ທ່ານ ຮຸນ ເຊນ ຢືນຢັນ ກໍາປູເຈຍຢູ່ໄດ້ ເຖິງວ່າບໍ່ອາໄສນໍ້າມັນໄທ ພ້ອມເຕືອນມາດຕະການໄທອາດທໍາລາຍຕົນເອງ

ທ່ານ ຮຸນ ເຊນ ອະດີດນາຍົກລັດຖະມົນຕີກໍາປູເຈຍ ຍັງເຄື່ອນໄຫວກ່ຽວກັບບັນຫາການເມືອງໄທຢ່າງຕໍ່ເນື່ອງ, ຫລ້າສຸດໂພສຂໍ້ຄວາມເຕືອນເຖິງ “ເກມແຫ່ງການຄຸກຄາມ” ຈະກາຍເປັນມີດສອງຄົມທີ່ນໍາໄປສູ່ “ການທໍາລາຍຕົນເອງ” ພາຍຫລັງຝ່າຍຄ້ານຂອງໄທຮຽກຮ້ອງໃຫ້ລັດຖະບານໄທຢຸດການຂາຍນໍ້າມັນໃຫ້ກໍາປູເຈຍ ເພື່ອກົດດັນໃຫ້ກໍາປູເຈຍຍອມຈໍານົນ.
ທ່ານ ຮຸນ ເຊນ ຢືນຢັນວ່າ: ກໍາປູເຈຍຈະຍັງຢູ່ຕໍ່ໄປ ເຖິງວ່າບໍ່ໄດ້ຊື້ນໍ້າມັນຈາກປະເທດໄທ, ໃນທາງກົງກັນຂ້າມ ອາດເປັນບໍລິສັດ PTT ຂອງໄທເອງທີ່ຕ້ອງຜະເຊີນຜົນກະທົບຈາກມາດຕະການທີ່ອາດຈະເກີດຂຶ້ນ. ພ້ອມຕັ້ງຄໍາຖາມຄືນວ່າ: “ທ່ານຕ້ອງການໃຫ້ບໍລິສັດ PTT ຂອງໄທລົ້ມສະຫລາຍແມ່ນ ຫລື ບໍ່ ?” ຖ້າທ່ານຕ້ອງການແບບນັ້ນ ກໍປະຕິບັດຕາມທີ່ທ່ານຕ້ອງການໄດ້ເລີຍ.
ກໍາປູເຈຍກຽມພ້ອມຮັບມືຕໍ່ສະຖານະການທີ່ທ່ານຈະໃຊ້ຂົ່ມຂູ່ຄຸກຄາມພວກເຮົາ ບໍ່ວ່າຈະເປັນເລື່ອງອິນເຕີເນັດ, ໄຟຟ້າ, ແຮງງານ ແລະ ຕອນນີ້ນໍ້າມັນກໍາລັງຈະຖືກໃຊ້ເປັນອາວຸດອີກໜຶ່ງຢ່າງໃນເກມນີ້. ໃນອະດີດທ່ານເຄີຍດູຖູກ ແລະ ເລືອກປະຕິບັດຕໍ່ແຮງງານກໍາປູເຈຍ ໃຊ້ພວກເຂົາເປັນເຄື່ອງມືຕໍ່ລອງ, ແຕ່ເມື່ອເຮົາປະກາດວ່າຈະຮັບແຮງງານກັບປະເທດ ທ່ານກໍປ່ຽນທ່າທີທັນທີ. ເຫດຜົນຄື ຖ້າແຮງງານກໍາປູເຈຍຖອນຕົວຈາກໂຮງງານ, ຟາມ, ບໍລິສັດ ແລະ ໂຄງການກໍ່ສ້າງ ທຸລະກິດຈໍານວນຫລາຍໃນໄທອາດຕ້ອງປິດລົງເພາະຂາດແຮງງານ, ຖ້າທ່ານກ້າພໍ ລອງໄລ່ແຮງງານກໍາປູເຈຍອອກໃຫ້ໝົດ ແລ້ວມາເບິ່ງກັນວ່າຈະກະທົບເສດຖະກິດໄທຫລາຍໜ້ອຍຊໍ່າໃດ. ນໍ້າມັນເຊັ່ນດຽວກັນ ລອງເບິ່ງໄດ້ເລີຍ, ແຕ່ຢ່າລືມປຶກສາບໍລິສັດ PTT ຂອງໄທກ່ອນ ເພາະອາດໝາຍເຖິງການທໍາລາຍທຸລະກິດຂອງພວກເຂົາ ໂດຍສະເພາະເມື່ອ PTT ຍັງມີສະຖານີບໍລິການນໍ້າມັນໃນກໍາປູເຈຍ ຫລື ອາດຕ້ອງຫານໍ້າມັນຈາກປະເທດອື່ນມາຂາຍແທນ.
ນອກຈາກນີ້, ທ່ານ ຮຸນ ເຊນ ຍັງແນະນໍາໃຫ້ລັດຖະບານກໍາປູເຈຍ ແລະ ຜູ້ປະກອບການ ພິຈາລະນາຫັນແຫການຊື້ສິນຄ້າຈາກປະເທດໄທ ເພື່ອບໍ່ໃຫ້ຝ່າຍໄທມີເຫດຜົນມາໃຊ້ຂົ່ມຂູ່ອີກຕໍ່ໄປ ແລະ ຖ້າບັນຫາດ່ານຊາຍແດນຍັງບໍ່ໄດ້ຮັບການແກ້ໄຂ ກໍາປູເຈຍຄວນຢຸດການນໍາເຂົ້າສິນຄ້າກະປ໋ອງທຸກຊະນິດຈາກປະເທດໄທ ທັງເຄື່ອງດື່ມແອລກໍຮໍ, ເຄື່ອງດື່ມໃຫ້ພະລັງງານ, ປາກະປ໋ອງ ຫລື ຊີ້ນສັດກະປ໋ອງ ແລະ ຫັນມານໍາໃຊ້ສິນຄ້າຜະລິດໃນປະເທດ ຫລື ສິນຄ້າທີ່ນໍາເຂົ້າຈາກປະເທດອື່ນແທນ.
ພ້ອມເນັ້ນວ່າ: ປະຊາຊົນກໍາປູເຈຍຄວນມີວິໄສທັດກວ້າງໄກ ເບິ່ງຂ້າມຊາຍແດນກໍາປູເຈຍ ແລະ ກ້າວສູ່ອະນາຄົດຫລັງປີ 2030.
ອ້າງອີງ:
Samdech Hun Sen of Cambodia / Facebook

