ບັນຫາຂີ້ເຫຍື້ອໃນງານບຸນ ຄືບັນຫາຊໍາເຮື້ອ ທີ່ຄະນະຈັດງານບຸນປີ 2022 ໝັ້ນໃຈວ່າຈະຊຳລະລ້າງໃຫ້ໄດ້

ບັນຫາຂີ້ເຫຍື້ອຊະຊາຍໃນປາງບຸນປະຈຳປີ ເປັນບັນຫາຍືດເຍື້ອຍາວນານ ທີ່ຖືກສັງຄົມສ່ອງແສງ ຢູ່ເປັນປະຈຳ ເຊິ່ງໃນແຕ່ລະປີ ພາກສ່ວນກ່ຽວຂ້ອງໄດ້ອອກມາຢັນຢັນໜັກໜາວ່າຈະບໍ່ໃຫ້ເກີດປາກົດການຖິ້ມຂີ້ເຫຍື້ອຊະຊາຍໂດຍເດັດຂາດ ພ້ອມທັງອອກມາດຕະການເຂັ້ມງວດ ແລະ ປຸກລະດົມມວນຊົນໃຫ້ຖິ້ມຂີ້ເຫຍື້ອຖືກບ່ອນຖືກທີ່ຕາມທີ່ພາກສ່ວນກ່ຽວຂ້ອງຈັດສັນໄວ້ ແຕ່ກໍຍັງບໍ່ເປັນໄປດັ່ງທີ່ຄາດການໄວ້.

ໃນປາງບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນປະຈຳປີ 2022 ນີ້ກໍເຊັ່ນດຽວກັນ ສັງຄົມໄດ້ສະແດງຄວາມເປັນຫ່ວງ ແລະ ຊ່ວຍກັນປຸກລະດົມມວນຊົນໃຫ້ຖິ້ມຂີ້ເຫຍື້ອຖືກຈຸດ ບໍ່ໃຫ້ຖິ້ມຊະຊາຍ  ພ້ອມດຽວກັນນີ້ທາງທາງພາກສ່ວນກ່ຽວຂ້ອງ ໂດຍສະເພາະຄະນະກຳມະການຈັດງານບຸນກໍໄດ້ຢໍ້າຢ່າງຊັນເຈນວ່າຈະບໍ່ໃຫ້ມີປາກົດການຊໍ້າເຮື້ອຄືດັ່ງຜ່ານມາ.

ທ່ານ ແກ້ວປະເສີດ ໄຊປັນຍາ, ຮອງເຈົ້າເມືອງຈັນທະບູລີ, ຮອງປະທານຄະນະກໍາມະການຈັດງານບຸນດັ່ງກ່າວວ່າ: ເພື່ອບໍ່ໃຫ້ເກີດຫາງສຽງກ່ຽວກັບບັນຫາຂີ້ເຫຍື້ອໃນປີນີ້, ຄະນະຮັບ ຜິດຊອບຈັດງານ ໄດ້ມອບໃຫ້ອະນຸກຳມະການຮັກສາຄວາມສະອາດທີ່ມີຫ້ອງການກ່ຽວຂ້ອງ ແລະ ບັນດາບໍລິສັດຮັບເໝົາເກັບມ້ຽນຂີ້ເຫຍື້ອຮັບຜິດຊອບ ໂດຍໄດ້ປຶກສາຫາລືວາງແຜນຮ່ວມກັນເພື່ອເກັບມ້ຽນຂີ້ເຫຍື້ອຢ່າງລະອຽດແລ້ວ ທັງຢູ່ຮອບໃນ ແລະ ຮອບນອກຂອງານ (ຮອບໃນ ແມ່ນພາຍໃນສວນເຈົ້າອະນຸວົງ ແລະ ຮອບນອກ ແມ່ນຂອບເຂດເສັ້ນ ທາງ ແລະ ຫ້າງຮ້ານພາຍໃນງານ), ພ້ອມນີ້ ໄດ້ກໍານົດໃຫ້ແຕ່ລະຈຸດ ກໍຄື ແຕ່ລະຮ້ານຕ້ອງມີຖົງເກັບມ້ຽນຂີ້ເຫຍື່ອເປັນຂອງຕົນເອງ ແລະ ຈະບໍ່ອະນຸຍາດໃຫ້ບັນດາບໍລິສັດນໍາເອົາແຜ່ນພັບ ຫລື ແຜ່ນປ້າຍໂຄສະນາມາແຈກຢາຍພາຍໃນງານ ເພາະຈະເປັນການສ້າງຂີ້ເຫຍື້ອຮົກເຮື້ອຂຶ້ນຕື່ມອີກ. ຂະນະທີ່ພາກສ່ວນກ່ຽວຂ້ອງຕ້ອງເກັບມ້ຽນຂີ້ເຫຍື້ອອອກຈາກງານໃຫ້ສໍາເລັດແຕ່ຕອນກາງຄືນຫລັງຈາກປິດງານໃນແຕ່ລະຄືນ ເພື່ອໃຫ້ສາມາດເປີດງານໄດ້ໃນຕອນເຊົ້າມື້ຕໍ່ໄປ.

ສໍາລັບໃນຄືນວັນເພັງ 15 ຄໍ່າ ທີ່ຈະມີການປະກວດເຮືອໄຟງາມ ແລະ ການໄຫລເຮືອໄຟຂອງມວນຊົນ, ໂດຍຖອດຖອນບົດຮຽນຈາກຫລາຍປີຜ່ານມາ ຄະນະກໍາມະການຈັດງານອະນຸຍາດໃຫ້ນໍາໃຊ້ໃບຕອງກວ້ຍ ຫລື ວັດສະດຸ ອື່ນໆ ທີ່ສະຫລາຍງ່າຍເພື່ອເຮັດເຮືອໄຟເທົ່ານັ້ນ, ແຕ່ບໍ່ອະນຸຍາດໃຫ້ນໍາໃຊ້ພາສຕິກ ຫລື ໂຟມ ເຮັດເຮືອໄຟ ເພາະມັນສະ ຫລາຍຍາກ. ນອກຈາກນີ້ ຈະໄດ້ຈັດເປັນຈຸດສໍາລັບການລົງໄປໄຫລເຮືອໄຟຢູ່ເຂດໜ້າວັດຈັນ ກໍຄື ຂອບເຂດພາຍໃນງານສະເພາະ ໂດຍບໍ່ອະນຸຍາດໃຫ້ລົງໄປປ່ອຍແບບຊະຊາຍຄືແຕ່ກ່ອນ ເພື່ອຄວາມປອດໄພ ແລະ ເປັນລະບຽບຮຽບຮ້ອຍ ເຊີ່ງຈະມີເຈົ້າໜ້າທີ່ກ່ຽວຂ້ອງປະຈໍາເພື່ອການແນະນໍາໃນແຕ່ລະຈຸດ.

ທ່ານຍັງຢືນຢັນຕື່ມວ່າ: ປີນີ້, ບັນດາເຮືອໄຟທີ່ຈະປ່ອຍໃນຄືນວັນເພັງ 15 ຄໍ່າ ຈະຖືກເກັບຂຶ້ນໃຫ້ສໍາເລັດແຕ່ຕອນກາງຄືນ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຊ່ວງເຮືອໃນຕອນເຊົ້າມື້ຕໍ່ໄປ, ທັງບໍ່ໃຫ້ສົ່ງຜົນກະທົບຕໍ່ສິ່ງແວດ ລ້ອມທາງນໍ້າ ແລະ ບໍ່ໃຫ້ເກີດມີຫາງສຽງວິພາກວິຈານຈາກສັງຄົມຄືຫລາຍປີຜ່ານມາ. ເຊີ່ງມາຮອດປັດຈຸບັນ ອະນຸກໍາມະການທີ່ກ່ຽວຂ້ອງ ໄດ້ກະກຽມກໍາລັງຄົນ ແລະ ພາຫະນະຮັບໃຊ້ເພື່ອເກັບມ້ຽນຂີ້ເຫຍື້ອທັງຢູ່ຮອບໃນ ແລະ ຮອບນອກພາຍໃນງານຄັ້ງນີ້ໄວ້ຮຽບຮ້ອຍແລ້ວ.

ຕາມການສຳພາດດັ່ງກ່າວນີ້, ນັບວ່າການຈັດວາງແຜນໄດ້ເປັນລະບົບຂັ້ນຕອນທີ່ດີຫລາຍສົມຄວນ ສ່ວນດ້ານການປະຕິບັດຕົວຈິງນັ້ນແມ່ນຕ້ອງອາໄສທຸກຄົນເປັນສ່ວນຮ່ວມ ເພື່ອໃຫ້ແຜນການດັ່ງກ່າວໄດ້ຮັບໝາກຜົນທີ່ດີ ແລະ ຫວັງຢ່າງຍິ່ງວ່າປີນີ້ຈະບໍ່ຄືປີກ່ອນຜ່ານໆມາ.