ຝົນຕົກແຮງເທື່ອໃດ ໜ້າໜັກໃຈຢ້ານນໍ້າຖ້ວມຂັງຕາມຫົນທາງ

ໂດຍ: ຜາຕຸງ

ຝົນຕົກລົງມາອ່າວແຮງ ແລະ ອ່າວດົນແດ່ເທື່ອໃດ ຜູ້ມີເຮືອນອາໄສຢູ່ແຄມທາງ ແລະ ບ່ອນຕໍ່າໃຈຫາຍໃຈຂວໍ້າ ເນື່ອງຈາກວ່ານ້ຳຖ້ວມຂັງຂາມສາຍທາງສັນຈອນຫຼາຍໆສາຍໃນຕົວເມືອງຄືພາບທີ່ມາຫຼອກຫຼອນ, ຜູ້ສັນຈອນໄປມາກໍໃຈສັ່ນວັບໆ ກຽມຮັບມືຍາມທຽວທາງ ທັງລົດໃຫຍ່ ແລະ ລົດຈັກ. ມັນບໍ່ແມ່ນພາບທີ່ສ້າງຈິນຕະນາການຂຶ້ນເອງ ແຕ່ພາບເຫຼົ່ານີ້ມັກປາກົດໃຫ້ເຫັນເລື້ອຍໆຕາມຖະໜົນສາຍຕ່າງໆໃນນະຄອນຫຼວງວຽງຈັນເມື່ອມີຝົນຕົກລົງມາອ່າວແຮງແດ່ ຈົນກາຍເປັນບັນຫາຊຳເຮື້ອ ທີ່ຍັງແກ້ບໍ່ໄດ້ມາຫຼາຍປີແລ້ວ   ເຊິ່ງປັດຈຸບັນພາກສ່ວນກ່ຽວຂ້ອງເລັ່ງບາງສ່ວນບາງຈຸດຢ່າງເປັນໄລຍະແລ້ວກໍຕາມ.

ນີ້ກໍກ້າວເຂົ້າສູ່ເດືອນຫົກແຮມແລ້ວ ຊຶ່ງແມ່ນໄລຍະກຽມລົງສູ່ການຜະລິດເຂົ້ານາປີ ແລະ ປູກພືດລະດູຝົນແລ້ວ ເວົ້າງ່າຍໆກໍເຂົ້າສູ່ລະດູຝົນ ແລະ ຝົນກໍຕົກມາຕາມລະດູການຈາກເບົາໄປຫາໜັກ ຈາກຄ່ອຍໄປຫາແຮງ ເປັນເງື່ອນໄຂສະດວກໃຫ້ຊາວນາໄດ້ຜະລິດຢ່າງເຕັມເມັດເຕັມໜ່ວຍ, ແຕ່ໃນຂະນະດຽວກັນນັ້ນມັນພັດສ້າງຄວາມຫຍຸ້ງຍາກແກ່ປະຊາຊົນຜູ້ຊົມໃຊ້ເສັ້ນທາງຫຼວງສັນຈອນໄປມາຍ້ອນ ນ້ຳຖ້ວມຂັງຕາມຖະໜົນຫົນທາງ, ເຮັດໃຫ້ການໄປມາລຳບາກຫຼາຍ, ຍິ່ງຕົກຖືກເວລາເລີກວຽກເລີກການຍາມແລງຍິ່ງເຮັດໃຫ້ລຳບາກຍິ່ງຂື້ນໂດຍສະເພາະ ແມ່ນລົດຈັກ ແລະ ລົດຍົນຂະໜາດນ້ອຍ ຫຼາຍຄັນລົດຕ້ອງຕາຍຄານ້ຳເລິກທີ່ຖ້ວມຂັງ, ຈົນກາຍເປັນຊຳເຮື້ອແກ້ບໍ່ຕົກມາຕະຫຼອດ.

ຕົວຢ່າງ ວັນທີ 28 ເມສາ 2025 ທີ່ຜ່ານມາ ເວລາ17:00 ມີລົມພັດແຮງ ແລະ ຝົນຕົກແຮງຢູ່ຫຼາຍພື້ນທີ່ໃນນະຄອນຫຼວງວຽງຈັນເປັນເວລາຫຼາຍກວ່າ 1 ຊົ່ວໂມງ ມີຕົ້ນໄມ້ຫັກ, ລົ້ມ, ນ້ຳຖ້ວມຂັງກະທັນຫັນຕາມຖະໜົນຫົນທາງໃນນະຄອນຫຼວງວຽງຈັນເປັນຕົ້ນ ເສັ້ນທາງຄຳຮຸ່ງ, ເສັ້ນທາງຕະຫຼາດບ້ານພະຂາວ ຢູ່ເຂດເມືອງໄຊທານີ; ມີເສັ້ນທາງສາມແຍກສາຍລົມ, ເສັ້ນທາງຫ້ວຍຫົງ ເມືອງຈັນທະບູລີ; ເຂດເມືອງໄຊເຊດຖາ ມີເສັ້ນທາງ ຊຳເຄ້ ຫາ ບ້ານໂຊກນ້ອຍ, ເສັ້ນທາງສີ່ແຍກໄຟແດງທາດຫຼວງ ແລະ ເສັ້ນທາງ ອື່ນໆ, ຕໍ່ມາ ວັນທີ 9 ພຶດສະພານີ້ ກໍມີຝົນຕົກອ່າວແຮງແດ່ ກໍເກີດມີນ້ຳຖ້ວມຂັງຢູ່ເຂດທາງສີໄຄ ເມືອງສີໂຄດຕະບອງ, ບາງເສັ້ນທາງຖ້ວມສູງຈົນເຮັດໃຫ້ລົດໃຫຍ່ ຈັກມອດຈັກດັບເປ່ເພກໍ່ຫຼາຍຄັນ ເຖິງວ່າບໍ່ໃຊ້ເວລາດົນ ແຕ່ມັນສົ່ງຜົນກະທົບຕໍ່ຜູ້ສັນຈອນ ແລະ ພາບລວມຂອງນະຄອນຫຼວງວຽງຈັນ.

ບັນຫານ້ຳຖ້ວມຂັງກະທັນຫັນຄືແນວນີ້ ສາເຫດແມ່ນເປັນຍ້ອນຫຍັງແທ້? ນັ້ນມັນມີຫຼາຍຄຳຕອບ ເປັນຕົ້ນການສ້າງຖະໜົນບໍ່ມີຮ່ອງລະຍາຍນ້ຳທີ່ໄດ້ມາດຕະຖານຖາວອນ ຫຼື ມີແລ້ວມັນຖືກອັດຕັນຕື້ນເຂີນຈາກການໄຫຼເຊາະຂີ້ເຫຍື້ອ ທີ່ເກີດຈາກຄວາມມັກງ່າຍຂອງຄົນເຮົາໂດຍສະເພາະຜູ້ມີເຮືອນຢູ່ແຄມທາງມັກສວຍໂອກາດຖິ້ມເສດຂີ້ເຫຍື້ອ ເສດອາຫານລົງສູ່ຮ່ອງລະບາຍນ້ຳ, ແຕ່ອັນສຳຄັນແມ່ນຂາດການເອົາໃຈໃສ່ອະນາໄມລວງຄອງນ້ຳ ໃນຍາມແລ້ງ ແລະ ອື່ນໆຫຼາຍຢ່າງ ທັງໝົດນັ້ນເປັນຄຳຖາມທີ່ຕອງການຄຳຕອບທີ່ຖືກຕ້ອງແມ່ນຢຳຈາກພາກສ່ວນກ່ຽວຂ້ອງ.

ແນວໃດກໍຕາມ ຈາກຝົນຕົກອ່າວແຮງທັງສອງຄັ້ງນັ້ນ ຖືວ່າເປັນສັນຍານເຕືອນໃຫ້ພາກສ່ວນກ່ຽວຂ້ອງຮັບຮູ້ບັນຫາແຕ່ຕົ້ນລະດູ ແລ້ວຫັນລົງກວດກາ ແລະ ແກ້ໄຂລ້ວງຄອງລະບາຍນ້ຳ ໃນການກຽມພ້ອມຮັບມືກັບນ້ຳຖ້ວມຂັງໃນລະດູຝົນປີນີ້ ຢ່າງຈິງຈັງ ເລີ່ມລົງມືປະຕິບັດກ່ອນຝົນຈະມາແຮງມາຖີ່ຂຶ້ນ, ເບື້ອງປະຊາຊົນກໍບໍ່ຄວນມັກງ່າຍເຫັນແກໂຕດ້ວຍການຖິ້ມສິ່ງເສດເຫຼືອລົງສູ່ຕະຄອງຮ່ອງລະຍາຍນ້ຳທີ່ກໍ່ໃຫ້ເກີດຄວາມຕື້ນເຂີນ ແລະ ອຸດຕັນໃນທີ່ສຸດ ພວກເຮົາເປັນເຈົ້າຂອງປະເທດຊາດກໍຄວນມີສ່ວນຮ່ວມອານາໄມຮ່ອງລະບາຍນ້ຳໜ້າບ້ານໜ້າເຮືອນຂອງຕົນເອງເປັນປະຈຳເພື່ອໃຫ້ນ້ຳໄຫຼສະດວກດີ ບໍ່ໃຫ້ເກີດບັນຫານ້ຳຖ້ວມຂັງດັ່ງທີ່ຜ່ານໆມາ ເຊື່ອວ່າແຕ່ນີ້ໄປນ້ຳຈະໄຫຼສະດວກດີ ບໍ່ມີນ້ຳຖ້ວມຂັງກະທັນຫັນອີກຕໍ່ໄປ ຫາກເຮົາຮ່ວມໃຈກັນເປັນເຈົ້າການທຸກດ້ານ.