ວັດທະນະທຳການດື່ມ ແລະ ອຸບັດເຫດ ເຮົາບໍ່ດື່ມບໍ່ເມົາແຕ່ຖືກຄົນອື່ນເມົາມາຕຳເຮົາ
ໂດຍ: ມຶກບໍ່ແຫ້ງ ເມື່ອຮອດບຸນປີໃໝ່ລາວທຸກປີການເກີດອຸບັດເຫດແມ່ນສູງຂຶ້ນຢ່າງໜ້າຕົກໃຈ ເຊິ່ງນີ້ແມ່ນກ່ຽວຂ້ອງໂດຍກົງກັບວັດທະນະທຳການດື່ມທີ່ຂາດຄວາມຮັບຜິດຊອບ. ພໍບຸນປີໃໝ່ລາວ ໂປໂລຫົວອອກມາ ເຊິ່ງນັບແຕ່ຕົ້ນເດືອນເມສາພຸ້ນລະ ການສະເຫຼີມສະຫຼອງກໍເປັນໄປຢ່າງຄຶກຄັກ ໂດຍສະເພາະການດື່ມສຸລາ ທີ່ມີຢູ່ທົ່ວທຸກຫົນແຫ່ງ ເຊິ່ງມັນກໍອາດເປັນເລື່ອງທຳມະດາໄປແລ້ວ. ພວກເຮົາໄດ້ອ່ານ ແລະຮັບຮູ້ຂໍ້ມູນຢ່າງຫຼວງຫຼາຍກ່ຽວກັບການເກີດອຸບັດເຫດ ເທິງທ້ອງຖະໜົນ ເຊິ່ງໜຶ່ງໃນສາເຫດຕົ້ນຕໍກໍມາຈາກການດື່ມສິ່ງມຶນເມົາແລ້ວຂັບຂີ່ ອັນໄດ້ເກີດຄວາມເສຍທາງດ້ານຊີວິດ ແລະຊັບສິນເປັນຈຳນວນຫຼວງຫຼາຍ ເຮັດໃຫ້ຫຼາຍຄອບຄົວ ແທນທີ່ຈະມີຄວາມສຸກຊື່ນບານ ໃນມື້ບຸນປີໃໝ່…










