ບົດຄວາມ: ລາວພັດທະນາ ປັດຈຸບັນກໍຄືຜ່ານມາ, ພັກ-ລັດຖະບານໄດ້ສຸມທຶນຮອນອັນມະຫາສານເຂົ້າໃສ່ປັບປຸງ, ກໍ່ສ້າງຖະໜົນຫົນ ທາງໃຫ້ດີຂຶ້ນໂດຍການປູຢາງ ຫລື ເບຕົງທີ່ແໜ້ນໜາທົນທານໄດ້ມາດຖານເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນໄປມາລວມເຖິງການຂົນສົ່ງສິນຄ້າ. ແນວໃດກໍດີເມື່ອເບິ່ງອີກດ້ານໜຶ່ງຄືການຮັກສາຄວາມສະອາດຍັງເຮັດໄດ້ໜ້ອຍ ໂດຍຄວາມເປິເປື້ອນຂອງຖະໜົນຫົນທາງນັ້ນມາຈາກຫລາຍສາເຫດ ແລະ ໜຶ່ງໃນຫລາຍສາເຫດກໍຄືບັນຫາລົດບັນທຸກໜັກຂະໜາດຕ່າງໆນັບແຕ່ 6 ລໍ້, 10 ລໍ້, 12 ລໍ້ຈໍານວໜຶ່ງໄດ້ແຂ່ງກັນບັນທຸກຫີນ-ຊາຍ, ດິນແດງ ແລະ ອື່ນໆແລ່ນເຂົ້າອອກຈາກສະໜາມດິນ, ຫີນ ແລະ ສະໜາມກໍ່ສ້າງຢູ່ຫລາຍບ່ອນຂອງໃຈກາງນະຄອນຫລວງວຽງຈັນ ຊຶ່ງຍັງສັງເກດເຫັນບໍ່ມີຜ້າປົກປິດ ຫລື ຖ້າປົກປິດແດ່ກໍບໍ່ ແໜ້ນບໍ່ແຈບ ເມື່ອຕົກເຮ່ຍ ຫລື ຟົ້ງອອກຈາກລົດຍ່ອມສົ່ງຜົນເຮັດໃຫ້ເສັ້ນທາງເປິເປື້ອນບໍ່ເວັ້ນແຕ່ລະມື້ ທັງໆທີ່ຂະແໜງການກ່ຽວຂ້ອງ ໄດ້ປະກາດຫ້າມຜູ້ປະກອບການຂົນສົ່ງດັ່ງກ່າວມາແລ້ວ, ແຕ່ບໍ່ມີໃຜເອົາຫົວຊາ ແລະ ກາຍເປັນສິ່ງທ້າທາຍຕໍ່ການຮັກສາຄວາມສະອາດ….