ລາວເຮົາຕ້ອງສຸມໃສ່ຜະລິດສິນຄ້າ ສະໜອງການບໍໂພກພາຍໃນ ຫລຸດຜ່ອນການນຳເຂົ້າ

ລາວເຮົາຕ້ອງສຸມໃສ່ຜະລິດສິນຄ້າ ສະໜອງການບໍໂພກພາຍໃນ ຫລຸດຜ່ອນການນຳເຂົ້າ

ໃນທ່າມກາງການລະບາດພະຍາດໂຄວິດ-19 ກ່ອນໜ້ານີ້, ນອກຈາກທົ່ວສັງຄົມໄດ້ຮ່ວມກັນຕ້ານ, ສະກັດກັ້ນ, ຄວບຄຸມ ແລະ ປ້ອງກັນແລ້ວ, ພັກ-ລັດຖະບານລວມທັງຜູ້ປະກອບການ, ປະຊາຊົນບັນດາເຜົ່າ ກໍໄດ້ເອົາໃຈໃສ່ຜະລິດສະບຽງອາຫານພາຍໃນຫລາຍຂຶ້ນເພື່ອຕອບສະໜອງສັງຄົມໄດ້ຢ່າງພຽງພໍໂດຍຫລາຍຄອບຄົວຢູ່ຫລາຍແຂວງໄດ້ເປັນເຈົ້າການປູກ-ລ້ຽງ ສາມາດສະໜອງໃຫ້ແກ່ຕະຫລາດພາຍໃນ ໃນໄລຍະວິກິດພະຍາດໂຄວິດ-19 ລວມທັງໄພເງິນເຟີ້ ແລະ ລາຄານໍ້ມັນແພງ. ແນວໃດກໍດີຈາກການລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນກະທົບຢ່າງໜັກຕໍ່ຜູ້ປະກອບການຜະລິດສິນຄ້າໂດຍສະເພາະຕະຫລາດຈຳໜ່າຍຫລຸດລົງ ເຮັດໃຫ້ຜູ້ຜະລິດສິນຄ້າຈໍານວນໜຶ່ງຍຸຕິການຜະລິດ. ອີງຕາມສະຖາບັນອຸດສາຫະກຳ ແລະ…

ທ່ານນາງ ວາລີ ເວດສະພົງ ສສຊ ຊຸດທີ 9 ຕັ້ງຂໍ້ສັງເກດຕໍ່ອັດຕາແລກປ່ຽນທີ່ມີການຜັນຜວນເກີນເຫດ

ທ່ານນາງ ວາລີ ເວດສະພົງ ສສຊ ຊຸດທີ 9 ຕັ້ງຂໍ້ສັງເກດຕໍ່ອັດຕາແລກປ່ຽນທີ່ມີການຜັນຜວນເກີນເຫດ

ໃນວັນທີ 4 ມິຖຸນາ 2022 ຜ່ານມາ, ທ່ານ ນາງ ປອ. ວາລີ ເວດສະພົງ ສະມາຊິກສະພາແຫ່ງຊາດ ຊຸດທີ 9 ໄດ້ໂພສຂໍ້ຄວາມຢູ່ເຟສບຸກສ່ວນຕົວຂອງທ່ານ ໂດຍມີເນື້ອໃນວ່າ: ຂໍເປັນກຳລັງໃຈໃຫ້ທຸກຄົນກັບມາມີຮອຍຍີ້ມອີກຄັ້ງ ໃນໄວໆນີ້ ຮູ້ວ່າລຳບາກກັນທີ່ສຸດຊ່ວງເວລານີ້ ອົດໃຈອີກນິດດຽວ ພວກເຮົາຈະບໍ່ຢູ່ໃນສະພາບແບບນີ້ຕະຫລອດໄປຢ່າງແນ່ນອນ…

5 ຍຸດທະສາດປາບລາຄາສິນຄ້າຂຶ້ນ-ນ້ຳມັນແພງ

5 ຍຸດທະສາດປາບລາຄາສິນຄ້າຂຶ້ນ-ນ້ຳມັນແພງ

ໂດຍ: ທິດກໍ່າ ໃນວັນທີ 27 ພຶດສະພາ 2022 ຜ່ານມານີ້, ຄະນະໂຄສະນາອົບຮົມສູນກາງພັກ, ທະນາຄານແຫ່ງ ສປປ ລາວ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ສົມທົບກັນຈັດພິທີປາຖະກະຖາກ່ຽວກັບການຄຸ້ມຄອງການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ ໂດຍໃຫ້ກຽດປາຖະກະຖາຈາກທ່ານ ນາງ…

ຢຸດໃຊ້ແຮງງານເດັກຍິງເສີບສິ່ງມຶນເມົາໃນພາເຂົ້າສາມັກຄີ

ຢຸດໃຊ້ແຮງງານເດັກຍິງເສີບສິ່ງມຶນເມົາໃນພາເຂົ້າສາມັກຄີ

ເຊື່ອວ່າຫລາຍໆຄົນລວມເຖິງຕົວຂ້າພະເຈົ້າມັກຈະໄດ້ເຫັນພຶດຕິກຳຂອງຜູ້ປົກຄອງ, ຫົວໜ່ວຍແຮງງານ ແລະ ສະຖານທີ່ບໍລິການບາງແຫ່ງ ຍັງມີການໃຊ້ແຮງງານເດັກ ໂດຍສະເພາະໄວໜຸ່ມຍິງສາວ ເຂົ້າໃນການໃຫ້ບໍລິການເສີບສິ່ງມຶນເມົາໃນວົງພາເຂົ້າສາມັກຄີ, ການສັງສັນຄຳນັບຮັບຕ້ອນພາກສ່ວນໃດໜຶ່ງທີ່ລົງຢ້ຽມຢາມຂົງເຂດກຸ່ມບ້ານທີ່ຫ່າງໄກສອກຫລີກ ສິ່ງນີ້ທ່ານຄິດວ່າມັນເປັນການໃຊ້ແຮງງານເດັກແບບເໝາະສົມບໍ? ຄັ້ງໜຶ່ງຂ້າພະເຈົ້າມີໂອກາດໄດ້ຮ່ວມເຮັດວຽກນຳໂຄງການໜຶ່ງ ແລະ ຕ້ອງໄດ້ມີການລົງຕິດຕາມວຽກງານ ແລະ ໃກ້ຊິດຕິດແທດກັບຊຸມຊົນເຂດພື້ນທີ່ຮັບຜິດຊອບ, ມີໂອກາດຮ່ວມພາເຂົ້າສາມັກຄີເພື່ອຕ້ອນຮັບ ໃນພາເຂົ້າສາມັກຄີຂ້າພະເຈົ້າເຫັນວ່າມີການໃຊ້ແຮງງານໄວໜຸ່ມຍິງສາວມາຊ່ວຍເສີບອາຫານແລະສິ່ງມຶນເມົາ ໂຊກດີທີ່ທີມງານສາມາດແກ້ໄຂສະຖານະການໄດ້ແບບນຸ້ມນວນໂດຍການເວົ້າຂຶ້ນມາວ່າ: ຂອບໃຈຫຼາຍທີ່ໄດ້ມີການຕ້ອນຮັບເປັນຢ່າງດີ ລວມເຖິງອາຫານທ່ຽງໃນມື້ນີ້ແມ່ນແຊບຫລາຍ ເພື່ອບໍ່ເປັນການລົບກວນຊົ່ວໂມງຮຽນຂອງໄວໜຸ່ມຍິງສາວທີມງານພວກເຮົາສະດວກທີ່ຈະຫ້າງຫາກະກຽມອາຫານ…

ລັກໝໍ້ໄຟກ້ອງວົງຈອນປິດຢູ່ນະຄອນຫລວງມາແລ້ວ 15 ຄັ້ງ ສຸດທ້າຍຖືກຈັບ

ລັກໝໍ້ໄຟກ້ອງວົງຈອນປິດຢູ່ນະຄອນຫລວງມາແລ້ວ 15 ຄັ້ງ ສຸດທ້າຍຖືກຈັບ

ພັທ ບຸນເພັງ ວໍລະລາດ ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ປກສ ນວ ໃນວັນທີ 30 ພຶດສະພາ 2022 ວ່າ: ໃນວັນທີ 16 ພຶດສະພາ 2022 ໄດ້ຮັບແຈ້ງ:…

ເງິນກີບອ່ອນຄ່າ ຕ້ອງເບິ່ງທີ່ມາທາງປະຫວັດສາດຕື່ມ

ເງິນກີບອ່ອນຄ່າ ຕ້ອງເບິ່ງທີ່ມາທາງປະຫວັດສາດຕື່ມ

ໂດຍ: ທິດກໍ່າ ເວົ້າເຖິງເງິນກີບອ່ອນຄ່າແມ່ນເລີ່ມມີມາຢ່າງຍາວນານສົມຄວນແລ້ວ. ອັນສາເຫດກໍຍ້ອນວ່າລາວເຮົາເປັນປະເທດດ້ອຍພັດທະນາມາແຕ່ຍຸກເປັນຫົວເມືອງຂຶ້ນຂອງຕ່າງຊາດມາເປັນເວລາສອງສະຕະວັດ. ຕົວຢ່າງໃນເວລາທີ່ເປັນຫົວເມືອງຂຶ້ນຂອງສະຫຍາມພວກເຂົາໄດ້ກີດກັ້ນ, ຜູກຂາດບໍ່ໃຫ້ຄົນລາວຄ້າຂາຍໂດຍກົງກັບນານາປະເທດ. ເຂົາຖືວ່າລາວເປັນຫົວເມືອງຂຶ້ນ, ຄົນລາວເປັນຂ້າທາດ, ບໍ່ມີສິດມີສຽງ ຖ້າຈະທຳການຄ້າຂາຍຕ້ອງຄ້າຂາຍກັບພໍ່ຄ້າຄົນກາງທີ່ເປັນຄົນສະຫຍາມ, ຜູ້ໃດຝ່າຝືນບໍ່ປະຕິບັດຖືວ່າຜິດກົດໝາຍ ຫລື ຖືກປັບໃໝໃສ່ໂທດ. ສະແດງວ່າໃນຍຸກນັ້ນບໍ່ມີການຜະລິດສິນຄ້າເພື່ອສົ່ງອອກ, ຖ້າຕ້ອງການຊື້ ຫລື ຊົມໃຊ້ຕ້ອງບໍລິໂພກແຕ່ຂອງໄທ ຈົນມາຮອດຍຸກນີ້ ຄົນລາວເຮົາກໍຍັງຕິດນິດໄສບໍລິໂພກສິນຄ້າໄທມາຫລາຍຍຸກຫລາຍສະໄໝ ເພາະພາຍໃນຕົນເອງບໍ່ມີການຜະລິດສິນຄ້າຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ….

ເປີດປະເທດເຕັມຮູບແບບເລັ່ງຟື້ນຟູເສດຖະກິດໃຫ້ບັນລຸຕາມເປົ້າ

ເປີດປະເທດເຕັມຮູບແບບເລັ່ງຟື້ນຟູເສດຖະກິດໃຫ້ບັນລຸຕາມເປົ້າ

ໂດຍ: ທິດກໍ່າ ມາຮອດປັດຈຸບັນ, ເຮົາເຫັນວ່າສະພາບການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ເບົາບາງລົງຢ່າງເຫັນໄດ້ຊັດ. ຈາກສະຖິຕິໃນວັນທີ 20 ພຶດສະພາ 2022 ມີຄົນຕິດເຊື້ອພຽງ 51 ຄົນ ຖ້າທຽບໃສ່ກາງປີ 2021 ຫາເດືອນກຸມພາ 2022 ແມ່ນຫລຸດລົງຫລາຍທົບເທົ່າ. ສະຫລຸບຄົນຕິດເຊື້ອສະສົມນັບແຕ່ມື້ໂຄວິດ-19 ເລີ່ມມີການລະບາດໃນ ສປປ…

ກົມຕໍາຫຼວດຈະລາຈອນ ຊີ້ແຈງບັນຫາການຕັ້ງຈຸດກວດກາຢູ່ເຂດເມືອງທ່າພະບາດ

ກົມຕໍາຫຼວດຈະລາຈອນ ຊີ້ແຈງບັນຫາການຕັ້ງຈຸດກວດກາຢູ່ເຂດເມືອງທ່າພະບາດ

ໃນວັນທີ 16 ພຶດສະພາ 2022, ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ເປີດເຜີຍ ແລະ ຊີ້ແຈງກ່ຽວກັບຫາງສຽງຂອງປະຊາຊົນ ກໍຄືຜູ້ໃຊ້ລົດໃຊ້ຖະໜົນທີ່ເກີດຄວາມບໍ່ພໍໃຈ ທີ່ຖືກເຈົ້າໜ້າທີ່ຕໍາຫຼວດຈະລາຈອນທີ່ຕັ້ງຈຸດກວດກາຢູ່ເສັ້ນທາງ 13 ໃຕ້ ໃຊ້ມາດຕະການປັບໃໝຜູ້ກ່ຽວໃນການໃຊ້ຄວາມໄວເກີນກໍານົດປ້າຍຫ້າມໃນເຂດກໍ່ສ້າງເສັ້ນທາງ ຈໍານວນ…

ຊີ້ແຈງກໍລະນີປໍ້ານໍ້າມັນ ທ່າສີ ເມືອງບໍລິຄັນ ບໍ່ຍອມຂາຍນໍ້າມັນໃຫ້ປະຊາຊົນ ແມ່ນບໍ່ມີຄວາມຈິງ

ຊີ້ແຈງກໍລະນີປໍ້ານໍ້າມັນ ທ່າສີ ເມືອງບໍລິຄັນ ບໍ່ຍອມຂາຍນໍ້າມັນໃຫ້ປະຊາຊົນ ແມ່ນບໍ່ມີຄວາມຈິງ

ທ່ານ ໄກສອນ ຈັນສີນາ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງບໍລິຄໍາໄຊ ໄດ້ຊີ້ແຈງກໍລະນີທີ່ມີປະຊາຊົນຄົນໜຶ່ງຖ່າຍຄລິບແລ້ວໂພສລົງສື່ສັງຄົມອອນລາຍ ໃນຕອນເຊົ້າວັນທີ 14 ພຶດສະພາ 2022 ເລື່ອງ ປໍ້ານໍ້າມັນ ທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ບໍ່ຍອມຂາຍນໍ້າມັນໃຫ້ປະຊາຊົນ, ແຕ່ຂາຍໃຫ້ພໍ່ຄ້າຊື້ນໍ້າມັນ ແລ້ວເອົາມາຂາຍຕໍ່ໃນລາຄາແພງ…

ແບ່ງປັນກັນຍາມມີອຸປະສັກ ຢ່າເຫັນແກ່ຄວາມມັກໄດ້

ແບ່ງປັນກັນຍາມມີອຸປະສັກ ຢ່າເຫັນແກ່ຄວາມມັກໄດ້

ພະຍາດໂຄວິດ-19 ບໍ່ທັນໝົດ, ນໍ້າມັນເຊື້ອໄຟພັດມາເປັນອຸປະສັກຕື່ມກວ່າ 2 ເດືອນແລ້ວທີ່ລາຄາແພງ. ຄວາມຈິງນັ້ນ, ບັນຫາລາຄານໍ້າມັນເຊື້ອໄຟ ເປັນສະພາບລວມຂອງໂລກ ແລະ ລາວເຮົາ ໃນຖານະເປັນປະເທດນໍາເຂົ້າ, ບໍ່ມີແຫລ່ງຜະລິດພາຍໃນ ຈຶ່ງໄດ້ຮັບຜົນກະທົບຢ່າງຫລີກເວັ້ນບໍ່ໄດ້ ຈວບກັບຄວາມພ້ອມດ້ານເສດຖະກິດບໍ່ທັນດີເທົ່າທີ່ຄວນ ຈຶ່ງກະທົບໜັກກວ່າໝູ່ໃນບັນດາປະເທດຢູ່ອ້ອມແອ້ມ. ຢ້ອນໄປໃນໄລຍະຮໍາບາດແຜສົງຄາມ ຫລື ໄລຍະເລີ່ມຕົ້ນການສະຖາປະນາປະເທດ, ພື້ນຖານການຜະ ລິດອ່ອນນ້ອຍ,…