ສະຫລອງປີໃໝ່ລາວ ໃຫ້ເປັນຈຸດຂາຍໃນການທ່ອງທ່ຽວ

ສະຫລອງປີໃໝ່ລາວ ໃຫ້ເປັນຈຸດຂາຍໃນການທ່ອງທ່ຽວ

ບົດທິດກໍ່າ ຖ້າເຮົານັບຖອຍຫລັງກໍຍັງອີກບໍ່ພໍເທົ່າໃດວັນຈະຮອດເທສະການປີໃໝ່ລາວ ພສ 2566 ແລະ ຄສ 2023 ຄາດວ່າປີໃໝ່ປີນີ້ຈະເປັນປີໜຶ່ງທີ່ຍິ່ງໃຫຍ່ອາລັງການ ແລະ ມ່ວນຊື່ນທີ່ສຸດ. ອັນສາເຫດກໍຍ້ອນວ່າ ນັບແຕ່ການແຜ່ລະບາດຂອງພະຍາດໂຄວິດ-19 ມານີ້ ລາວເຮົາຍັງບໍ່ທັນມີເງື່ອນໄຂຈັດກິດຈະກໍາທາງການ ຫລື ທາງຮີດຄອງປະເພນີທີ່ໃຫຍ່ໂຕມະໂຫລານ ອັນໃດຫລວງຫລາຍ ເພາະວ່າທາງການເພິ່ນຍັງຈໍາກັດ, ບໍ່ທັນໄດ້ອະນຸຍາດໃຫ້ເຄື່ອນໄຫວຢ່າງເຕັມຮູບແບບເທື່ອ. ອີກປະການໜຶ່ງ…

ການຂ້າຕົວຕາຍບໍ່ແມ່ນວິທີທາງການແກ້ບັນຫາທີ່ຖືກຕ້ອງ ແຕ່ມັນຄືການສ້າງບັນຫາໃຫ້ກັບສັງຄົມຫລາຍຂຶ້ນ

ການຂ້າຕົວຕາຍບໍ່ແມ່ນວິທີທາງການແກ້ບັນຫາທີ່ຖືກຕ້ອງ ແຕ່ມັນຄືການສ້າງບັນຫາໃຫ້ກັບສັງຄົມຫລາຍຂຶ້ນ

ໂດຍ : ມຶກບໍ່ແຫ້ງ ການ​ຂ້າ​ຕົວ​​ຕາຍ​ຂອງ​ຄົນ​ ຖື​ວ່າ​ເປັນ​ການບໍ່​ເຄົາ​ລົບແມ່ນ​ແຕ່​ຕົນ​ເອງ, ເປັນ​ການ​ສູນ​ເສຍ​ຄຸນ​ຄ່າ​ຂອງ​ຄວາມ​ເປັນ​ຄົນຢ່າງ​ໜ້າ​ເວດ​ທະ​ນາ​ທີ່​ສຸດ. ຕາມການລາຍງານຂອງອົງການ ອະນາໄມໂລກ (WHO) ວ່າ ໃນ​ທຸກໆ​ປີ ມີ​ປະ​ຊາ​ກອນ​ທົ່ວ​ໂລກຫລາຍກວ່າ 700.000 ຄົນ​ຂ້າ​ຕົວ​ເອງ​ຕາຍ ເມື່ອ​ຄິດ​ໄລ່​ແລ້ວປະ​ມານ ໃນ​ທຸກໆ 40 ວິ​ນາ​ທີ  ມີຄົນຂ້າຕົວຕາຍ1 ຄົນ​…

ການແກ້ໄຂບັນຫາ ຝຸ່ນລະອອງໄລຍະຍາວ ພວກເຮົາຕ້ອງຮ່ວມໃຈກັນຢ່າງຈິງຈັງ ແລະ ເຂັ້ມງວດ

ການແກ້ໄຂບັນຫາ ຝຸ່ນລະອອງໄລຍະຍາວ ພວກເຮົາຕ້ອງຮ່ວມໃຈກັນຢ່າງຈິງຈັງ ແລະ ເຂັ້ມງວດ

ໂດຍ: ມຶກບໍ່ແຫ້ງ ຟ້າມືດຄື້ມ ຜູ້ຄົນຫາຍໃຈຍາກ ຍ້ອນຝຸ່ນລະອອງຈາກໄຟໄໝ້ປ່າບວກກັບໝອກຄວັນຈາກການເຜົາໄໝ້ອື່ນໆ ກາຍເປັນບັນຫາມົນລະພິດທາງອາກາດທີ່ຮ້າຍແຮງກວ່າໝາຍປີຜ່ານມາ ເຊິ່ງເຮັດໃຫ້ພວກເຮົາບໍ່ສາມາດນີ້ງນອນເສີຍໄດ້ ເພື່ອແກ້ໄຂບັນຫາດັ່ງກ່າວໄລຍະຍາວ. ການວັດແທກ ດັດຊະນີຄຸນນະພາບອາກາດ (Air Quality Index) ໃນອາທິດທີ່ຜ່ານມາເຫັນວ່າ ລະດັບ ມົນລະພິດໝອກຄວັນ ຫຼື ຝຸ່ນລະອອງນັ້ນຢູ່ໃນລະດັບທີ່ມີຜົນກະທົບປານກາງ ຫາສູງຕໍ່ສຸຂະພາບ ໂດຍສັງເກດເຫັນວ່າທ້ອງຟ້າຫຼາຍພື້ນທີ່ມືດມົວລວມທັງນະຄອນຫຼວງວຽງຈັນ….

ຄວັນພິດ ໄພງຽບທີ່ບໍ່ຄວນເບິ່ງຂ້າມ ແລະ ຕ້ອງແກ້ໄຂບັນຫາສະເພາະໜ້າ-ໄລຍະຍາວທີ່ຕົ້ນເຫດ

ຄວັນພິດ ໄພງຽບທີ່ບໍ່ຄວນເບິ່ງຂ້າມ ແລະ ຕ້ອງແກ້ໄຂບັນຫາສະເພາະໜ້າ-ໄລຍະຍາວທີ່ຕົ້ນເຫດ

ໂດຍ: ທິດກໍ່າ ໄລຍະເກືອບ 2 ອາທິດກວ່າໆມານີ້ ເຫັນພື້ນທີ່ປະເທດລາວເປັນສີແດງຈ່າຍວ່າຍ ຍ້ອນຄວັນໝອກແຫ້ງ ຫລືວ່າ ຄວັນພິດພີເອັມ 2.5 (PM2.5) ປົກຄຸມໜາແໜ້ນໃນທົ່ວປະເທດລາວ ເຊິ່ງເຫັນແລ້ວໜ້າເປັນຫ່ວງ ແລະ ເປັນຕາຢ້ານ. ກ່ອນໜ້ານີ້ ສິບປີຫລັງຄວັນສານພີເອັມບໍ່ຫລາຍປານນີ້ ເພາະໃນໄລຍະກ່ອນນັ້ນ ການບຸກເບີກພື້ນທີ່ທໍາລາຍປ່າເພື່ອການຜະລິດ ແລະ…

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເນັ້ນ ກຽມຄວາມພ້ອມຮັບ ແລະ ແກ້ໄຂບັນຫາໄຟໄໝ້ປ່າ

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ເນັ້ນ ກຽມຄວາມພ້ອມຮັບ ແລະ ແກ້ໄຂບັນຫາໄຟໄໝ້ປ່າ

ວັນທີ 28 ມີນາ 2023 ນີ້  ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ອອກແຈ້ງການ ໃຫ້ທຸກຂັ້ນເອົາໃຈໃສ່ເພີ່ມທະວີຄວາມເອົາໃຈໃສ່ໃນການກຽມຄວາມພ້ອມຮັບມື ກັບອັກຄີໄພ ແລະ ໄຟໄໝ້ລາມປ່າ ໃນໄລຍະລະດູແລ້ງ. ເນື່ອງຈາກສະພາບອາກາດທີ່ຮ້ອນອົບເອົ້າ ຊຶ່ງອາດເຮັດໃຫ້ເກີດມີອັກຄີໄພ ຫຼື ໄຟໄໝ້ລາມປ່າເປັນວົງກວ້າງຢູ່ໃນຂອບເຂດທົ່ວ ປະເທດ. ສະນັ້ນ, ເພື່ອກຽມພ້ອມຮັບມືກັບສະພາບການດັ່ງກ່າວ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ…

ປະເທດລາວ ມີຄວາມອຸດົມສົມບູນທາງທຳມະຊາດ ຢ່າເສຍໂອກາດໄປລ້າໆ ຍ້ອນບໍ່ກ້າລົງທຶນ

ປະເທດລາວ ມີຄວາມອຸດົມສົມບູນທາງທຳມະຊາດ ຢ່າເສຍໂອກາດໄປລ້າໆ ຍ້ອນບໍ່ກ້າລົງທຶນ

ໂດຍ: ທິດກໍ່າ ທິດກໍ່າໄດ້ອ່ານຄໍາເຫັນຂອງທ່ານ ອິນທີ ເດືອນສະຫວັນ ນັກປະພັນຜູ້ມີຊື່ສຽງໃນລາວເຮົາທີ່ໄດ້ເຜີຍແຜ່ຜ່ານສື່ແຕ່ວັນທີ 14 ຕຸລາ 2022 ກ່ຽວກັບບັນຫາການທ່ອງທ່ຽວຢູ່ປະເທດລາວເຮົາວ່າ: ຢາກໃຫ້ເອົາບົດຮຽນຈາກເພື່ອນບ້ານຫວຽດນາມ ເພາະອຸດສາຫະກຳການທ່ອງທ່ຽວຂອງເພິ່ນໄປໄກເຕີບໂຕແຂງແຮງຈົນສາມາດສ້າງລາຍຮັບເປັນອັນດັບສອງຂອງປະເທດ,ຍ້ອນວ່າ: ມີຄວາມເປັນມືອາຊີບສູງຫລາຍ ບໍ່ແປກທີ່ລາຍຮັບການທ່ອງທ່ຽວທະລຸ 20 ກວ່າຕື້ໂດລາສະຫະລັດ ໃນປີ 2019 ເປັນອັນດັບສອງຂອງລາຍຮັບແຫ່ງຊາດ. ບົດຮຽນຂອງຫວຽດນາມກ່ອນຈະມາຮອດຈຸດນີ້…

ຫ້ອງນໍ້າສະອາດ ກໍສາມາດ ດຶງດູດນັກທ່ອງທ່ຽວ ແລະ ລູກຄ້າໄດ້

ຫ້ອງນໍ້າສະອາດ ກໍສາມາດ ດຶງດູດນັກທ່ອງທ່ຽວ ແລະ ລູກຄ້າໄດ້

ຫ້ອງນໍ້າບໍ່ໄດ້ແມ່ນວຽກທີ່ເປັນບຸລິມະສິດຫຍັງດອກໃນການພັດທະນາການທ່ອງທ່ຽວ ແຕ່ມັນເປັນລາຍລະອຽດໜຶ່ງທີ່ພວກເຮົາບໍ່ຄວນເບິ່ງຂ້າມເພື່ອທີ່ຈະສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວ. ໃນມື້້ພັກປີໃໝ່ສາກົນທີ່ຜ່ານມາ ຜູ້ຂຽນໄດ້ມີໂອກາດໄປຢ້ຽມຢາມແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ມີຊື່່ສຽງຢູ່ພາກໃຕ້ຂອງລາວ ເຊິ່ງເປັນນໍ້າຕົກຕາດທີ່ເປັນຮູ້ຈັກດີພໍສົມຄວນ. ທຳມະຊາດ ຮວມທັງນໍ້າທີ່ໄຫຼລົງຈາກໜ້າຜານັ້ນເຮັດໃຫ້ຄວາມຊຸ່ມຊື່ນຈິດໃຈ, ມີຊີວິດຊີວາ ແຕ່ສິ່ງທີ່ຕິດໃນມະໂນພາບຂອງຜູ້ຂຽນພັດບໍ່ແມ່ນເລື່ອງຄວາມງາມເຫຼົ່ານັ້ນ ແຕ່ແມ່ນກິ່່ນແຮງໆ ຂອງຫ້ອງນໍ້າເຊິ່ງຜູ້ຄົນຊົມໃຊ້ຢ່າງ ຄັບຄາໜ້າແໜ້ນ ແຕ່ຫຼຽວໄປທາງໃດກໍບໍ່ມີຜູ້ຮັບຜິດຊອບມາອະນາໄມ, ເມື່ອເປັນດັ່ງນີ້ພວກເຮົາຈະເຮັດ ໃຫ້ຫ້ອງນໍ້າຕາມສະຖານທີ່ທ່ອງທ່ຽວເຮົາສະອາດໄດ້ແນວໃດ ?. ແລະແລ້ວກໍມາຄິດພໍ້ກັບນະໂຍບາຍດີໆທີ່ຜ່ານມາຂອງ ສປ ຈີນ ໃນປີ…

ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ

ລະວັງ ! ມັດຈຸລາດອາດມາພ້ອມກັບສະພາບອາກາດຮ້ອນອົບເອົ້າ

ໂດຍ: ທິດກໍ່າ ພໍຮອດເດືອນມີນາ ຫາ ເມສາ ແລະ ພຶດສະພາ ອາກາດໃນພາກພື້ນ ແລະ ລາວເຮົາມັກຈະຮ້ອນອົບເອົ້າ ແດດໄໝ້ແດດເຜົາ ເຊິ່ງປີນີ້ອາດແກ່ຍາວໄປຮອດມິຖຸນາ ໃນຂະນະດຽວກັນກໍມັກມີລົມພາຍຸພັດຖະຫລົ່ມ ມີທັງລົມຫົວກຸດ, ຝົນຕົກໜັກ, ຟ້າຜ່າ, ໝາກເຫັບຕົກ ອັນຈະກໍ່ໃຫ້ເກີດໄພອັນຕະລາຍແກ່ຊີວິດ, ຊັບສິນຂອງປະຊາຊົນບັນດາເຜົ່າຢ່າງກະທັນຫັນ ແລະ…

ມີຫລາຍປັດໄຈ ທີ່ຕ້ອງເອົາໃຈໃສ່ ເພື່ອໃຫ້ຜູ້ຂັບຂີ່ໄດ້ຮັບຄວາມປອດໄພເທິງທ້ອງຖະໜົນ

ມີຫລາຍປັດໄຈ ທີ່ຕ້ອງເອົາໃຈໃສ່ ເພື່ອໃຫ້ຜູ້ຂັບຂີ່ໄດ້ຮັບຄວາມປອດໄພເທິງທ້ອງຖະໜົນ

ໂດຍ: ມຶກບໍ່ແຫ້ງ ການເກີດອຸບັດເຫດເທິງທ້ອງຖະໜົນຂອງລາວຍັງມີອັດຕາສູງ ແລະເປັນສາເຫດທີ່ສຳຄັນຂອງການເສຍຊີວິດ ແລະເສຍອົງຄະຂອງຄົນຈຳນວນບໍ່ໜ້ອຍໃນແຕ່ລະປີ ເພາະສະນັ້ນ ຈະສາມາດເພີ່ມລະດັບຄວາມປອດໄພຂຶ້ນໄດ້ແນວໃດ? ການເສຍຊີວິດຂອງຜູ້ຂັບຂີ່ລົດຈັກທີ່ຈອດຖ້າໄຟແດງທີ່ນະຄອນຫຼວງວຽງຈັນເມື່ອບໍ່ດົນຜ່ານມານີ້ ເປັນໜ້າເສົ້າໃຈທີ່ສຸດ ເພາະຜ່ານມາສ່ວນຫຼາຍພວກເຮົາໄດ້ຍິນແຕ່ວ່າ ການລ່ວງໄຟແດງແມ່ນມີຄວາມສ່ຽງຕໍ່ອຸບັດເຫດ ແລະເກີດຂຶ້ນແລ້ວຫຼາຍກໍລະນີ ແຕ່ດຽວນີ້ ການຈອດຖ້າໄຟແດງກໍຕ້ອງໄດ້ລະມັດລະວັງມີສະຕິ ຄືກັນ ເພາະບໍ່ຮູ້ວ່າ ລົດບັນທຸກ ຫຼື ລົດຂະໜາດໃຫຍ່ຈະມາຊົນດ້ານຫຼັງໄດ້ເມື່ອໃດ ໂດຍສະເພາະຜູ້ຂັບຂີ່ລົດຈັກ….

ຈົດຈໍາລໍາລຶກບຸນຄຸນຂອງພັກ 68 ປີ ທີ່ຕໍ່ສູ້ ແລະ ນຳພາທຸກຂະບວນການພັດທະນາ

ຈົດຈໍາລໍາລຶກບຸນຄຸນຂອງພັກ 68 ປີ ທີ່ຕໍ່ສູ້ ແລະ ນຳພາທຸກຂະບວນການພັດທະນາ

ໂດຍ: ທິດກໍ່າ ວັນທີ 22 ມີນາ 2023 ທີ່ຜ່ານພົ້ນໄປບໍ່ພໍເທົ່າໃດວັນຜ່ານມາ ເປັນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ (22/3/1955-22/3/2023). ພັກປະຊາຊົນປະຕິວັດລາວໄດ້ກໍາເນີດເກີດຂຶ້ນ ແລະ ເຕີບໃຫຍ່ໃນຂະບວນການຕໍ່ສູ້ປະຕິວັດປົດປ່ອຍປະເທດຊາດອອກຈາກການປົກຄອງລ່າເມືອງຂຶ້ນແບບເກົ່າ ແລະ ລ່າເມືອງຂຶ້ນແບບໃໝ່  ເຊິ່ງຜ່ານໄລຍະການຕໍ່ສູ້ປະຕິວັດກັບຈັກກະພັດສອງໂຕໃຫຍ່ນີ້ໃຊ້ເວລາເກືອບໜຶ່ງສະຕະວັດ. ຫາກຕັ້ງໂຈດກັນວ່າ, ດ້ວຍສາເຫດໃດຈຶ່ງເກີດມີພັກປະຊາຊົນປະຕິວັດລາວ….