ລົດໄຟສ້າງປັດໄຈໃຫ້ການທ່ອງທ່ຽວລາວຄຶກຄັກ ຄຶກຄື້ນຂຶ້ນຫລາຍ ແຕ່ຖ້າໃຫ້ດີຕ້ອງຮີບແກ້ໄຂບັນຫາຕ່າງໆຢ່າງຮີບດ່ວນ

ລົດໄຟສ້າງປັດໄຈໃຫ້ການທ່ອງທ່ຽວລາວຄຶກຄັກ ຄຶກຄື້ນຂຶ້ນຫລາຍ ແຕ່ຖ້າໃຫ້ດີຕ້ອງຮີບແກ້ໄຂບັນຫາຕ່າງໆຢ່າງຮີບດ່ວນ

ໂດຍ: ທິດກໍ່າ ດັ່ງພວກເຮົາໄດ້ເຫັນໃນແຫລ່ງຂ່າວ ໂດຍສະເພາະໃນສື່ອອນລາຍ ນັບແຕ່ລັດຖະບານ ສປປ ລາວ ຂອງພວກເຮົາໄດ້ເປີດປະເທດຢ່າງເຕັມຮູບແບບມາແຕ່ວັນທີ 19 ພຶດສະພາ 2022 ເປັນຕົ້ນມາ ໄດ້ສ້າງປັດໄຈໃຫ້ນັກທ່ອງທ່ຽວທະຍອຍຫລັ່ງໄຫລກັນເຂົ້າມາທ່ຽວລາວນັບມື້ຫລາຍຂຶ້ນ. ໃນບັນດານັກທ່ອງທ່ຽວທີ່ວ່ານີ້ ຫລາຍທີ່ສຸດກໍແມ່ນພີ່ນ້ອງຊາວໄທທີ່ເປັນເພື່ອນບ້ານໃກ້ຄຽງທາງດ້ານເຊື້ອຊາດ ແລະ ພາສາ. ໃນໄລຍະສອງສາມປີຜ່ານມາ, ປະເທດລາວຂອງພວກເຮົາໄດ້ຜະເຊີນກັບບັນຫາການແພ່ລະບາດຂອງພະຍາດໂຄວິດ-19 ຈົນເຮັດໃຫ້ລາຍຮັບແຫ່ງຊາດຕົກຢູ່ໃນສະພາວະວິກິດທາງດ້ານເສດຖະກິດ-ການເງິນ…

ໄຟອຳນາດເປ່ເພ ຂາດການສ້ອມແປງ ແລະ ແກ້ໄຂ ບໍ່ແມ່ນການປິດເພື່ອທົດລອງຈະລາຈອນແອອັດ

ໄຟອຳນາດເປ່ເພ ຂາດການສ້ອມແປງ ແລະ ແກ້ໄຂ ບໍ່ແມ່ນການປິດເພື່ອທົດລອງຈະລາຈອນແອອັດ

ໂດຍ: ລູກເມືອງພວນ ຫລາຍເດືອນຜ່ານມານີ້ ປາກົດເຫັນໄຟສັນຍານຈະລາຈອນຢູ່ຕາມ 3 ແຍກ, 4 ແຍກ ທົ່ວນະຄອນຫລວງ ວຽງຈັນ ປິດໝົດ ຫຼື ເປ່ເພໝົດກໍບໍ່ຮູ້, ຍັງເຫລືອພຽງແຕ່ໄຟສັນຍານສີເຫລືອງທີ່ຍັງກະພິບກະພິບຢູ່, ແຕ່ບາງບ່ອນກໍບໍ່ມີເລີຍ ເຊິ່ງໜັງສືພິມລາວພັດທະນາໄດ້ນຳສະເໜີໃຫ້ສັງຄົມມີສະຕິລະມັດລະວັງໃນການໃຊ້ລົດໃຊ້ຖະໜົນ ແລະ ສ່ອງແສງເຖິງເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງເລື້ອຍມາ. ເຮັດໃຫ້ຫລາຍຄົນເວົ້າບໍ່ເປັນທາງການວ່າ “ບໍ່ແມ່ນມັນເປ່ເພ…

ບໍ່ໃຫ້ນ້ຳຖ້ວມຂັງ ຕ້ອງຈິງຈັງຮ່ວມມືກັນແກ້ໄຂ

ບໍ່ໃຫ້ນ້ຳຖ້ວມຂັງ ຕ້ອງຈິງຈັງຮ່ວມມືກັນແກ້ໄຂ

ບັນດາຕົວເມືອງໃຫຍ່ ໂດຍສະເພາະນະຄອນຫລວງວຽງຈັນ ພໍໜ້າຝົນມາ ມັກເກີດບັນຫານ້ຳຖ້ວມຂັງຖະ ໜົນຫົນທາງ, ເຮືອນຊານປະຊາຊົນ ເນື່ອງຈາກບັນດາຮ່ອງລະບາຍນ້ຳທີ່ມີຢູ່ນັ້ນລະບາຍນ້ຳບໍ່ທັນ ຍ້ອນອຸດຕັນ ແລະການທີ່ຮ່ອງລະບາຍນໍ້າໃນຕົວເມືອງອຸດຕັນສ່ວນໜຶ່ງເກີດຈາກຄວາມບໍ່ເອົາໃຈໃສ່ຂອງສັງຄົມເຊັ່ນ ຖິ້ມຂີ້ເຫຍື້ອ ແລະ ສິ່ງເສດເຫລືອຕ່າງໆລົງຮ່ອງລົງຄອງ. ຜ່ານມາ, ເຈົ້າໜ້າທີ່ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ສຸມກຳລັງອະນາໄມຕົວເມືອງໂດຍການຊວ້ານດິນອອກຈາກແຄມທາງ, ຮ່ອງລະບາຍນໍ້າສາຍຫລັກ, ຮ່ອງຖະໜົນທ່າເດື່ອ(ຈຸດໄຟອຳ ນາດທາດຂາວ),…

ຫາກິນເທິງຄວາມຢາກ ໂລບມາກໂລພາຂອງຄົນອື່ນ ແຕ່ບໍ່ໜີພົ້ນກົດແຫ່ງກຳ

ຫາກິນເທິງຄວາມຢາກ ໂລບມາກໂລພາຂອງຄົນອື່ນ ແຕ່ບໍ່ໜີພົ້ນກົດແຫ່ງກຳ

ບໍ່ວ່າວົງການໃດທັງໃນລາວ ແລະ ຕ່າງປະເທດ ລ້ວນແຕ່ຢູ່ໃນຂອບ ຢູ່ໃນກົດກະຕິກາ ວ່າແຈ້ງໆຄືຢູ່ໃນຕົວບົດກົດໝາຍບ້ານເມືອງ, ແຕ່ອາດຈະດ້ວຍຄວາມໂລບມາກໂລພາ ຫລື ຄວາມບໍ່ສັດຊື່ບໍລິສຸດທັງຕໍ່ຕົນເອງ ແລະ ສັງຄົມ ຈຶ່ງເຮັດໃຫ້ກິເລດຕັນຫາຄວາມຢາກຄອບງຳ ເມື່ອຜູ້ໃດໜຶ່ງ ກຸ່ມຄົນໃດໜຶ່ງປະພຶດນອກ ກົດກະຕິກາ ຫລື ລະບຽບການ, ກົດໝາຍບ້ານເມືອງ ລ້ວນແຕ່ເກີດຄວາມຜິດພາດ ສົ່ງຜົນສະທ້ອນທີ່ບໍ່ດີ…

ໂມໂຫໂທໂສ ພາໂຕຕົກຕໍ່າ

ໂມໂຫໂທໂສ ພາໂຕຕົກຕໍ່າ

ຄຳເວົ້າທີ່ວ່າ​ “ໂມໂຫ​ໂທໂສ ພາ​ໂຕ​ຕົກ​ຕໍ່າ”​ ມັກໄດ້ຍິນຈາກປາກຂອງຜູ້ເປັນພໍ່ແມ່, ຜູ້ປົກຄອງ​ທຸກ​ຄົນ​ເຄີຍ​ໃຊ້​ບອກ ສັ່ງສອນ​ລູກ​ຫລານ ແລະ ມາ​ຮອດ​ດຽວປັດຈຸບັນ, ​ຄຳ​ສອນ​ດັ່ງກ່າວ​ກໍ​ຍັງ​ໃຫ້​ຄວາມ​ໝາຍ​ໃນ​ແງ່​​ຄິດຫງໍາໄດ້​ເປັນ​ຢ່າງ​ດີ​. ຄຸ້ນເຄີຍດີກັບການບອກສອນຂອງ​ຜູ້​ເຖົ້າ ທີ່ມັກ​ເວົ້າ​ວ່າ ຜູ້​ໃດ​ໃຈຮ້ອນ​ວູ່​ວື່ ບໍ່​ຄວນ​ຖື​ອາ​ວຸດ ບໍ່ຄວນໃຊ້ກຳ ລັງ…ເພາະເປັນ​ອັນຕະລາຍ​ ແລະ ກໍເປັນສິ່ງທີ່​ບໍ່​ສົມ​ເຫດ​ສົມ​ຜົນ. ຂະນະດຽວກັນກໍ​ຍັງ​ມີ​ບາງ​ຄຳ​ສອນຂອງ​ຄົນ​ບູຮານ​ວ່າ: ການ​ປ້ອງ​ກັນ​ຕົນ​ທີ່​ດີ​ບໍໍ່​ແມ່ນ​ການ​ມີ​ອາວຸດ​ດີ​​ຄອບຄອງ ແຕ່​ເປັນ​ການ​ເພີ່ມ​ໝູ່​ສະຫາຍ​ຮັກ​ແພງ…ເຫດການ​ທີ່​ເປັນ​ຂ່າວ​ດັງ​​ຊົ່ວ​ຂ້າມ​ຄືນ​ຄືການອາລະວາດຕີກັນ​ເຖິງ​ຂັ້ນ​ບາດ​ເຈັບ​…

ການຫາປາແບບຍືນຍົງ  ຢ່າໃຊ້ວິທີການຫາແບບດັບສູນ

ການຫາປາແບບຍືນຍົງ ຢ່າໃຊ້ວິທີການຫາແບບດັບສູນ

ໄລຍະເຂົ້າພັນສາເປັນເວລາພືດພັນທັນຍາຫານຕາມທຳມະຊາດອຸດົມສົມບູນ, ເປັນໄລຍະແຜ່ພັນຂອງສິ່ງ ມີຊີວິດຕາມທຳມະຊາດໂດຍສະເພາະສັດນໍ້າ-ສັດປ່າທີ່ມີຄຸນຕໍ່ການດຳລົງຊີວິດຂອງຄົນເຮົາ. ເມື່ອເວົ້າເລື່ອງປາ ແລະ ສັດນໍ້າ, ໄລຍະນີ້ການຫາປາຂອງປະຊາຊົນລາວບາງທ້ອງຖິ່ນໝານດີຍ້ອນປາຂຶ້ນຫລາຍ. ແນວ ໃດກໍດີ ມີຫລາຍຄໍາຄິດເຫັນສະແດງຄວາມດີໃຈຕໍ່ຄວາມອຸດົມສົມບູນຂອງທຳມະຊາດ, ແຕ່ຂະນະດຽວກັນກໍຮຽກຮ້ອງໃຫ້ຫາແບບບໍ່ໃຫ້ດັບສູນ. ຄວາມຈິງແລ້ວນີ້ແມ່ນລະດູການປາໄຂ່-ແພ່ພັນ ໃນຍາມນໍ້ານອງພວກມັນຈະຂຶ້ນຕາມກະແສນໍ້າເພື່ອໄຂ່-ປະສົມພັນ. ຂະນະດຽວກັນເຖິງວ່າປາບາງຊະນິດບໍ່ຢູ່ໃນບັນຊີສັດນໍ້າປະເພດຫວງຫ້າງ ແລະ ຄຸ້ມຄອງ ເຊັ່ນປາສ້ອຍ-ປາກະແຕບ, ປາຮາກກ້ວຍ…, ແຕ່ຖ້າພວກເຮົາຫາກິນແບບດັບສູນ ມັນກໍດັບສູນແທ້,…

ຫາກມີໄຟເຍືອງທາງ ຊີວິດກໍຫ່າງອຸບັດເຫດ

ຫາກມີໄຟເຍືອງທາງ ຊີວິດກໍຫ່າງອຸບັດເຫດ

ໂດຍ: ມຶກບໍ່ແຫ້ງ ການເກີດອຸບັດເຫດໃນ ສປປລາວ ນັບວ່າ ຮ້າຍແຮງ ເຊິ່ງອາດມີຫຼາຍສາເຫດແຕ່ໜຶ່ງໃນນັ້ນກໍແມ່ນ ເລື່ອງຄວາມປອດໄພຂອງຖະໜົນຫົນທາງໂດຍສະເພາະໄປທາງມືດ ມັນກໍມີຄວາມສ່ຽງບໍ່ໜ້ອຍ. ໃນບັນດາ ຕົວເມືອງໃຫຍ່ຂອງ ສປປລາວ ໂດຍສະເພາະ ນະຄອນຫຼວງວຽງຈັນ ທີ່ເປັນເມືອງຫຼວງ ແລະ ມີພົນລະເມືອງອາໄສຢູ່ຫຼາຍທີ່ສຸດນັ້ນ ຖືວ່າ ການໄປມາຂອງຜູ້ຄົນເອີ້ນວ່າໝົດມື້ໝົດຄືນ ເພາະສະນັ້ນເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນດັ່ງກ່າວ…

ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້

ໄຟເຍືອງທາງມືດ ບັນຫາທີ່ແກ້ໄດ້ ແຕ່ບໍ່ແກ້

ຕະຫລອດໄລຍະຫລາຍເດືອນຫລາຍປີຜ່ານມາ ປະຊາຊົນສະແດງຄວາມເປັນຫ່ວງດ້ານສະພາບຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍຖະໜົນຫົນທາງ ໂດຍສະເພາະ ສະ.ສະຫວ່າງທີ່ທາງນະຄອນຫລວງວຽງຈັນວາງອອກ ເຖິງວ່າປັດຈຸບັນການພັດທະນາພື້ນຖານ ໂຄງລ່າງຕົວເມືອງໄດ້ມີການຂະຫຍາຍຕົວຢ່າງໄວວາ, ມັນໄດ້ສ້າງສິ່ງນວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ຂອງປະຊາຊົນນັບວ່າເປັນສິ່ງທີ່ດີ ແຕ່ສິ່ງເຫລົ່ານີ້ບໍ່ໄດ້ຮັບການເບິ່ງແຍງປົກປັກຮັກສາ ແລະ ພັດທະນາໃຫ້ສົມກັບທີ່ສ້າງ. ແຕ່ຄຽງຄູ່ກັນນັ້ນ ກໍຍັງຖະໜົນຫລາຍເສັ້ນ ຕົກຢູ່ໃນສະພາບມືດມົວທີ່ມີຄວາມສ່ຽງກໍ່ໃຫ້ເກີດອຸບັດເຫດ ແລະ ເປັນຈຸດບອດໃຫ້ແກ່ຜູ້ບໍ່ຫວັງດີສວຍໂອກາດກະທໍາໃນສິ່ງບໍ່ດີຕ່າງໆ, ດັ່ງຢູ່ຖະໜົນ 450 ປີ ເຊິ່ງເປັນຖະໜົນໃຫຍ່…

ບັນຫາຖະໜົນຫົນທາງ ຍນະຄອນຫລວງກາຍເປັນແອ່ງນໍ້າ ເຮົາຈະແກ້ໄຂກັນແນວໃດໃຫ້ເດັດຂາດ ?

ບັນຫາຖະໜົນຫົນທາງ ຍນະຄອນຫລວງກາຍເປັນແອ່ງນໍ້າ ເຮົາຈະແກ້ໄຂກັນແນວໃດໃຫ້ເດັດຂາດ ?

ໂດຍ: ມຶກບໍ່ແຫ້ງ ພໍແຕ່ຝົນຕົກບໍ່ພໍເທົ່າໃດກໍເຮັດໃຫ້ເສັ້ນທາງຫຼາຍສາຍໃນຕົວເມືອງ ຫຼວງວຽງຈັນກາຍເປັນນໍ້າແກ່ງທັນທີເຊິ່ງບັນຫານີ້ເກີດມາດົນສົມຄວນແລ້ວ. ເມື່ອ 4-5 ມື້ທີ່ຜ່ານມາ ຝົນໄດ້ຕົກລົງທົ່ວນະຄອນຫຼວວຽງຈັນ ແລະ ເຂດແຂວງອື່ນໆຂອງປະເທດໜັກສົມຄວນ ເຊິ່ງນອກຈາກ ຈະກັງວົນໃຈນຳນໍ້າຖ້ວມໄຮ່ນາຕາກ້າ, ເຮືອນຊານບ້ານຊ່ອງຂອງປະຊາຊົນ ຜູ້ທີ່ອາໄສ ບ່ອນທີ່ມີຄວາມສ່ຽງແລ້ວພວກເຮົາຍັງເຫັນວ່າການສັນຈອນຕາມທ້ອງຖະໜົນຂອງນະຄອນຫຼວງຫຼາຍຈຸດນັ້ນເກືອບວ່າ ອຳມະພາດລົງ ຍ້ອນນໍ້າອັ່ງ. ຕາມການລາຍງານ ຂອງປະຊາຊົນ ທາງສື່ອອນລາຍ…

ຈັບຜູ້ຖືກສົງໄສຄ້າຂາຍອາວຸດເສິກ ຜ່ານທາງອອນລາຍ

ຈັບຜູ້ຖືກສົງໄສຄ້າຂາຍອາວຸດເສິກ ຜ່ານທາງອອນລາຍ

ເຈົ້າໜ້າທີ່ ຫ້ອງຕໍາຫຼວດ ປກສ ນວ ໃຫ້ຮູ້ວ່າ: ວັນທີ 14 ກໍລະກົດ 2022, ເວລາ 14:00 ໂມງ ເຂົ້າຈັບຜູ້ຖືກສົງໄສ ຄ້າຂາຍອາວຸດເສິກ ຢູ່ແຄມຂອງ ເຂດບ້ານມີໄຊ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊື່ ທ້າວ…