ເມື່ອໃດການປະຕິບັດກົດໝາຍແບບສັກສິດເດັດຂາດ ເມື່ອນັ້ນການສໍ້ລາດບັງຫລວງຈະໝົດໄປ
ໂດຍ: ທິດກໍ່າ ສຳລັບ ສປປ ລາວ ພວກເຮົາ ກ່າວເຖິງພາລະກິດໃນການຄົ້ນຄວ້າຕົວບົດກົດໝາຍ ເຫັນໄດ້ວ່າອຸດົມສົມບູນຫລາກຫລາຍເກືອບທຸກຂົງເຂດວຽກງານ ສົມກັບຄວາມຫວັງຂອງພັກ ແລະ ລັດຖະບານທີ່ຈະສ້າງໃຫ້ເປັນລັດແຫ່ງກົດໝາຍຢ່າງແທ້ຈິງ. ນອກຈາກມີກົດໝາຍແມ່ທີ່ເປັນຕົວແບບແລ້ວ ຍັງມີນິຕິກຳລຸ່ມກົດໝາຍອື່ນໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ເປັນຕົ້ນຄຳສັ່ງ, ບົດແນະນຳ ແລະ ບັນດາແຈ້ງການຕ່າງໆ ເພື່ອໃຫ້ອົງກອນ ແລະ…










