ລະວັງ! ກິນຊີ້ນດິບ ເປັນບໍ່ເກີດຂອງຄວາມສ່ຽງຕິດເຊື້ອພະຍາດໄຂ້ເລືອດດຳ

ໂດຍ: ຜາຕຸງ
ເວົ້າເລື່ອງອາຫານການກິນແບບພື້ນບ້ານພື້ນເມືອງຂອງຄົນລາວເຮົາ ແມ່ນມີຫຼາຍອັນພັນຢ່າງທີ່ມີລົດຊາດແຊບຊ້ອຍ ຕາມແບບສະບັບຂອງຄົນລາວແຕ່ລະພາກແຕ່ລະທ້ອງຖິ່ນ ມີທັງຂົ້ວ, ທັງປີ້ງ, ທັງປົ່ນ, ທັງເອາະ, ທັງແກງ, ທັງຈືນ, ທັງແຈ່ວ ແລະ ອື່ນໆ ແຕ່ສິ່ງໜຶ່ງທີ່ບໍ່ເຄີຍປະເຄີຍຖິ້ມ ຫຼື ເປັນອາຫານທີ່ຫຼາຍຄົນມັກເອີ້ນ ລາບ..ນັ້ນເອງ.
ເວົ້າເຖິງລາບແລ້ວ ສິ່ງໜຶ່ງທີ່ຫຼາຍຄົນມັກກິນ ກໍແມ່ນປະເພດ ລາບກ້ອຍຊອຍເສືອ, ຊອຍຖີ່ໆ ຊອຍຫ່າງໆ, ໝ່າເພ້ຍຂົມໆ, ກິນແບບດິບໆ ນັ້ນລະເປັນທີ່ຖືກໃຈຂອງຄົນທັງຫຼາຍ ແຕ່ຄວາມຂອງຄົນເຮົານັ້ນສ່ວນຫຼາຍແລ້ວບໍ່ຄ່ອຍຖືກຕ້ອງກັບສຸຂະພາບ ແລະ ຄວາມເປັນຈິງເທົ່າທີ່ຄວນ. ເນື່ອງຈາກວ່າໃນໄລຍະນີ້ ມີພະຍາດໄຂ້ເລືອດດຳລະບາດຢູ່ປະເທດເພື່ອນບ້ານໃກ້ຕຽງເຮົາ ໂດຍສະເພາະຢູ່ຈັງຫວັດມຸກດາຫານ ປະເທດໄທ ມີຜູ້ຕິດເຊື້ອພະຍາດ ໄຂ້ເລືອດດຳ ແລະ ເສຍຊີວິດ ແລ້ວກໍມີ.
ການເຂົ້າໃຈພະຍາດໄຂ້ເລືອດຳໃຫ້ຖືກນັ້ນຕ້ອງຫຼີກເວັ້ນການກິນຊີ້ນດິບ, ຊີ້ນທີ່ປຸງແຕ່ງແບບສຸກດິບ ຫຼື ກິນຊີ້ນສັດທີ່ຕາຍໂດຍບໍ່ຮູ້ສາເຫດ ແມ່ນເປັນສິ່ງສຳຄັນ ແລະ ຈຳເປັນໃນການຮັກສາສຸຂະພາບຂອງທຸກຄົນ ເນື່ອງຈາກໄລຍະນີ້ ພະຍາດໄຂ້ເລືອດດຳເກີດຂຶ້ນໃນຝຸງສັດລ້ຽງ ປະເພດສັດໃຫຍ່ ເຊັ່ນ ງົວ, ຄວາຍ ໂດຍທີ່ເຮົາບໍ່ສາມາດຮູ້ໄດ້ວ່າຊີ້ນນັ້ນປາສະຈາກເຊື້ອພະຍາດໄຂ້ເລືອດດຳຫຼືບໍ? ຖ້າຈຳເປັນຕ້ອງບໍລິໂພກກໍ່ຄວນໄດ້ປຸງແຕ່ງໃຫ້ສຸກດີເສຍກ່ອນ.
ແນວໃດກໍຕາມ ປັດຈຸບັນເຖິງວ່າຢູ່ລາວເຮົາບໍ່ທັນມີລາຍງານການເກີດພະຍາດນີ້ກໍຕາມ ແຕ່ລາວແລະໄທໂດຍສະເພາະ ແຂວງສະຫວັນນະເຂດ ກັບ ຈັງຫວັດມຸກດາຫານ ມີການພົວພັນໄປມາຫາສູ່ກັນຕາມປົກ ກະຕິ, ການມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມືໃຫ້ດີນັ້ນ ແມ່ນສິ່ງທີ່ຄວນເຮັດແຕ່ຫົວທີ ເພື່ອປ້ອງກັນຄວາມສູນເສຍ ທາງດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ຫຼ້າສຸດ ວັນທີ 2ພຶດສະພາ2025ນີ້ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ອອກແຈ້ງການ ສະບັບເລກທີ1603/ກປ ກ່ຽວກັບ ເພີ່ມທະວີ ການເຝົ້າລະວັງ ແລະ ຈັດຕັ້ງປະຕິບັດ ມາດຕະການປ້ອງກັນ ແລະ ສະກັດກັ້ນ ການແຜ້ລະບາດຂອງພະຍາດໄຂ້ເລືອດດຳ ບໍ່ໃຫ້ແຜ່ລາມເຂົ້າມາໃນ ສປປ ລາວ ຈຶ່ງໄດ້ໂຈະການນຳເຂົ້າ ແລະ ສົ່ງຜ່ານ ສັດ ແລະ ຜະລິດຕະພັນສັດ ປະເພດງົວ, ຄວາຍ, ມ້າ, ໝູ ແກະ ແລະ ແບ້ ຈາກປະເທດໄທຢ່າງເດັດຂາດຈົນກວ່າສະພາບການຂອງພະຍາດດັ່ງກ່າວຈະກັບຄືນສູ່ສະພາບປົົົກກະຕິ ຫຼື ຈົນກວ່າຈະມີແຈ້ງການອອກແຈ້ງການເພື່ອລົບລ້າງແຈ້ງການສະບັບນີ້, ນອກນັ້ນບັນດາແຂວງລຽບຕາມຊາຍແດນ ກໍ່ໄດ້ອອກແຈ້ງເຕືອນເຝົ້າລະວັງ ການລະບາດຂອງພະບາດໄຂ້ເລືອດດຳ ແລະ ໂຈະການນຳເຂົ້າສັດ ປະເພດ ງົວ ຄວາຍ ແບ້ ແລະ ໝູ ຈາກປະເທດໄທເປັນການຊົ່ວຄາວ ໄປຈົນກວ່າສະພາບຈະເຂົ້າສູ່ປົກກະຕິ.
ເຮົາຮູ້ແລ້ວວ່າພະຍາດໄຂ້ເລືອດດຳມີຄວາມຮ້າຍແຮງຫຼາຍ ສາມາດຕິດເຊື້ອຈາກສັດສູ່ຄົນດ້ວຍ ສາມຮູບແບບຄື: ຮູບແບບຂອງຜິວໜັງ, ຮູບແບບຂອງລະບົບລະລາຍ ແລະ ຮູບແບບຂອງລະບົບຫາຍໃຈ, ການຕິດເຊື້ອ ທາງຜີວໜັງແມ່ນຕິດຈາກການໄປສຳຜັດ,ຈັບບາຍ ຫຼື ຄົວສັດ ທີ່ເຈັບ ຫຼື ຕາຍ ເຊື້ອພະຍາດຈະຊຶມເຂົ້າທາງຜິວໜັງທີ່ມີບາດແຜ ການຕິດເຊື້ອທາງຜິວໜັງແມ່ນພົບຫຼາຍ; ສ່ວນຮູບແບບລະບົບລະລາຍ ຍ້ອນວ່າເຮົາໄປກິນຊີ້ນສັດທີ່ຕາຍຫັ້ນດ້ວຍການປຸງແຕ່ງບໍ່ສຸກ, ສຸກດິບ ຫຼຶ ກິນແບບດິບໆ ຊຶ່ງເຊື້ອພະຍາດຈະເຂົ້າໄປໃນກະເພາະລະບົບລະລາຍຂອງເຮົາແລະຂະຫຍາຍໂຕໃນຮ່າງກາຍເຮົາໃນຮູບແບບນີ້ມັນຈະຮ້າຍແຮງຫຼາຍ ຖ້າບໍ່ໄດ້ຮັບການປິ່ນປົວຈະເຮັດໃຫ້ເຮົາເສຍຊີວິດໄດ້ ແລະ ຮູບແບບລະບົບຫາຍໃຈ ອັນນີ້ແມ່ນເກີດຈາກການຫາຍໃຈເອົາເຊື້ອ ແບັກທີເຣຍ ຊຶ່ງຈຸດພິເສດຂອງເຊື້ອພະຍາດດັ່ງກ່າວຈະເປັນ ສະປໍ ຖ້າເຮົາຫາຍໃຈເຂົ້າໄປເຊື້ອພະຍາດຈາກສັດທີ່ເຈັບປ່ວຍ ແບັກທີເຣຍດັ່ງກ່າວຈະເຂົ້າສູ່ຮ່າງກາຍ, ທັງສາມຮູບແບບນີ້ຖ້າຫາກຮູ້ຕົວໄວແລະໄດ້ຮັບການປິ່ນປົວໄວກໍຈະບໍ່ເສຍຊີວິດ ພະຍາດນີ້ຈະບໍ່ຕິດຕໍ່ຈາກຄົນສູ່ຄົນ.
ການບໍ່ກິນຊີ້ນສັດແບບດິບໆ ຫຼື ສຸກດິບ ເປັນວິທີທາງອອກໜຶ່ງທີ່ສາມາດເຮັດໃຫ້ເຮົາລອດພົ້ນຈາກການຕິດເຊື້ອພະຍາດໄຂ້ເລືອດດຳໄດ້ ຈົ່ງຫັນມາບໍລິໂພກອາຫານທີ່ປຸງແຕ່ງໃຫ້ສຸກດີ ຖືກຫຼັກໂພຊະນາການ ຈຶ່ງຈະຮັບປະກັນໃຫ້ເຮົາມີສຸຂະພາບແຂງແຮງ ທັງລອດພົ້ນຈາກພະຍາດ ໄຂ້ເລືອດດຳ ແລະ ພະຍາດອື່ນໆ ທີ່ອາດລະບາດຂຶ້ນ ນີ້ຄົງຈະບໍ່ເປັນການຍາກຈົນເກີນໄປ ແມ່ນບໍ?ເຊື່ອວ່າພວກເຮົາເຮັດໄດ້ຢ່າງແນ່ນອນ.

