ກຽມພ້ອມປັບປຸງແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ໝົດໄປ ເພື່ອເປັນເຈົ້າພາບທີ່ດີ ຕ້ອນຮັບກອງປະຊຸມ ລມຕ ທ່ອງທ່ຽວອາຊຽນ ປີ 2024

ໂດຍ: ຜາຕຸງ
ສປປ ລາວໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກດັນດາປະເທດພາກພື້ນ ໃຫ້ກຽດເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີທ່ອງທ່ຽວອາຊຽນຄັ້ງທີ 27 ແລະ ງານມະຫາກຳທ່ອງທ່ຽວອາຊຽນ (ATF) ຊຶ່ງຄາດວ່າຈະຈັດຂຶ້ນ ແຕ່ວັນທີ 22–27 ມັງກອນ ປີ 2024 ໂດຍຈະມີຫລາຍກິດຈະກຳປິ່ນອ້ອມເພື່ອປະກອບເຮັດໃຫ້ກອງປະຊຸມມີຄວາມໝາຍສຳຄັນຍິ່ງຂຶ້ນ, ທັງເປັນການຊຸກຍູ້ໃຫ້ບັນຍາກາດການທ່ອງທ່ຽວຂອງລາວຟົດຟື້ນຂຶ້ນອີກເທື່ອໃໝ່ ພາຍຫລັງການລະບາດຂອງພະຍາດໂຄວິດ-19. ນອກຈາກກອງສຸດຍອດແລ້ວ ຍັງມີຫລາຍກິດຈະ ກຳປິ່ນອ້ອມເພື່ອເຮັດໃຫ້ມີບັນຍາກາດຟົດຟື້ນໂດຍສະເພາະແມ່ນການຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສທ່ອງທ່ຽວອາຊຽນ ແລະ ກອງປະຊຸມປິ່ນອ້ອມຕ່າງໆ, ການຈັດພິທີເປີດ-ປິດ ງານມະຫາກຳທ່ອງທ່ຽວອາຊຽນ ແລະ ມອບ-ຮັບທຸງໃຫ້ປະເທດທີ່ຈະເປັນເຈົ້າພາບຄັ້ງຕໍ່ໄປ.
ນອກນັ້ນຍັງຈະມີງານວາງສະແດງ ຜະລິດຕະພັນທ່ອງທ່ຽວຊຶ່ງຈະຈັດໃຫ້ມີການພົບປະກັນລະຫວ່າງຜູ້ຊື້ກັບຜູ້ຂາຍລາຍການທ່ອງທ່ຽວຂອງຜູ້ປະກອບການໃນຂົງເຂດບໍລິການ ແລະ ທ່ອງທ່ຽວ ທັງລະດັບອາຊຽນ ແລະ ລະດັບສາກົນ, ຈັບຄູ່ປຶກສາຫາລືທຸລະກິດການທ່ອງທ່ຽວ, ຈັດລາຍການທ່ອງທ່ຽວແບບອານຸລັກວັດທະນະທຳຢູ່ 4 ເມືອງໃນຂອງນະຄອນຫລວງວຽງຈັນ ແລະ ຈະມີການມອບລາງວັນທ່ອງທ່ຽວດີເດັ່ນອາຊຽນໃຫ້ຜູ້ປະກອບການທ່ອງທ່ຽວປະຈຳປີ 2023 ແລະ ກິດຈະກຳອື່ນໆທີ່ບັນດາປະເທດເພື່ອນມິດສາກົນສະເໜີໃຫ້ຈັດຂຶ້ນ.
ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນຄັ້ງທີ 27 ທີ່ຈະໄຂຂຶ້ນຢູ່ນະຄອນຫລວງວຽງຈັນໃນຕົ້ນປີໜ້າເປັນເຫດການສຳຄັນຂອງລາວໃນການຍົກລະດັບວຽກງານທ່ອງທ່ຽວໃຫ້ກ້າວຂຶ້ນສູ່ຄຸນນະພາບໃນລະດັບໃໝ່ ແນໃສ່ດຶງດູດນັກທ່ອງທ່ຽວອານຸພາກພື້ນ ແລະ ສາກົນໃຫ້ເຂົ້າມາທ່ຽວລາວນັບມື້ນັບຫລາຍຂຶ້ນ ຊຶ່ງເຫັນໄດ້ຈາກການເປັນເຈົ້າພາບຈັດກອງປະຊຸມສອງຄັ້ງ ໃນປີ 2004 ແລະ 2013 ຜ່ານມາ ແມ່ນປະສົບຜົນສຳເລັດດີສົມຄວນເຮັດໃຫ້ບົດບາດຂອງ ສປປ ລາວໃນພາກພື້ນ ແລະສາກົນໄດ້ຮັບການເຊີດຊູສູງຂຶ້ນ ໂດຍສະເພາະວຽກທ່ອງທ່ຽວໄດ້ຮັບການຍອມຮັບຈາກພາກພື້ນ ແລະ ສາກົນສະແດງອອກມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວນັບມື້ຫລາຍຂຶ້ນ ແລະ ຄັ້ງນີ້ເປັນຄັ້ງທີ 3 ທີ່ລາວເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ, ຊຶ່ງ 4 ເດືອນຂອງປີ 2023 ນີ້ ມີນັກທ່ອງເຂົ້າມາທ່ຽວຊົມປະເທດເຮົາຮອດ 1 ລ້ານເທື່ອຄົນ.
ປະເທດລາວ ເປັນປະເທດໜຶ່ງໃນອາຊຽນ ທີ່ມີແຫລ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳ ໂດຍສະເພາະແມ່ນທາງທຳມະຊາດທີ່ອຸດົມສົມບູນ, ສວຍງາມ ທີ່ໜ້າຫລົງໄຫລ ທັງເປັນເປັນບ່ອນພັກຜ່ອນແຫ່ງໃໝ່ສ້າງຄວາມປະທັບໃຈແກ່ນັກທ່ອງທ່ຽວໃນພາກພື້ນ ແລະ ໃນໂລກ, ໃນຫລາຍເດືອນຜ່ານມາ ສປປ ລາວ ຖືກຍົກໃຫ້ເປັນປະເທດທີ່ໜ້າມາທ່ອງທ່ຽວ ຈາກຫລາຍສຳນັກຂ່າວ, ວາລະສານສາກົນ ເຊິ່ງເປັນເລື່ອງທີ່ດີ ບວກໃສ່ກັບທິດທາງຂອງລັດຖະບານກຳລັງໃຫ້ບູລິມະສິດຕໍ່ວຽກງານທ່ອງທ່ຽວ.
ນັ້ນນັບວ່າເປັນຜົນດີຫລາຍ, ແຕ່ແນ່ນອນຍັງມີຫລາຍດ້ານທີ່ຈະຕ້ອງປັບປຸງແກ້ໄຂໃຫ້ໄດ້ ໃນນັ້ນກໍແມ່ນການກຳຈັດສິ່ງເສດເຫລືອ ຂີ້ເຫຍື້ອຕາມແຄມທາງ ແລະ ປາກົດການຫຍໍ້ທໍ້ຕ່າງໆ ການທ່ອງທ່ຽວ ກໍແມ່ນການຊອກສະແຫວງຫາຄວາມຈົບ ຄວາມງາມ, ເມື່ອ ສປປ ລາວ ເຮົາຖືກສາກົນຈັດໃຫ້ວ່າເປັນເປົ້າໝາຍການທ່ອງທ່ຽວ ທີ່ໜ້າທ່ຽວຊົມຂອງໂລກ ກໍຈົ່ງຢ່າໃຫ້ເພິ່ນຜິດຫວັງ ໂດຍຮັບປະກັນໃຫ້ບ້ານເມືອງເຮົາສະອາດຈົບງາມກວ່າເກົ່າ.

