ກ້າວເຂົ້າສູ່ລະດູຝົນແລ້ວ ບໍ່ຢາກໃຫ້ນ້ຳຖ້ວມຂັງ ຕ້ອງຈິງຈັງຮ່ວມມືກັນແກ້ໄຂ

ບັນດາຕົວເມືອງໃຫຍ່ ໂດຍສະເພາະນະຄອນຫລວງວຽງຈັນ ພໍໜ້າຝົນມາ ມັກເກີດບັນຫານ້ຳຖ້ວມຂັງຕາມຖະໜົນຫົນທາງ ແລະ ເຮືອນຊານປະຊາຊົນ ຫລາຍຈຸດ, ເນື່ອງຈາກບັນດາຮ່ອງລະບາຍນ້ຳທີ່ມີຢູ່ນັ້ນລະບາຍນ້ຳບໍ່ທັນ ມີບາງບ່ອນມີຂີ້ເຫຍື້ອຂີ້ດິນອຸດຕັນ ແລະ ການທີ່ຮ່ອງລະບາຍນໍ້າໃນຕົວເມືອງອຸດຕັນສ່ວນໜຶ່ງເກີດຈາກຄວາມບໍ່ເອົາໃຈໃສ່ຂອງຄົນໃນສັງຄົມຈຳນວນໜຶ່ງເຊັ່ນ: ມັກຖິ້ມຂີ້ເຫຍື້ອຊະຊາຍ ແລະ ສິ່ງເສດເຫລືອຕ່າງໆລົງຮ່ອງລົງຄອງລະບາຍນ້ຳ.
ຊາວນະຄອນຫລວງວຽງຈັນ ຫລື ຕົວເມືອງອື່ນໆ ທົ່ວປະເທດທີ່ເຄີຍເກີດມີນ້ຳຖ້ວມຂັງ ແລະ ທຸກການຈັດຕັ້ງທຸກພາກສ່ວນຈົ່ງຊ່ວຍກັນອະນາໄມເອົາຂີ້ເຫຍື້ອອອກຈາກຮ່ອງລະບາຍນ້ຳ, ຖ້າເຮືອນໃຜຢູ່ໃກ້ ຫລື ຕິດແຄມທາງໃຫຍ່ ຫລື ມີຮ່ອງລະບາຍນໍ້າຢູ່ໜ້າເຮືອນ ກໍໃຫ້ພ້ອມກັນຊ່ວຍຂຸດລວງຮ່ອງລະບາຍນໍ້າ, ຈົກເອົາສິ່ງອຸດຕັນອອກ ເພື່ອຊ່ວຍໃຫ້ນໍ້າໄຫລສະດວກ ແລະ ບໍ່ສົ່ງກິ່ນເໝັນທີ່ເກີດຈາກນໍ້າທີ່ໃຊ້ແລ້ວ ຫລື ສິ່ງເສດເຫລືອອື່ນໆທີ່ສະສົມຢູ່ເປັນເວລາດົນນານ.
ໄລຍະນີ້ຝົນກຳລັງເລີ່ມຕົກຖີ່ຂຶ້ນ ອາດເຮັດໃຫ້ນ້ຳຖ້ວມຂັງຫລາຍຈຸດໃນຕົວເມືອງນະຄອນຫລວງວຽງຈັນ ສະນັ້ນເຮົາຕ້ອງຮ່ວມມືກັນໃນການແກ້ໄຂບັນຫານ້ຳຖ້ວມຂັງໃນຕົວເມືອງ ແລະ ການແກ້ໄຂບັນຫານີ້ຖືວ່າເປັນເລື່ອງທີ່ທຸກຄົນຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ຢ່າຖິ້ມຂີ້ເຫຍື້ອ, ສິ່ງເສດເຫລືອລົງຮ່ອງລະບາຍນໍ້າ ເພາະຈະໄປອຸດຕັນ ເຮັດໃຫ້ນໍ້າໄຫລບໍ່ສະດວກ. ສິ່ງສໍາຄັນກໍຂໍໃຫ້ຄວາມຮ່ວມມືເປັນໜ້າທີ່ຂອງທຸກຄົນ ແລະ ຄວນເຮັດເປັນປະຈຳ, ບໍ່ຄວນອາໄສພາກສ່ວນກ່ຽວຂ້ອງມາຮັບຜິດຊອບຢ່າງດຽວ ແລະ ໜ່ວຍງານທີ່ກ່ຽວຂ້ອງຕ່າງໆກໍຄວນຮີບຮ້ອນຫາວິທີປ້ອງກັນແຕ່ຫົວທີ ເພື່ອບໍ່ໃຫ້ເກີດມີນ້ຳຖ້ວມຂັງເໝືອນດັ່ງປີທີ່ຜ່ານໆມາ.

