ປອດໄພແລ້ວ ! ນັກຮຽນ ມສ ລາວ-ຫວຽດນາມ 2 ຄົນທີ່ຊັອກຈາກການລັກດື່ມນໍ້າຄໍລາເຈນ

ວັນທີ 5 ພຶດສະພາ 2025 ຜ່ານມານີ້ ເກີດເຫດເດັກນ້ອຍນັກຮຽນ ມສ ລາວ-ຫວຽດນາມ ມີອາການຊັອກ 3 ຄົນ ອາການໜັກ 2 ຄົນ ເນື່ອງຈາກລັກທົດລອງດື່ມນໍ້າຄໍລາເຈນປະສົມສານເສບຕິດ. ພາຍຫລັງເກີດເຫດ ໜ່ວຍກູ້ໄພໄດ້ປະຖົມພະຍາບານ ແລະ ສົ່ງໂຮງໝໍໄດ້ທັນເວລາ.
ວັນທີ 6 ພຶດສະພາ 2025 ນີ້ ໂຮງຮຽນ ມສ ລາວ-ຫວຽດນາມ ຊີ້ແຈງຜ່ານ ເພຈຂ່າວໜັງສືພິມລາວພັດທະນາວ່າ: ຂໍ້ມູນເບື້ອງຕົ້ນແມ່ນ ນັກຮຽນທັງ 3 ຄົນ ໄດ້ລັກເອົາຄໍລາເຈນ ຂອງຜູ້ເປັນເອື້ອຍມາລອງນຳກັນຢູ່ຫ້ອງນໍ້າ (ບໍ່ຊາບຊະນິດ) ແລ້ວເກີດອາການຊັອກໜັກ 2 ຄົນ ເນື່ອງຈາກມີພະຍາດປະຈຳຕົວ ຖືກສົ່ງໄປໂຮງໝໍ ສ່ວນອີກຄົນໜຶ່ງມີອາການເມົາຫົວເລັກນ້ອຍ. ປັດຈຸບັນປອດໄພ ພົ້ນຂີດອັນຕະລາຍແລ້ວ ແລະສາມາດມາໂຮງຮຽນໄດ້ປົກກະຕິ 2 ຄົນ ສ່ວນອີກຄົນໜຶ່ງຍັງພັກຟື້ນຢູ່ເຮືອນ.
ພາຍຫລັງເກີດເຫດການ ໂຮງຮຽນໄດ້ເອີ້ນຜູ້ປົກຄອງ ແລະ ນັກຮຽນທັງ 3 ຄົນມາເຮັດບົດບັນທຶກສຳຫລວດ ພ້ອມສຶກສາອົບຮົມ ແລະ ຕັກເຕືອນໃຫ້ຜູ້ປົກຄອງຊ່ວຍເບິ່ງແຍງຕື່ມ ເພາະຜ່ານມາທັງ 3 ເປັນນັກຮຽນທີ່ມີຄຸນສົມບັດດີ ແລະ ຜົນການຮຽນດີມາໂດຍຕະຫລອດ ຈຶ່ງຍັງຕ້ອງໃຫ້ໂອກາດໃຫ້ພວກເຂົາໄດ້ປັບປຸງປ່ຽນແປງ.

