ຕຳຫລວດ ຂຶ້ນບັນຊີເປົ້າໝາຍອາຊະຍາກຳ  551 ແຫລ່ງ ມ້າງກຸ່ມຄ້າຂາຍຢາເສບຕິດ 2.253 ລາຍ

ຕຳຫລວດ ຂຶ້ນບັນຊີເປົ້າໝາຍອາຊະຍາກຳ 551 ແຫລ່ງ ມ້າງກຸ່ມຄ້າຂາຍຢາເສບຕິດ 2.253 ລາຍ

ສະຫາຍ ພັທ ຄຳສະຫວັນ ສຸທຳມະວົງ ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມ ກົມໃຫຍ່ຕໍາຫລວດ ກະຊວງ ປກສ ກ່າວໃນກອງປະຊຸມ ສະຫລຸບວຽກງານຊາວໜຸ່ມ ປະຈໍາ 6 ເດືອນຕົ້ນປີ ໃນວັນທີ 16 ສິງຫາ 2022 ນີ້ວ່າ: ການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ 6…

ຈະແກ້ໄຂບັນຫາ ເງິນກີບອ່ອນຄ່າໄດ້ແນວໃດ ໃນເມື່ອມາດຕະການອອກມາແລ້ວບໍ່ມີຜູ້ປະຕິບັດ

ຈະແກ້ໄຂບັນຫາ ເງິນກີບອ່ອນຄ່າໄດ້ແນວໃດ ໃນເມື່ອມາດຕະການອອກມາແລ້ວບໍ່ມີຜູ້ປະຕິບັດ

ໂດຍ: ລູກເມືອງພວນ ລາຄາສິນຄ້າທຸກປະເພດຖີບຕົວຂຶ້ນຢ່າງໄວວາ ແລະ ສູງຜິດປົກະຕິ, ອັນເນື່ອງມາຈາກການຜັນຜວນຂອງເສດຖະກິດໂລກໂດຍລວມ, ທຸກຢ່າງຂຶ້ນລາຄາທຶດໆ ບໍ່ມີທີທ່າວ່າຈະຜ່ອນຄາຍລົງແມ່ນແຕ່ໜ້ອຍດຽວ, ຊຶ່ງໄດ້ສົ່ງຜົນກະທົບໄປທົ່ວໂລກ. ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານມີຄວາມຝືດເຄືອງຂຶ້ນນັບມື້,ໂດຍສະເພາະແມ່ນປະເທດດ້ອຍພັດທະນາຄືປະເທດເຮົາຍິ່ງມີຄວາມລໍາບາກໃນການເອົາຊີວິດລອດ ເພາະຄ່າເງິນກີບຫຼຸດລົງ, ຄ່າຄອງຊີບຊໍ້າພັດຖີບຕົວຂຶ້ນສູງ, ເງິນເດືອນພະນັກງານມີຈໍາກັດ. ສໍາລັບລາວເຮົາອາດມາຈາກເຫດຜົນໃນຕົວຫຼາຍກວ່າເຫດຜົນນອກຕົວ. ເຫດຜົນໃນຕົວທີ່ວ່ານີ້ກໍຄື: ຄົນລາວເຮົາຈໍານວນໜຶ່ງຍັງຂາດສະຕິເປັນເຈົ້າຕົນເອງ, ຂາດຈິດໃຈຊາດ ແລະ ຄວາມເປັນຊາດຂອງຕົນເອງ….

ອຸທົກກະໄພ​ ອັນຕະລາຍເກີດຈາກທຳມະຊາດ ພວກເຮົາຈະປະໝາດບໍ່ໄດ້

ອຸທົກກະໄພ​ ອັນຕະລາຍເກີດຈາກທຳມະຊາດ ພວກເຮົາຈະປະໝາດບໍ່ໄດ້

ໂດຍ: ທິດກໍ່າ ນັບແຕ່ຕົ້ນເດືອນສິງຫາ ເປັນຕົ້ນມາ ພາຍຸຝົນໄດ້ຕົກໜໍ່າລົງຢູ່ໃນຂອບເຂດປະເທດລາວເກືອບທົ່ວທຸກພາກຂອງປະເທດ ຕ່າງແຕ່ວ່າມີບ່ອນຕົກຫລາຍຕົກໜ້ອຍ ໂດຍຍສະເພາະຢູ່ແຂວງພາກເໜືອ ເຊັ່ນ ອຸດົມໄຊ, ບໍແກ້ວ, ຫລວງນໍ້າທາ, ຜົ້ງສາລີ ແລະ ຫົວພັນ ປີນີໄດ້ຮັບຜົນກະທົບໜັກ ຢ່າງໃດກໍດີ, ເພື່ອເປັນການຕອບໂຕ້ ແລະ ຮັບມືຕໍ່ສະພາບດັ່ງກ່າວ ທາງແຂວງ…

ສະພາບດິນຟ້າອາກາດຢູ່ບ້ານເມືອງເຮົາປ່ຽນແປງໄປຫລາຍ ຝົນເທລົງມາລົງມາຍາມໃດ ເກີດນໍ້າຖ້ວມນອງກະທັນຫັນໂລດ

ສະພາບດິນຟ້າອາກາດຢູ່ບ້ານເມືອງເຮົາປ່ຽນແປງໄປຫລາຍ ຝົນເທລົງມາລົງມາຍາມໃດ ເກີດນໍ້າຖ້ວມນອງກະທັນຫັນໂລດ

ໂດຍ: ທິດກໍ່າ ມື້ກ່ອນນີ້ ທິດກໍ່າ ກໍໄດ້ຂຽນບົດໜຶ່ງກ່ຽວກັບຟ້າຝົນຊົນລະທາ ເຊິ່ງມີຫົວຂໍ້ວ່າ: “ຝົນຕົກໜັກຢູ່ບ່ອນໃດນ້ຳຖ້ວມຫລາຍຢູ່ບ່ອນນັ້ນ” ຢູ່ຕໍ່ມາບໍ່ພໍເທົ່າໃດວັນ ຄືຄືນຂ້ອນແຈ້ງຂອງວັນທີ 7 ຫາຕອນເຊົ້າວັນທີ 8 ສິງຫາ 2022 ຜ່ານມາ ຝົນມັນກໍໜໍ່າລົງຢູ່ກະໂຕເຂດໃຈກາງນະຄອນຫລວງວຽງຈັນ. ຝົນຕົກລົງມາຄັ້ງນີ້ແມ່ນໜັກກວ່າມື້ທີ່ຜ່ານໆມາ ຈົນເຮັດໃຫ້ຫລາຍເຂດຫລາຍບ້ານຢູ່ແຖວເມືອງສີໂຄດຕະບອງເຊັ່ນ: ທົ່ງປົ່ງ, ສີໄຄ,…

ເປີດໃຈໄຂປະຕູຕ້ອນຮັບແຂກຕ່າງດ້າວທ້າວຕ່າງແດນ ແຕ່ຍັງຄັບແຄ້ນບາງບັນຫາຂອດບໍລິການ ແລະ ລາຄາສິນຄ້າ

ເປີດໃຈໄຂປະຕູຕ້ອນຮັບແຂກຕ່າງດ້າວທ້າວຕ່າງແດນ ແຕ່ຍັງຄັບແຄ້ນບາງບັນຫາຂອດບໍລິການ ແລະ ລາຄາສິນຄ້າ

ໃນຄວາມເປັນຈິງແລ້ວ, ນັບແຕ່ພັກ ແລະ ລັດຖະບານໄດ້ມີນະໂຍບາຍເປີດປະເທດມາແຕ່ກາງເດືອນພຶດສະພາ 2022 ມາຮອດປັດຈຸບັນ ເຫັນວ່າມີນັກທ່ອງທ່ຽວເລີ່ມທະຍອຍເຂົ້າມາທ່ຽວລາວນັບມື້ຫລາຍຂຶ້ນ. ໃນຈຳນວນນັກທ່ອງທ່ຽວທີ່ໄດ້ເຂົ້າມາທ່ຽວລາວຫລາຍກວ່າໝູ່ກໍແມ່ນພີ່ນ້ອງຊາວໄທ ເຊິ່ງເປັນເພື່ອນບ້ານໃກ້ຄຽງທີ່ມີຮາກເຫງົ້າທາງເຊື້ອຊາດ ແລະ ພາສາ. ຄາດວ່າໃນອະນາຄົດຕໍ່ໜ້າ ຫລື ຍາວນານ ອາດຈະມີນັກທ່ອງທ່ຽວຈາກຫລາຍປະເທດພາກັນມາທ່ຽວເມືອງລາວຫລາຍຂຶ້ນໃນແຕ່ລະປີ. ດັ່ງທີ່ຮູ້ກັນແລ້ວວ່າ, ປະເທດລາວເຮົາເປັນປະເທດທີ່ເຕັມໄປດ້ວຍວັດທະນະທຳ ແລະ ທຳມະຊາດທີ່ສວຍສົດງົດງາມ ເປັນຕົ້ນມີຫ້ວຍນ້ຳລຳເຊ,…

ລາວ-ຫວຽດນາມ-ກຳປູເຈຍ ຫາລື ສືບຕໍ່ພັດທະນາຂໍ້ສະດວກ ແລະ ວາງແຜນການມືຕ້ານ ແລະ ສະກັດກັ້ນໄພອັນຕະລາຍຕ່າງໆ ຈາກອາຊະຍາກຳຂ້າມຊາດ

ລາວ-ຫວຽດນາມ-ກຳປູເຈຍ ຫາລື ສືບຕໍ່ພັດທະນາຂໍ້ສະດວກ ແລະ ວາງແຜນການມືຕ້ານ ແລະ ສະກັດກັ້ນໄພອັນຕະລາຍຕ່າງໆ ຈາກອາຊະຍາກຳຂ້າມຊາດ

ສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມສານບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ 3 ປະເທດ ລາວ – ຫວຽດນາມ – ກໍາປູເຈຍ ຄັ້ງທີ VI ຂຶ້ນໃນວັນທີ 10-11 ສິງຫາ 2022 ທີ່…

ຝົນຕົກໜັກຢູ່ບ່ອນໃດ ນ້ຳຖ້ວມຫລາຍຢູ່ບ່ອນນັ້ນ ບັນຫາທີ່ສັງຄົມໃຫ້ຄວາມສົນໃຈເຖິງມາດຕະການປ້ອງກັນ ແລະ ແກ້ໄຂ

ຝົນຕົກໜັກຢູ່ບ່ອນໃດ ນ້ຳຖ້ວມຫລາຍຢູ່ບ່ອນນັ້ນ ບັນຫາທີ່ສັງຄົມໃຫ້ຄວາມສົນໃຈເຖິງມາດຕະການປ້ອງກັນ ແລະ ແກ້ໄຂ

ໂດຍ: ທິດກໍ່າ ຕອນເຊົ້າວັນທີ 20 ສິງຫາ 2022 ເກີດມີຝົນຕົກໜັກຢູ່ຂອບເຂດທົ່ວນະຄອນຫລວງວຽງຈັນ. ໂດຍສະເພາະເມືອງສີໂຄດ, ເມືອງໄຊທານີ, ເມືອງຈັນທະບູລີ ແລະ ສີສັດຕະນະນາກຂອບເຂດຕົວເມືອງໃຫຍ່ທັງ 4 ເມືອງຈາກສະພາບຝົນຕົກໄດ້ແກ່ຍາວເກືອບໝົດຄືນຊອດແຈ້ງ, ມີຫ່າຄ່ອຍຫ່າແຮງ ຈົນເຮັດໃຫ້ບ່ອນບໍ່ເຄີຍຖ້ວມກໍຖ້ວມ ຕາມເສັ້ນທາງຫລັກໆເຊັ່ນ ສີ່ແຍກດົງໂດກ. ຊ້າງຄູ້, ສີ່ແຍກທາດຫລວງ,…

ລັດວິສາຫະກິດນໍ້າມັນເຊື້ອໄຟລາວແຈ້ງວ່າ ຈະນຳເຂົ້ານໍ້າມັນເຊື້ອໄຟໃຫ້ພຽງພໍ ຢ່າງເປັນ ປົກກະຕິ ຈະແມ່ນແທ້ ຫລືບໍ່?

ລັດວິສາຫະກິດນໍ້າມັນເຊື້ອໄຟລາວແຈ້ງວ່າ ຈະນຳເຂົ້ານໍ້າມັນເຊື້ອໄຟໃຫ້ພຽງພໍ ຢ່າງເປັນ ປົກກະຕິ ຈະແມ່ນແທ້ ຫລືບໍ່?

ໃນໄລຍະຕົ້ນເດືອນຜ່ານມານີ້ ມີຜູ້ໃຊ້ເຟສບຸກຫລາຍທ່ານໂພສກ່ຽວກັບປໍ້ານໍ້າມັນບາງແຫ່ງໃນນະຄອນຫລວງວຽງວຽງຈັນຂາດນໍ້າມັນບໍລິການ ເຮັດໃຫ້ຫລາຍຄົນມີຄວາມກັງວົນ ຢ້ານວິກິດການອັນເກົ່າ, ສະພາບລຽນຄິວກັນຊື້ນໍ້າມັນຈະຫວນຄືນມາອີກຄັ້ງ. ໂດຍສັງຄົມໄດ້ຢ້ອນເຖິງ ການລາຍງານຂອງລັດຖະມົນຕີກະຊວງການເງິນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຜ່ານມາ ເນື້ອໃນໄດ້ເວົ້າເຖິງການໄດ້ອະນຸມັດເງິນຈຳນວນ 200 ລ້ານໂດລາ ເພື່ອນຳເຂົ້ານໍ້າມັນເຊື້ອໄຟ. ໝາຍຄວາມວ່າ ໃນຈຳນວນ 200 ລ້ານລິດ ທີ່ລັດຖະບານອະນຸມັດນໍາເຂົ້ານັ້ນຈະກຸ້ມຢູ່ປະມານ 2…

ການຊື້-ຂາຍພາຍໃນ ເປັນການເງິນຕາຕ່າງປະເທດ ເຮັດໃຫ້ຄຸນຄ່າຂອງເງິນກີບຫລຸດລົງ ຕ້ອງກວດກາແກ້ໄຂຢ່າງຈິງຈັງ

ການຊື້-ຂາຍພາຍໃນ ເປັນການເງິນຕາຕ່າງປະເທດ ເຮັດໃຫ້ຄຸນຄ່າຂອງເງິນກີບຫລຸດລົງ ຕ້ອງກວດກາແກ້ໄຂຢ່າງຈິງຈັງ

ບັນຫາເງິນຕາ ໄດ້ກາຍເປັນກະແສ ທ່າມກາງຄວາມຫຍຸ້ງຍາກຫລາຍດ້ານໜຶ່ງໃນນັ້ນແມ່ນບັນຫານໍ້າມັນເຊື້ອໄຟ ແລະ ຜ່ານມາ, ລັດໄດ້ພະຍາຍາມປະຕິບັດມາດຕະການຄຸ້ມຄອງເງິນຕາເຂັ້ມງວດກວ່າເກົ່າທັງໄດ້ສືບຕໍ່ຊຸກຍູ້ສົ່ງເສີມການໃຊ້ເງິນກີບໃນການຊື້-ຂາຍ, ຊໍາລະພາຍໃນປະເທດຕາມລະບຽບກົດໝາຍຢ່າງແຂງແຮງ. ຂະນະທີ່ທ່າມກາງຄວາມພະຍາຍາມຂອງພາກລັດທີ່ຄຸ້ມຄອງເງິນຕາຕ່າງປະເທດໃນການຊື້-ຂາຍ,ຊໍາ ລະ…ນັ້ນ, ການປຸກລະດົມທົ່ວສັງຄົມໃຊ້ເງິນກີບໂດຍທັງສູນກາງ ແລະ ທ້ອງຖິ່ນໄດ້ພ້ອມກັນຜັນຂະຫຍາຍໂດຍສະເພາະການຕິດລາຄາສິນຄ້າເປັນເງິນກີບ, ຮັບຊໍາລະຄ່າສິນຄ້າ…ເປັນເງິນກີບ ຊຶ່ງພື້ນຖານແລ້ວໄດ້ຮັບຄວາມຮ່ວມມືເປັນຢ່າງດີ. ແນວໃດກໍດີ, ບັນຫາທີ່ຕັ້ງຂຶ້ນທີ່ສັງຄົມເປັນຫ່ວງ ຄືບັນຫາເດີມມັນຈະກັບມາຄື ບັນຫາຫຍໍ້ທໍ້ໃນການແລກປ່ຽນເງິນຕາ, ການຕິດລາຄາ, ຮັບຊໍາລະຄ່າສິນຄ້າ…ຢູ່ພາຍໃນ…

ເມື່ອກ້າຮັບຈິງ ເຫັນໄດ້ເຖິງຄວາມບົກພ່ອງ ທຸກຢ່າງກໍຈະປ່ຽນແປງແກ້ໄຂໃຫ້ໄປໃນທິດທາງທີ່ດີໄດ້

ເມື່ອກ້າຮັບຈິງ ເຫັນໄດ້ເຖິງຄວາມບົກພ່ອງ ທຸກຢ່າງກໍຈະປ່ຽນແປງແກ້ໄຂໃຫ້ໄປໃນທິດທາງທີ່ດີໄດ້

ເປັນເລື່ອງປົກກະຕິເມື່ອເວົ້າເລື່ອງນີ້, ແຕ່ມັນບໍ່ປົກກະຕິຍ້ອນຄວາມໃຈແຄບຂອງຄົນ, ການຈັດຕັ້ງໃດໜຶ່ງທັງທີ່ຮູ້ຄວາມຜິດພາດ ຄວາມບົກພ່ອງໃນການປະພຶດ ປະຕິບັດວຽກງານທີ່ພັກ-ລັດມອບໝາຍໃຫ້ໝາຍວ່າ ລືມຄຳວ່າ ຮັບໃຊ້ປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ. ຍົກເລື່ອງນີ້ຂຶ້ນມາເພື່ອຢາກຊີ້ໃຫ້ເຫັນວ່າ: ຄົນເຮົາບໍ່ວ່າຈະໃນຖານະຄອບຄົວ, ການຈັດຕັ້ງພັກ-ລັດ ຫລື ຫົວໜ່ວຍທຸລະກິດບໍລິສັດໃດໜຶ່ງ ການກ້າຍອມຮັບຈຸດບົກພ່ອງບໍ່ແມ່ນເລື່ອງທໍາມະດາ ເນື່ອງຈາກພຶດຕິກໍາມະນຸດ ມັກປົກປ້ອງຜົນກະທຳຂອງຕົນ. ແນວໃດກໍດີເມື່ອກ້າຮັບເພື່ອນໍາໄປປັບປຸງປ່ຽນແປງ ຄວາມປະເສີດເລີດລໍ້າກໍເກີດຂຶ້ນເມື່ອນັ້ນເພາະສາມາດ…