ເລັ່ງພັດທະນາການທ່ອງທ່ຽວໃຫ້ເປັນອຸດສາຫະກໍາຍືນຍົງຂອງປະເທດ

ໂດຍ: ທິດກໍ່າ

ມາຮອດປັດຈຸບັນ ເຫັນວ່າຂະແໜງການທ່ອງທ່ຽວຂອງປະເທດເຮົານັບມື້ເຕີບໃຫຍ່ສົດໃສ ແລະ ຂະຫຍາຍຕົວເປັນໄລຍະໆ ແນ່ນອນໃນອະນາຄົດຕ້ອງກາຍເປັນອຸດສາຫະກໍາໜຶ່ງໃນການສ້າງແຫລ່ງລາຍຮັບຢ່າງມະຫາສານໃຫ້ປະເທດຊາດ.

ຈາກການລາຍງານຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ລາຍງານຜົນຂອງການຈັດຕັ້ງປະຕິບັດປີທ່ອງທ່ຽວລາວໃນປີ 2024 ແລະ ທິດທາງແຜນການໃນຕໍ່ໜ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃຫ້ຮູ້ວ່າ: ປີທ່ອງທ່ຽວລາວ 2024 ຜ່ານມາ ພາຍໃຕ້ຄໍາຂວັນ “ທ່ອງທ່ຽວລາວປອດໄພ, ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ” ໄດ້ມີນັກທ່ອງທ່ຽວພາຍ 3 ລ້ານກວ່າ ເທື່ອຄົນ ເພີ່ມຂຶ້ນເຖິງ 102% ກະຈາຍລາຍຮັບໄດ້ 632 ລ້ານກວ່າໂດລາສະຫະລັດ. ນັກທ່ອງທ່ຽວຈາກຕ່າງປະເທດຈໍານວນ 4 ລ້ານກວ່າ ເທື່ອຄົນ ກະຈາຍລາຍຮັບໄດ້ 1 ຕື້ກວ່າໂດລາສະຫະລັດ ເພີ່ມຂຶ້ນ 21% ສະເພາະສາມເດືອນຕົ້ນປີ 2025 ກໍມີນັກທ່ອງທ່ຽວຈາກຕ່າງແດນເຂົ້າມາທ່ຽວລາວແລ້ວ 1.2 ລ້ານ ເທື່ອຄົ້ນ ເພີ່ມຂຶ້ນ 11% ທຽບໃສ່ໄລຍະດຽວກັນຂອງປີ 2024. ຄາດຄະເນລາຍຮັບທີ່ຈະກະຈາຍໃນສັງຄົມມີເຖິງ 426 ລ້ານດວ່າ ໂດລາສະຫະລັດ, ສ່ວນນັກທ່ອງທ່ຽວພາຍໃນກໍມີເຖິງ 1,467,886 ເທື່ອຄົນ ເພີ່ມຂຶ້ນ 98.6% ທຽບໃສ່ໄລຍະດຽວກັນຂອງປີ 2024. ປະເມີນລາຍຮັບທີ່ຈະກະຈາຍໃນສັງຄົມມີເຖິງ 237,797,532 ໂດລາສະຫະລັດ.

ອັນທີ່ເວົ້າມານີ້ແມ່ນຕົວເລກທີ່ສະແດງໃຫ້ເຫັນຜົນໄດ້ຮັບ ກໍຄືຄວາມສໍາເລັດຕົວຈິງທີ່ເອົາມາຢັ້ງຢືນໃຫ້ເຫັນວ່າ: ຜ່ານການຈັດຕັ້ງປະຕິບັດໃນການຊຸກຍູ້ສົ່ງເສີມຂະແໜງການທ່ອງທ່ຽວແບບຈິງຈັງແມ່ນໄດ້ຮັບຜົນສໍາເລັດ ທັງມີຕົວເລກຕົວຜາເປັນກອບເປັນກໍາ ສົມກັບວ່າເຮັດການຄ້າບໍ່ລຸບທຶນ.

ບັນດາລາຍຮັບທີ່ວ່ານີ້ກໍໄດ້ທັງພາກລັດ ແລະ ເອກະຊົນນິຕິບຸກຄົນ ລວມທັງຜູ້ປະກອບການດ້ານຕ່າງໆໃນທົ່ວສັງຄົມ ແລະ ບໍ່ມີຜົນກະທົບອັນໃດຕໍ່ສະພາບແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນໂດຍລວມ.

ກໍດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ປະເທດຊາດຂອງພວກເຮົາເຖິງວ່າບໍ່ມີທະເລ, ແຕ່ກໍມີຈຸດຂາຍໃນການທ່ອງທ່ຽວໃນຫລາຍດ້ານ. ຕົວຢ່າງ: ມີທໍາມະຊາດອັນສວຍສົດງົດງາມ, ມີແມ່ນໍ້າລໍາເຊ, ພູຜາປ່າໄມ້, ຖໍ້າຮູພູເຂົາທີ່ຢັ່ງຢາຍຢູ່ໃນທົ່ວປະເທດ ສິ່ງເຫລົ່ານີ້ມັນເປັນຊັບສົມບັດອັນລໍ້າຄ່າຂອງປະເທດຊາດ. ນອກຈາກນັ້ນ ຍັງມີສະຖາປັດຕະຍະກໍາ, ພື້ນຖານວັດທະນະທໍາ, ຮີດຄອງປະເພນີ, ບຸນສິນກິນທານ, ວິຖີຊີວິດຂອງປະຊາຊົນບັນດາເຜົ່າ ຕະຫລອດເຖິງຮາກເຫງົ້າສິລະປະ, ແຫລ່ງປະຫວັດສາດຂອງຊາດທີ່ໜ້າສຶກສາຄົ້ນຄວ້າ ຂໍພຽງແຕ່ວ່າພວກເຮົາພ້ອມພັດທະນາໃຫ້ສິ່ງເຫລົ່ານັ້ນໃຫ້ເປັນແຫລ່ງຂຸມຊັບໃນການທ່ອງທ່ຽວ.

ເຖິງຢ່າງໃດກໍດີ, ເພື່ອເຮັດໃຫ້ຂະແໜງການທ່ອງທ່ຽວຂະຫຍາຍຕົວຢ່າງວ່ອງໄວກາຍເປັນອຸດສາຫະກໍາແບບຍືນຍົງຖົງໃຫຍ່ຂອງປະເທດ ສິ່ງທີ່ພວກເຮົາຄວນສຸມໃສ່ແກ້ໄຂຢ່າງເລັ່ງດ່ວນກໍຄືຖະໜົນຫົນທາງໃນການໄປມາໃຫ້ສະດວກ, ແຕ່ລະປີຄວນມີກິດຈະກໍາທີ່ຫລາກຫລາຍ ເພື່ອດຶງດູດນັກທ່ອງທ່ຽວທີ່ຢູ່ພາຍໃນ ແລະ ຕ່າງປະເທດ. ກໍ່ສ້າງ ແລະ ປັບປຸງແຫລ່ງທ່ອງທ່ຽວໃຫ້ສວຍງາມ ແລະ ມາດຕະຖານ. ການບໍລິການກໍຕ້ອງເປັນເລີດ, ສິ່ງສໍາຄັນອີກອັນໜຶ່ງທີ່ຂາດບໍ່ໄດ້ກໍຄືການໂຄສະນາເພື່ອສະໜອງຂໍ້ມູນຂ່າວສານໃນການທ່ອງທ່ຽວໃຫ້ຫລາກຫລາຍ ແລະ ທັນເວລາ. ໃນອະນາຄົດອັນບໍ່ໄກເຮົາເຊື່ອແນ່ວ່າ ຖ້າທຸກຄົນພ້ອມໃຈກັນເລັ່ງລັດພັດທະນາ, ກໍ່ສ້າງປັບປຸງສົ່ງເສີມຂະແໜງການນີ້ຢ່າງຈິງຈັງ ຄາດວ່າລາຍຮັບຂອງຊາດ ແລະ ຜູ້ປະກອບການຈະພາກັນຖົງຕຶ່ງດີກວ່າຂຸດຄົ້ນຊັບໃນດິນສິນໃນນໍ້າ, ຂຸດບໍ່ແຮ່ໝົດໄປແລ້ວມັນບໍ່ອອກໜໍ່ຈໍ່ແນວມາໃຫ້ເຮົາໄດ້ເຫັນອີກ.