຍ້າ ຊຶ່ງເປັນເງື່ອນໄຂອຳນວຍໃນການຂະຫຍາຍພັນຂອງຍຸງລາຍ.
ພວກເຮົາຮູ້ແລ້ວວ່າໄຂ້ເລືອດອອກ ຫຼື ໄຂ້ຍຸງລາຍ ເກີດມາຈາກຍຸງລາຍເປັນຕົວການນຳເອົາເຊື້ອພະຍາດມາສູ່ຄົນ, ຊຶ່ງແຕ່ລະປີພະຍາດນີ້ໄດ້ລະບາດເປັນວົງກ້ວາງໃນທຸກແຂວງທົ່ວປະເທດ ແລະ ໄດ້ພາກຊີວິດຄົນເຮົາຊຶ່ງເປັນທີ່ຮັກຂອງຄອບຄົວ, ສັງຄົມໄປໃນແຕ່ລະປີບໍ່ໄດ້ຂາດ, ເພື່ອຈຳກັດ ພະຍາດໄຂ້ເລືອດ ອອກບໍ່ໃຫ້ແພ່ລະບາດເປັນວົງກວ້າງ.
ນັບແຕ່ເດືອນມັງກອນ ມາຮອດຕົ້ເດືອນ ກໍລະກົດ ປີ 2025 ມີຄົນຕິດເຊື້ອພະຍາດໄຂ້ຍຸງລາຍເກືອບ 3 ພັນຄົນ ແຕ່ຍັງບໍ່ມີຜູ້ເສຍຊີວິດ ແຕ່ພວກເຮົາກໍ່ບໍ່ຄວນຖືເບົາໃນການເຝົ້າລະວັງ ຄອຍຕິດຕາມ ແລະ ຕອບໂຕ້ພະຍາດນີ້ໃຫ້ທັນການເພື່ອບໍ່ໃຫ້ການຕິດເຊື້ອພະຍາດ ຂະຫຍາຍອອກໄປເປັນບໍລິເວນກ້ວາງ ຊຶ່ງເຊື່ອວ່າຕົວເລກຜູ້ຕິດເຊື້ອພະຍາດນີ້ອາດຍັງຈະເພີ່ມຫຼາຍຂຶ້ນອີກ ຖ້າຫາກພວກເຮົາຍັງຖືເບົາບໍ່ເອົາໃຈໃສ່ປ້ອງກັນຕົນເອງກໍຄືຄົນໃນຄອບຄົວ ແລະ ບໍ່ເອົາໃຈໃສ່ຮັກສາອະນາໄມ.
ແຕ່ລະປີລັດຖະບານຕ້ອງໄດ້ສຸມທຶນຮອນມະຫາສານເຂົ້າໃນການປາບປາມສະກັດກັ້ນ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໄຂ້ເລືອດອອກໄປຄວບຄູ່ກັບພະຍາດຕາມລະດູການຕື່ມອີກ, ຄຽງຄູ່ກັນນີ້ ນອກຈາກພາກລັດແລ້ວ ທຸກຄົນໃນສັງຄົມຕ້ອງເປັນ ເຈົ້າການໃນການຕ້ານ ແລະ ສະກັດກັ້ນຢ່າງເປັນຂະບວນການກວ້າງຂວາງ.
ສິ່ງສຳຄັນທຸກຄົນຕ້ອງປະຕິບັດຫຼັກການ 5 ປ. ໃຫ້ເຂັ້ມງວດ ຄື: ປົກປິດ ພາຊະນະທີ່ບັນຈຸນ້ຳກິນນ້ຳໃຊ້, ປ່ຽນຖ່າຍ ນ້ຳໃນພາຊະນະຕ່າງໆ,ນ້ຳໃນເຕົ້າດອກໄມ້ຖ້ານຮອງຕີນຕູ້; ປັບປຸງ ສະຖານທີ່ຢູ່ອາໄສໃຫ້ສະອາດຢູ່ສະເໝີ; ປ່ອຍປາ ຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ ແລະ ປະຕິບັດ ໃຫ້ເປັນນິດໄສປະຈຳຕົວໃນທຸກໆອາທິດເພື່ອຕັດວົງຈອນການຂະຫຍາຍຕົວຂອງຍຸງລາຍ, ການເສຍຊີວິດຍ້ອນໄຂ້ຍຸງລາຍເປັນສິ່ງທີ່ໃຜກໍ່ບໍ່ຢາກໃຫ້ເກີດ.
ດັ່ງນັ້ນຂໍໃຫ້ເອົາໃຈໃສ່ໃນການປ້ອງກັນແຕ່ຫົວທີດ້ວຍການທຳລາຍບ່ອນວາງໄຂ່ຂອງຍຸງລາຍບໍ່ໃຫ້ແຜ່ພັນ ເພາະຍຸງລາຍ ຮ້າຍກວ່າເສືອ ແຕ່ລະປີ ບໍ່ມີຄົນຕາຍຍ້ອນຖືກເສືອກັດ ແຕ່ຍຸງລາຍພັດກັດຄົນໃຫ້ຕາຍປີລະຫຼາຍຄົນ ໃຫ້ເຂົ້າໃຈວ່າຖ້າບໍ່ມີໜອນນ້ຳຍຸງລາຍກໍຈະບໍ່ມີໄຂ້ເລືອດອອກ.

