ຄວາມມ່ວນຊື່ນ ແລະ ປະເພນີ ທີ່ແຝງໄວ້ກັບຄວາມສູນເສຍ

ໂດຍ: ຜາຕຸງ

ໃນແຕ່ລະປີ ພໍຮອດເດືອນຫົກມາຟ້າຝົນຊົນລະທາເລີ່ມຕົກລົງມາເພື່ອໃຫ້ຊາວນາໄດ້ກະກຽມເງື່ອນໄຂເຂົ້າສູ່ການເຮັດນາປີຕາມລະດູການ ແຕ່ກ່ອນຈະຮອດຍາມເຮັດນາ ມັນພັດແມ່ນບູນເດືອນຫົກ ຫຼື ບຸນບັ້ງໄພຕາມຮີດ12 ຂອງປະເພນີລາວທີ່ເຄີຍປະຕິບັດມາແຕ່ດົນນານ ເພື່ອຄວາມມ່ວນຊື່ນເຮຮາຕາມພາ ສາຊາວບ້ານ ແຕ່ຕາມຄວາມເຊື່ອຂອງຊາວນາແມ່ນເພື່ອຂໍຟ້າຂໍຝົນໃຫ້ຕົກລົງມາຖືກຕາມລະດູການຜະລິດ ແລະ ບຸນບັ້ງໄຟນີ້ໄດ້ຮັບການສືບທອດ ປົກປັກຮັກສາ ແລະເສີມຂະຫຍາຍສິ່ງທີ່ເປັນເອກະລັກທາງດ້ານຮີດຄອງປະເພນີອັນດີງາມຂອງລາວໃຫ້ຄົງຢູ່ຄູ່ກັບຄົນລາວຕະຫຼອດໄປ.

ບຸນບັ້ງໄຟໃນເມື່ອກ່ອນ ແມ່ນປາງບຸນທີ່ມີຄວາມມ່ວນຊື່ນເຮຮາຕາມພາສາຊາວບ້ານຢ່າງແທ້ຈິງ ບັ້ງໄຟ ມີຂະໜາດນ້ອຍໃຊ້ໄມ້ໄຜ່ເປັນເລົາບັ້ງໄຟ ຄວາມສ່ຽງອຸປະຕິເຫດແມ່ນມີໜ້ອຍ, ການຈູດບັ້ງໄຟເພື່ອບູຊາຟ້າແຖນຕາມຄວາມເຊື່ອ, ໂດຍມີການຄົບງັນ, ການແຫ່, ການເຊີ້ງ, ກໍ່ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນຢ່າງແທ້ຈິງ, ບໍ່ມີການສຽດສີສັງຄົມ, ສຽດສີການເມືອງແຕ່ຢ່າງໃດ ຮັກສາໄດ້ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍດີ ມີຄວາມເບີກບານມ່ວນຊື່ນທີ່ເປັນເອກະລັກຂອງບຸນບັ້ງໄຟເດືອນຫົກຍັງຮັກສາໄວ້ຢ່າງຍາວນານ.

ຕົກມາຮອດຍຸກເສດຖະກິດຄືປັດຈຸບັນນີ້ ການເຮັດບຸນບັ້ງໄຟແມ່ນແຕກຕ່າງຈາກເມື່ອກ່ອນໄປຫຼາຍ ບຸນບັ້ງໄຟກາຍເປັນການພະນັນຂັນຕໍ່ກັນ ເຮັດບັ້ງໄຟຂະໜາດໃຫຍ່ຂຶ້ນເລື້ອຍໆ ຢ່າງບໍ່ມີການຄວບຄຸມ ບັ້ງໄຟມີທຸຂະໜາດ ຕັ້ງແຕ່ ກິໂລໄປຮອດບັ້ງໄຟໝື່ນ, ບັ້ງໄຟແສນ ແລ້ວກາຍເປັນບັ້ງໄຟລ້ານ ຫລື ຫລາຍສິບລ້ານ, ບໍ່ມີການກຳນົດຂອບເຂດຜູ້ເຂົ້າຊົມ, ບໍ່ມີສິ່ງຂວາງກັ້ນຄວາມອັນຕະລາຍຈາກບັ້ງໄຟແຕກແນວໃດຈັກຢ່າງ, ຄຽງຄູ່ກັບການພະນັນຂັນຕໍ່ກັນແລ້ວ, ຍັງມີເລື່ອງເຫລົ້າເລື່ອງເບຍ ກິນດື່ມສິ່ງມຶນເມົາຢ່າງບໍ່ມີຂອບເຂດ, ສົ່ງຜົນໃຫ້ຂາດຄວາມສະຫງົບ ແລະ ບັນຫາອື່ນໆ.

ບັ້ງໄຟ ມາຈາກຫຼາຍຊ່າງ, ຫຼາຍຄ້າຍ, ຫຼາຍເຂດ ສີມືບໍ່ຄືກັນ ເລົາບັ້ງໄຟກໍຕ່າງກັນ ມີທັງເລົາທໍ່ນ້ຳຂະໜາດນ້ອຍຫາໃຫຍ່, ມີທັງເລົາເຫຼັກນີ້ແມ່ອັນຕະລາຍຫຼາຍເວລາແຕກ, ຮັບປະກັນບໍ່ໄດ້ວ່າແຕ່ລະບັ້ງເວລາຈູດຈະຂຶ້ນໝົດ ຫຼືບໍ່. ແນ່ນອນວ່າມາຈາກຫຼາຍທິດທາງ ມີທັງຈູດຂຶ້ນ, ບັ້ງໄຟຊຸ ແລະ ບັ້ງໄຟແຕກ ຈາກບັນຫາກໍເກີດມີກໍລະນີບັ້ງໄຟລະເບີດຂຶ້ນ ບາງຄັ້ງ ກໍເຈີດລົງໄປຕາມດິນ ສົ່ງຜົນໃຫ້ມີຜູ້ໄດ້ຮັບບາດ ເຈັບ ຫລື ອາດໂຊກບໍ່ດີ ອາດຈະສົ່ງຜົນເສຍຫາຍ ເຊິ່ງບັນຫານີ້ເຄີຍເກີດຂຶ້ນມາແລ້ວ.

ຫຼ້າສຸດກໍວັນທີ 5 ພຶດສະພາ 2025 ຜ່ານມານີ້້ເກີດເຫດ ບັ້ງໄຟແຕກຕົກລົງດິນເຈີດໃສ່ຄົນເບິ່ງຄົນຊົມ ຈົນມີຜູ້ເສຍຊີວິດຄາທີ່ 1 ຄົນ ຢູ່ບ້ານເປີບ ເມືອງແປກ ແຂວງຊຽງຂວາງ ຕໍ່ເຫດການທີ່ເກີດຄວາມສູນເສຍຄືແນວນີ້ຈະຮຽກຮ້ອງຄວາມຮັບຜິດ ຊອບຈາກພາກສ່ວນໃດ ແມ່ນໃຜຈະຮັບຜິດຊອບ ເພາະເປັນບຸນປະເພນີ.

ບັ້ງໄຟມີຄວາມອັນຕະລາຍສູງ ບໍ່ແມ່ນໃຜກໍຈະເຮັດໄດ້ ຕ້ອງແມ່ນຊ່າງຜູ້ຊຳນານສະເພາະດ້ານເຮັດຈຶ່ງໄດ້ຈຶ່ງຮັບປະກັນ, ຜ່ານມາເຮົາຍັງຖືເບົາດ້ານຄວາມປອດໄພ, ປະຈຸບັນປະເທດຊາດກຳລັງພັດທະນາ ແນ່ນອນວ່າ ອາຄານບ້ານເຮືອນປະຊາຊົນຂະຫຍາຍຕົວໄປເລື້ອຍໆ, ກົງກັນຂ້າມສະຖານທີ່ບ່ອນຈູດບັ້ງ ໄຟພັດຄັບແຄບເຂົ້າ.

ດັ່ງນັ້ນ ເຖິງແມ່ນວ່າ ບຸນເດືອນຫົກ ຫຼື ບຸນບັ້ງໄຟແມ່ນປະເພນີອັນດີງາມຂອງຊາດ ຕິດພັນກັບຄວາມເປັນຢູ່ຂອງປະຊາຊົນບັນດດາເຜົ່າມາເປັນເວລາຊ້ານານແລ້ວກໍຕາມ, ໃນສະພາບປະຈຸບັນ ມັນຮຽກຮ້ອງໃຫ້ອຳນາດການປົກຄອງ ລວມທັງປະຊາຊົນບັນດາເຜົ່າຄວນໄດ້ຄິດຫງຳຄືນໃໝ່ວ່າຈະຈັດງາານບຸນແນວໃດໃຫ້ໄດ້ທັງຄວາມໝາຍຂອງຮີດຄອງປະເພນີ, ໄດ້ທັງຄວາມມ່ວນຊື່ນ ແລະ ອັນສຳຄັນແມ່ນຮັບປະກັນຄວາມປອດໄພທັງຊີວິດ ແລະ ຊັບສິນຂອງ ບຸກຄົນກໍຄືຂອງສ່ວນລວມ.