ປະທານໄກສອນ ກ່າວໄວ້ວ່າ: “ການຈັດຕັ້ງປະຕິບັດ ເປັນທັງສາດ ແລະ ສິນ ບໍ່ສິ້ນເປືອງແຕ່ໄດ້ຄຸນນະພາບ”

ໂດຍ: ທິດດີ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໄດ້ດຳເນີນໄປເປັນເວລາ 14 ວັນ (9-26 ມິຖຸນາ 2025) ໄດ້ພິຈາລະນາຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ແບ່ງອອກເປັນມະຕິ 15 ສະບັບ ໃນນັ້ນມີ ປັບປຸງ ແລະ ສ້າງໃໝ່ກົດໝາຍ 10 ສະບັບ, ສະນັ້ນ, ການໂຄສະນາເຜີຍແຜ່ ແລະ ຈັດຕັ້ງເຊື່ອມຊຶມມະຕິດັ່ງກ່າວ ຖືເປັນວຽກງານສຳຄັນຫລາຍເພາະວ່າມີການເຊື່ອມຊຶມເຂົ້າໃຈ ຈຶ່ງສາມາດປະຕິບັດໃຫ້ປາກົດຜົນເປັນຈິງໄດ້.

ເມື່ອຫາກເວົ້າເຖິງ ການຈັດຕັ້ງປະຕິບັດນີ້ ມັນເປັນໄດ້ສອງຢ່າງ ມັນເປັນທັງສາດ ແລະ ສິນ ຄຽງຄູ່ກັນໄປ. ປະທານ ໄກສອນ ພົມວິຫານ ເຄີຍກ່າວໄວ້ວ່າ: ບັນຫາການຈັດຕັ້ງປະຕິບັດ ທັງເປັນວິທະຍາສາດ ທັງເປັນສິລະປະ, ມັນເປັນ ວິທະຍາສາດ ກໍຍ້ອນວ່າ ຢາກຈັດຕັ້ງປະຕິບັດໄດ້ດີ ແມ່ນຕ້ອງເຊື່ອມຊຶມແນວທາງ ແລະ ທັດສະນະຂອງພັກ ຕ້ອງກຳສະພາບຕົວຈິງໃຫ້ຊັດເຈນຮູ້ໄຈ້ແຍກສະພາບການຕົວຈິງຢ່າງສັດຈະວິພາກ ຈາກນັ້ນຈຶ່ງສາມາດວາງແຜນນະໂຍບາຍໂຄງການເຄື່ອນໄຫວ ແລະ ເລືອກເອົາໂຄງການທີ່ສິ້ນເປືອງແຮງງານໜ້ອຍທີ່ສຸດ ແຕ່ຫາກບັນລຸປະສິດທິຜົນສຸງສຸດ ບົນພື້ນຖານດັ່ງກ່າວນັ້ນຈຶ່ງຈັດວາງຊັບຊ້ອນກຳລັງເຂົ້າສູ່ການກະທຳຕົວຈິງ.

ບັນຫາຈັດຕັ້ງປະຕິບັດ ເປັນສິລະປະ ກໍຍ້ອນວ່າ ໃນເມື່ອໄດ້ວາງແຜນນະໂຍບາຍໂຄງການ ແລະ ຈັດວາງກຳລັງແລ້ວ ຕ້ອງຮູ້ຈັກກຳເອົາກາລະໂອກາດທີ່ອຳນວຍ ເພື່ອເຄື່ອນໄຫວໃຫ້ຖືກກັບກາລະໂອກາດນັ້ນ ຕ້ອງຮູ້ນຳໃຊ້ ຮູ້ສົມທົບທຸກກຳລັງ ແລະ ການເຄື່ອນໄຫວທຸກດ້ານຢ່າງເຂົ້າແກັບເຂົ້າເກຍ ແລະ ເປັນຈັງຫວະດຽວກັນ ຮູ້ວາງນະໂຍບາຍໄມ້ງັດອອກ ໂດຍກຳແໜ້ນບັນດາການພົວພັນທາງຜົນປະໂຫຍດເພື່ອປຸກລະດົມມະຫາຊົນ ຊຸກຍູ້ຂະບວນການໃນແຜນການເຄື່ອນໄຫວນັ້ນ ຕ້ອງມີການກຳນົດອັນໃດເປັນຈຸດໜັກ ອັນໃດເປັນຈຸດທົ່ວໄປ ແລະ ຕ້ອງຮູ້ຊອກ ຮູ້ສ້າງແບບຢ່າງ ແລະ ແຜ່ຂະຫຍາຍ ແບບຢ່າງນັ້ນອອກຢ່າງກວ້າງຂວາງ (ໄກສອນພົມວິຫານ ນິພົນເລືອກເຟັ້ນເຫຼັ້ມ 3 ໜ້າທີ່ 120 – 121).

ເວົ້າໃຫ້ເຂົ້າໃຈ ແລະ ກະທັດຮັດແບບບໍ່ເປືອງຫຼາຍກໍຄື ທຸກມະຕິຄຳສັ່ງ ຂໍ້ຕົກລົງ ແຈ້ງການຕ່າງໆຂອງພັກ ລວມເຖິງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍຂອງລັດ ລ້ວນແຕ່ມີມາດຕະການຈັດຕັ້ງປະຕິບັດ ຜ່ານການຈັດຕັ້ງປະຕິບັດຈຶ່ງສາມາດຖອດຖອນບົດຮຽນເພື່ອເພີ່ມເຕີມ ແລະ ບູລະນະຢ່າງບໍ່ຢຸດຢັ້ງ ພ້ອມທັງຢືດໝັ້ນໃນການຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ,  ດັ່ງນັ້ນຈຶງສະຫຼຸບວ່າ: “ການຈັດຕັ້ງປະຕິບັດເປັນທັງ ສາດ ແລະ ສິນ”