ອີຣານເຜີຍ ບໍ່ເຈລະຈາຂໍ້ຕົກລົງນິວເຄຼຍ ຖ້າຍັງຖືກອິດສະລາແອນໂຈມຕີ

ທ່ານ ອັບບາສ ອາຣັກຊີ ລັດຖະມົນຕີຕ່າງປະເທດອີຣານ ກ່າວວ່າ: ອີຣານຈະບໍ່ເຈລະຈາກ່ຽວກັບໂຄງການນິວເຄຼຍ ຖ້າອີຣານຍັງຖືກອິດສະລາແອນໂຈມຕີ.
ທ່ານ ອາຣັກຊີ ກ່າວວ່າ: ບໍ່ມີຊ່ອງຫວ່າງສໍາລັບການເຈລະຈາກັບອາເມລິກາຈົນກວ່າການຮຸກຮານຂອງອິດສະລາແອນຈະຢຸດລົງ.
ເຖິງຢ່າງໃດກໍດີ, ທ່ານ ອາຣັກຊີ ມີກໍານົດພົບກັບລັດຖະມົນຕີຕ່າງປະເທດຂອງເອີຣົບຢູ່ນະຄອນຫລວງເຈນີວາ ເຊິ່ງເອີຣົບຫວັງວ່າຈະເປັນການປູທາງໄປສູ່ການເຈລະຈາທາງການທູດກ່ຽວກັບໂຄງການນິວເຄຼຍຂອງອີຣານ. ຂະນະທີ່ບົດບາດຂອງເອີຣົບມີຄວາມສໍາຄັນເພີ່ມຂຶ້ນໃນເວລານີ້ ເນື່ອງຈາກອີຣານບໍ່ເຕັມໃຈຈະເຈລະຈາກັບອາເມລິກາພາຍໃຕ້ການໂຈມຕີຂອງອິດສະລາແອນ.
ເຈົ້າໜ້າທີ່ອາວຸໂສຂອງອີຣານຄົນໜຶ່ງກ່າວວ່າ: ອີຣານພ້ອມຈະຫາລືກ່ຽວກັບການຈໍາກັດການເພີ່ມປະສິດທິພາບແຮ່ຢູເຣນຽມ.

