“ປູກພືດກິນໄດ້ແທນຢາສູບ” ເວົ້າຄືຊິງ່າຍ ແຕ່ເຮັດແທ້ໆຍັງມີຫລາຍປັດໄຈທີ່ຕ້ອງແກ້
ໂດຍ: ຜາຕຸງ
ເມື່ອຮອດວັນທີ 31 ພຶດສະພາຂອງທຸກໆປີ ຊຶ່ງເປັນວັນງົດສູບຢາໂລກ ແຕ່ລະປະເທດໄດ້ຈັດຕັ້ງສະເຫລີມສະຫລອງວັນສຳຄັນນີ້ຢ່າງກວ້າງຂວາງດ້ວຍການຈັດຫລາຍກິດຈະກຳທີ່ແຕກຕ່າງກັນໄປ ເປັນຕົ້ນແມ່ນ ຈັດຂະບວນຍ່າງ, ແຂ່ງຂັນກິລາເພື່ອສຸຂະພາບແລະ ອື່ນໆຕາມເງື່ອນໄຂທີ່ເໝາະສົມ ແລະ ປີ 2023 ນີ້, ຈັດຂຶ້ນພາຍໃຕ້ຄຳຂວັນ “ ປູກພືດທີ່ກິນໄດ້ທົດແທນການປູກຢາສູບ” ,ຊຶ່ງມັນສອດຄ່ອງກັບນະໂຍບາຍຂອງລັດຖະບານໃນການສົ່ງເສີມປູກພືດກະສິກຳຊະນິດອື່ນທົດແທນການປູກຢາສູບ.
ປັດຈຸບັນມີ 79 ປະເທດໃນທົ່ວໂລກ ກຳລັງພົບບັນຫາການບໍ່ຄ້ຳປະກັນສະບຽງອາຫານ ໂດຍສະເພາະ ປະເທດທີ່ມີລາຍຮັບຕ່ຳ ແລະ ລາຍຮັບປານກາງ, ສະເພາະໃນບັນດາປະເທດສະມາຊິກອາຊຽນ ມີປະຊາກອນເຖິງ 60.000.000 ຄົນ ໄດ້ຮັບອາຫານທີ່ມີໂພຊະນາການບໍ່ຄົບຖ້ວນ, ດ້ວຍເຫດນັ້ນຄວນປ່ຽນຈາກເນື້ອທີ່ຈາກການປູກຢາສູບແລ້ວຫັນມາປູກພືດທີ່ກິນໄດ້ ແລະ ມີສານອາຫານຄົບຖ້ວນ ແລະ ຮັບປະກັນໃຫ້ມີການຄ້ຳປະກັນສະບຽງອາຫານຢ່າງທົ່ວເຖິງ.
ປີ 2019 ໃນພາກພື້ນອາຊຽນໄດ້ນຳໃຊ້ເນື້ອທີ່ເພື່ອປູກຢາສູບຫລາຍກວ່າ 321.575 ເຮັກຕາ ທັ່ງທີ່ເນື້ອທີ່ເຫລົ່ານີ້ສາມາດໃຫ້ຜົນຜະລິດດ້າກະສິກຳປະເພດພືດຜັກ ແລະ ໝາກໄມ້ 38.500 ກ່ວາໂຕນ ຊຶ່ງມັນພຽງພໍຕໍ່ຄວາມຕ້ອງການບໍລິໂພກຂອງປະຊາຊົນອາຊຽນໃນແຕ່ລະມື້ 250.000 ຄົນ ໃນ 1 ປີ.
ເວົ້າເລື່ອງການປູກຢາສູບໃນເມື່ອກ່ອນ ນອກຈາກການເຮັດນາປູກເຂົ້າເປັນຕົ້ນຕໍແລ້ວ ຊາວນາກະສິກອນຈຳນວນໜຶ່ງ ໄດ້ຫັນເອົາເນື້ອທີ່ເຫລົ່ານັ້ນມາປູກຢາສູບໃນຍາມແລ້ງ, ເພາະການປູກຢາສູບນັ້ນເປັນອາຊີບໜຶ່ງທີ່ສ້າງລາຍໄດ້ດີສົມຄວນ ແລະ ຕິດພັນກັບການດຳລົງຊີວິດຂອງປະຊາຊົນຊາວກະສິກອນມາບໍ່ຈັກເທົ່າໃດເຊັ່ນຄົນແລ້ວ ແລະ ມີຈຳນວນໜຶ່ງໄດ້ບຸກເບີກເນື້ອທີ່ການຜະລິດມາປູກຢາສູບເພື່ອປ້ອນໂຮງງານຢາສູບໂດຍສະເພາະ ຊຶ່ງກໍເປັນການຍາກທີ່ຈະແກ້ໄຂໄດ້ໃນເວລາອັນສັ້ນໆ.
ການທີ່ລັດຖະບານມີແນວທາງຊຸກຍູ້ສົ່ງເສີມໃຫ້ຜູ້ປູກຢາສູບ ຫັນມາປູກພືດທີ່ກິນໄດ້ແທນການປູກຢາສູບ ເຫັນວ່າເປັນສິ່ງທີ່ດີທີ່ສຸດແລ້ວ ແຕ່ຢາກໃຫ້ປາກົດເປັນຮູບເປັນຮ່າງຂຶ້ນມາມັນຕ້ອງມີປັດໄຈຫລາຍຢ່າງເຂົ້າຊ່ວຍ ເປັນຕົ້ນການວາງແຜນກຳນົດເນື້ອທີ່ປູກ,ການຊ່ວຍເຫລືອທາງດ້ານເຕັກນິກວິຊາການ, ການເຂົ້າເຖິງແຫຼ່ງສະໜອງທຶນການຜະລິດ, ມີຕະຫຼາດຈຳໜ່າຍທີ່ແນ່ນອນ ແລະ ປັດໄຈອື່ນໆເຂົ້າຊ່ວຍຕື່ມອີກ.
ປັດຈຸບັນນີ້, ຢູ່ລາວເຮົາຍັງມີປະຊາຊົນຈຳນວນບໍ່ໜ້ອຍປູກຢາສູບເພື່ອສະໜອງໃຫ້ໂຮງງານຜະລິດຢາສູບ ຍ້ອນມີຄວາມເຂົ້າໃຈວ່າ ການປູກຢາສູບຍັງແມ່ນອາຊີບຕົ້ນຕໍທີ່ສ້າງລາຍຮັບໃຫ້ຕົນເອງ ແລະ ຄອບຄົວຫຼາຍກ່ວາການປູກພືດຜັກຊະນິດອື່ນ ແລະ ຍັງຄິດວ່າການປູກຢາສູບບໍ່ເປັນອັນຕະລາຍຕໍ່ສຸຂະພາບ, ເພາະອາຊີບນີ້ໄດ້ຕິດພັນກັບເຂົາເຈົ້າມາເປັນເວລາອັນຍາວນານແລ້ວ.
ໃນຄວາມເປັນຈິງແລ້ວການປູກຢາສູບໄດ້ສົ່ງຜົນກະທົບໃນຫລາຍດ້ານ ນັບທັງສຸຂະພາບຂອງຊາວສວນຜູ້ປູກຢາສູບທີ່ຕ້ອງທົນທຸກທໍລະມານກັບພະຍາດໃບຂຽວ ແລະ ຍັງສົ່ງຜົນກະທົບຕໍ່ສິ່ງແວດລ້ອມທີ່ຕ້ອງສູນເສຍເນື້ອທີ່ປ່າໄມ້ເພື່ອປູກຢາສູບ, ດິນທີ່ໃຊ້ປູກຢາສູບຈະສູນເສຍຄວາມອຸດົມສົມບູນຂອງດິນ ເນື່ອງຈາກການປູກຢາສູບຕ້ອງໃຊ້ ປຸ໋ຍ ແລະ ຢາຂ້າແມງໄມ້ເປັນຈຳນວນຫຼາຍ ເຮັດໃຫ້ບໍ່ສາມາດປູກພືດເປັນອາຫານໃນດິນຕອນນັ້ນໄດ້ອີກ, ສະນັ້ນການທ່ີ່ພາກອຸດສາຫະກຳຢາສູບພະຍາຍາມສົ່ງເສີມໃຫ້ຊາວສວນປູກຢາສູບນັ້ນຄວນຫັນມາລະດົມໃຫ້ເຂົາເຈົ້າປູກພືດກິນໄດ້ແທນທີ່ ຈຶ່ງຈະບໍ່ສົ່ງຜົນໃຫ້ສິ່ງແວດລ້ອມຖືກທຳລາຍ, ສານເຄມີບໍ່ຕົກຄ້າງປະຊາຊົນບໍ່ເຈັບເປັນ ແລະ ຈະບໍ່ເຮັດໃຫ້ຄົນຂາດແຄນອາຫານ.
