ກຽມຈິດໃຈສະຫລອງປີໃໝ່ໃຫ້ໄດ້ຮັບໝາກຮັບຜົນ ຮັກສາໄດ້ຮີດຄອງປະເພນີອັນດີງາມ

ກຽມຈິດໃຈສະຫລອງປີໃໝ່ໃຫ້ໄດ້ຮັບໝາກຮັບຜົນ ຮັກສາໄດ້ຮີດຄອງປະເພນີອັນດີງາມ

ໂດຍ: ທິດກໍ່າ ຍັງອີກ​ 2 ອາທິດກວ່າໆກໍຈະຮອດບຸນປີໃໝ່ລາວ ພສ 2566, ຈສ 1385 ແລະ ຄສ 2023. ຕາມໂຫຣາສາດລາວໄດ້ກ່າວໄວ້ວ່າ: ປີໃໝ່ປີນີ້ປະຊາຊົນພົນລະເມືອງຈະມີຄວາມສຸກໃນລະດັບປານກາງ, ໝາກໄມ້ຈະດົກໜາ, ເຮັດນາໄດ້ເຂົ້າຫລາຍ. ວັນສັງຂານລ່ວງແມ່ນວັນສຸກ ກົງກັບວົນທີ 14 ເມສາ…

ເປົ້າໝາຍປ່າໄມ້ປົກຫຸ້ມ 70% ທີ່ເປັນຄວາມຫວັງ ແລະ ຈະເປັນຈິງ

ເປົ້າໝາຍປ່າໄມ້ປົກຫຸ້ມ 70% ທີ່ເປັນຄວາມຫວັງ ແລະ ຈະເປັນຈິງ

ໂດຍ: ມຶກບໍ່ແຫ້ງ ສປປ ລາວ ຖືວ່າຍັງມີຊັບພະຍາກອນປ່າໄມ້ອຸດົມສົມບູນ ແລະລັດຖະບານໄດ້ຕັ້ງເປົ້້າໝາຍສູ້ຊົນໃຫ້ໄດ້ 70 % ຂອງການປົກຫຸ້ມປ່າໄມ້ໃນປີ 2035 ຕາມທິດທາງຍຸດທະສາດປ່າໄມ້ສະບັບໃໝ່ ແຕ່ຄຽງຄູ່ກັນນັ້ນສະພາບຄວາມເປັນຈິງກໍຍັງລໍ້າບາກຢູ່. ປ່າໄມ້ແມ່ນເປົ້າໝາຍການພັດທະນາຫຼາຍດ້ານຂອງ ລາວ ແລະ ເປັນແຫຼ່ງຊັບພະຍາກອນທຳມະຊາດທີ່ລໍ້າຄ່າ ບໍ່ສະເພາະແຕ່ແກ່ ສປປລາວ ແຕ່ຍັງແມ່ນຊັບສົມບັດລວມທີ່ມີຄ່າຂອງໂລກ. ປະຊາຊົາລາວ…

ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ

ຊົມເຊີຍ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ

ການສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃນວັນທີ 22 ມີນາ ປີ 1955 ແມ່ນເຫດການການເມືອງສຳຄັນອັນຍິ່ງໃຫຍ່ ແລະ ເປັນບາດລ້ຽວຕັດສິນໃນປະຫວັດສາດແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງຊາດລາວເຮົາ. ນັບແຕ່ນັ້ນມາ, ພາລະກິດປະຕິວັດຢູ່ປະເທດເຮົາ ໄດ້ມີການນຳພາໂດຍກົງຂອງພັກປະຕິວັດ ຂອງຊົນຊັ້ນກຳມະກອນລາວເຮົາ ແລະ ເຮັດໃຫ້ຂະບວນການຕໍ່ສູ້ກູ້ຊາດຂອງປະຊາຊົນເຮົາມີບາດກ້າວຂະ ຫຍາຍຕົວທາງດ້ານຄຸນນະພາບ. ການສ້າງຕັ້ງພັກ…

ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບ 77 ປີ (21/3/1946-21/3/2023)

ວັນຄຽດແຄ້ນ ຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບ 77 ປີ (21/3/1946-21/3/2023)

ເວລາ 6 ໂມງ​ເຊົ້າ ຂອງ​ວັນ​ທີ 21 ມີນາ 1946 ຍົນ​ພວກລ່າເມືອງຂຶ້ນແບບເກົ່າ​ໄດ້​ຫວ່ານ​ໃບ​ປີວ​ລົງ​ຕົວ​ເມືອງ​ທ່າແຂກ ເຊິ່ງ​ມີ​ເນື້ອ​ໃນ​ໃຫ້​ທະຫານ​ກູ້​ຊາດ​ວາງ​ອາວຸດ ແລະ ຍອມ​ຈໍາ​ນົນ​ຕໍ່​ກອງ​ທະຫານ​ພວກລ່າເມືອງຂຶ້ນແບບເກົ່າ, ຫລັງ​ຈາກນັ້ນ​ບໍ່​ເຖິງ​ເຄິ່ງ​ຊົ່ວໂມງ ທະຫານ​ລ່າ​ເມືອງ​ຂຶ້ນ​ແບບເກົ່ານໍາໂດຍ ພັນ​ໂທ ເກີ​ເຮີ​ເວີ​ກົວ ເປັນ​ຜູ້​ບັນຊາ ໂຮມ​ກໍາ​ລັງ​ຢ່າງ​ຫລວງຫລາຍ ໃນ​ນັ້ນ​ມີ​ທະຫານ​ຮາບ 7 ກອງຮ້ອຍ,…

ລະວັງ ! ຮ້ານແລກປ່ຽນເງິນຕາຈະຫວນມາໃນຄວາມມືດ

ລະວັງ ! ຮ້ານແລກປ່ຽນເງິນຕາຈະຫວນມາໃນຄວາມມືດ

ບົດທິດກໍ່າ ໃນອາທິດຜ່ານມາ, ມີໝູ່ຂອງທິດກໍ່າໄດ້ມາເລົ່າສູ່ຟັງວ່າ: ລາວໄດ້ເອົາເງິນບາດໄປແລກປ່ຽນເອົາເງິນກີບຢູ່ຮ້ານທີ່ເຄີຍປ່ຽນ ຫລື ເອີ້ນຢ່າງໜຶ່ງວ່າ: ຮ້ານຂາປະຈໍາ. ໃນຂະນະທີ່ລາວໄປຮອດ ເຫັນຮ້ານອັດປະຕູປິດແຈບ ແຕ່ກໍໄດ້ຍິນສຽງຄົນລົມກັນຢູ່ຂ້າງໃນຈຶ່ງຕັດສິນໃຈເຄາະປະຕູ ທັນໃດກໍມີຄົນມາໄຂປະຕູສ່ອງເບິ່ງ ລາວຈຶ່ງຖາມທັນທີວ່າ: “ຮ້ານເຮົາຍັງຮັບປ່ຽນເງິນຢູ່ບໍ່” ທັນໃດກໍໄດ້ຍິນຄໍາຕອບຈາກຄົນນັ້ນວ່າ “ຍັງປ່ຽນຢູ່” ລາວຈຶ່ງຟ້າວຈົກເງິນອອກມາຍື່ນໃຫ້ເຂົາປ່ຽນໃຫ້ແລ້ວກໍຟ້າວກັບ. ສ່ວນວ່າຮ້ານຢູ່ໝ້ອງໃດແຈໃດ ທິດກໍ່າຂໍເອົາໄວ້ໃນບັ້ງອົດກ່ອນ ຖ້າມື້ໃດບັ້ງອົດແຕກຈຶ່ງຄ່ອຍວ່າກັນ, ແຕ່ທີ່ຢາກເວົ້າກໍຄືມັນແມ່ນປາກົດການໃໝ່ອ່ຽມຂອງຮ້ານແລກປ່ຽນເງິນຕາທີ່ມາໃນຄວາມມືດ…

ເງິນກີບລາວຈະແຂງຄ່າກໍຕໍ່ເມື່ອຄົນລາວຍົກສູງສະຕິເປັນເຈົ້າຢ່າງແທ້ຈິງ

ເງິນກີບລາວຈະແຂງຄ່າກໍຕໍ່ເມື່ອຄົນລາວຍົກສູງສະຕິເປັນເຈົ້າຢ່າງແທ້ຈິງ

ໂດຍ: ທິດກໍ່າ ເວົ້າໄດ້ວ່າ ນັບແຕ່ລັດຖະບານມີຄໍາສັ່ງຍົກເລີກຮ້ານແລກປ່ຽນເງິນຕາຂອງເອກະຊົນ ໂດຍເລີ່ມມີຜົນສັກສິດແຕ່ເດືອນມັງກອນ 2023 ເຫັນວ່າສະພາບຄວາມອ່ອນຄ່າຂອງເງິນກີບມີທ່າອ່ຽງຄົງທີ່ຫລາຍຂຶ້ນ. ມາຮອດວັນທີ 17 ມີນາ 2023 ອັດຕາແລກປ່ຽນຊື້ຂາຍຢູ່ໃນລະດັບ 1 ພັນບາດເທົ່າກັບ 502.830 ກີບ  ສ່ວນເງິນໂດລາກໍມີລັກສະນະຄົງທີ່ຄ້າຍໆຄືກັນ. ຢ່າງໃດກໍດີ, ໃນສະເພາະໜ້າ ແລະ…

ປກສ ແຂວງຫລວງນໍ້າທາສຶກສາອົບຮົມກຸ່ມໄວໜຸ່ມຄ້າ-ຂາຍ, ມົ້ວສຸມ, ແລະ ດື່ມນໍ້າໃບກະທ່ອມ

ປກສ ແຂວງຫລວງນໍ້າທາສຶກສາອົບຮົມກຸ່ມໄວໜຸ່ມຄ້າ-ຂາຍ, ມົ້ວສຸມ, ແລະ ດື່ມນໍ້າໃບກະທ່ອມ

ພັທ ຄໍາມະນີ ສີແສງພວງ ຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ໃຫ້ຮູ້ວ່າ: ວັນທີ 7 ມີນາ 2023 ຜ່ານມາ ໄດ້ດຳເນີນເຄື່ອນໄຫວກວດກາຕາມການແຈ້ງເບາະແສ ກໍລະນີມີການຄ້າຂາຍ, ມົ້ວສຸມ ດື່ມນໍ້າກະທ່ອມ ເຊິ່ງ ສາມາດນໍາຕົວຜູ້ຄ້າຂາຍກຸ່ມແກ້ງ, ພັກພວກທີ່ມົ້ວສຸມ 18…

ເສັ້ນທາງຂາດລາຍ ເລີຍເບິ່ງກົດຈະລາຈອນ ແລະ ເກີດອຸບັດເຫດ

ເສັ້ນທາງຂາດລາຍ ເລີຍເບິ່ງກົດຈະລາຈອນ ແລະ ເກີດອຸບັດເຫດ

ເວົ້າເລື່ອງ “ລາຍຂອງເສັ້ນທາງ”  ເປັນໜຶ່ງອົງປະກອບທີ່ດີຂອງເສັ້ນທາງ ທີ່ພວກເຮົາຄວນເວົ້າ ແລະ ເຄີຍເວົ້າກັນມາແລ້ວ. ເປັນຫຍັງຈຶ່ງເວົ້າຮອດລາຍເສັ້ນທາງ? ຫຼາຍຄົນອາດອອກປາກວ່າ ໂອຍຢ່າເວົ້າຮອດລາຍເລີຍ ທາງຫຼາຍເສັ້ນ ເປັນບວກເປັນຂຸມກໍຍັງບໍ່ແປງ, ບາງບ່ອນກໍຍັງເປັນດິນແດງແດບແດ້ຢູ່! ແຕ່ກໍມີຫຼາຍເຫດຜົນສຳຄັນແທ້ໆ ທີ່ລາຍເສັ້ນທາງເປັນເລື່ອງທີ່ໜ້າສົນໃຈ, ລາຍເສັ້ນທາງ ໃນນີ້ຜູ້ຂຽນໝາຍເຖິງ ເສັ້ນໝາຍຂອບເຂດຂອງຊ່ອງທາງ, ມາງມ້າລາຍ, ລູກສອນຊີ້ບອກທິດທາງຕ່າງໆຕາມເສັ້ນທາງ. ບັນດາເສັ້ນທີ່ຂີດລຽງລາຍເຫຼົ່ານັ້ນມັນສຳຄັນແທ້ໆທີ່ຈະຊ່ວຍໃຫ້ຜູ້ຂັບຂີ່ສາມາດກຳນົດທິດທາງໃນການສັນຈອນ…

ແມ່ຍິງລາວກັບການສ້າງບົດບາດຊື່ສຽງໃຫ້ຕົນເອງ ແລະ ປະເທດຊາດ

ແມ່ຍິງລາວກັບການສ້າງບົດບາດຊື່ສຽງໃຫ້ຕົນເອງ ແລະ ປະເທດຊາດ

ໂດຍ: ທິດກໍ່າ ເຖິງແມ່ນວ່າ ວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ອັນເປັນມື້ຄົບຮອບ 113 ປີ ຈະຜ່ານພົ້ນໄປແລ້ວກໍຕາມ ແຕ່ໃນຄວາມຊົງຈໍາຂອງແມ່ຍິງລາວ ກໍຄືແມ່ຍິງໃນທົ່ວໂລກຍັງຄົງສະຖິດໝັ້ນໃນອຸດົມການ ແລະ ຄວາມໝາຍອັນຍິ່ງໃຫຍ່ຕະຫລອດໄປ. ສະເພາະແມ່ຍິງລາວເມື່ອເຖິງວັນທີ 8 ມີນາຂອງທຸກໆປີ ກໍໄດ້ມີກິດຈະກໍາຂອງຕົນເພື່ອສະຫລອງວັນດັ່ງກ່າວຢ່າງມີຄວາມໝາຍ…

ອາກາດຮ້ອນ ໃຫ້ເອົາໃຈໃສ່ຕ້ານການເກີດອັກຄີໄພ

ອາກາດຮ້ອນ ໃຫ້ເອົາໃຈໃສ່ຕ້ານການເກີດອັກຄີໄພ

ສະບາຍດີ ເພື່ອນຜູ້ອ່ານ, ໃນຊ່ວງໄລຍະນີ້ ເລີ່ມເຂົ້າສູ່ໜ້າຮ້ອນ ແລະ ສະພາບອາກາດຢູ່ປະເທດເຮົາໂດຍທົ່ວໄປແມ່ນຮ້ອນແຮງຂຶ້ນ, ອັນເປັນສາເຫດກໍ່ໃຫ້ເກີດອັກຄີໄພໄດ້ງ່າຍ. ເຊິ່ງມໍ່ນີ້ກໍມີການເກີດອັກຄີໄພຢູ່ຫລາຍຈຸດໃນຫລາຍແຂວງ ອັນກໍ່ໃຫ້ເກີດຄວາມເສຍຫາຍທາງດ້ານວັດຖຸ ແລະ ຊັບສິນ. ດັ່ງນັ້ນ ຈຶ່ງຂໍເຕືອນໃຫ້ທຸກຄົນໃນສັງຄົມມີສະຕິໃນການນຳໃຊ້ຟືນໄຟເຂົ້າໃນຊີວິດປະຈຳວັນ ໂດຍສະເພາະຕ້ອງໝັ່ນກວດກາລະບົບສາຍໄຟ ແລະ ອຸປະກອນ ເຄື່ອງໃຊ້ໄຟຟ້າພາຍໃນເຮືອນ ແລະ ຄອບຄົວໃຫ້ດີ. ຖ້າພົບເຫັນສາຍໄຟ,…