ໄດ້ແຕ່ຫວັງວ່າ ກໍລະນີການສໍ້ໂກງມະຫາສານຂອງ ສາຍາເຈ້ທິບ ຈະກາຍເປັນບົດຮຽນໃຫ້ສັງຄົມໄດ້ຫລາຍຂຶ້ນ

ໂດຍ: ທິດກໍ່າ
ຈາກກໍລະນີສາຍານາມ !!ເຈ້ທິບ!! ໄດ້ກາຍເປັນຄະດີດັງໃນປີ 2022 ໃນທົ່ວສັງຄົມລາວເຮົາຍຸກປັດຈຸບັນ. ອັນສາເຫດກໍຍ້ອນວ່າຜູ້ກ່ຽວພ້ອມພັກພວກຈຳນວນ 7 ຄົນ ໄດ້ໃຊ້ວິທີການໂຄສະນາຕົວະຍົວະຫລອກລວງໃຫ້ຄົນທັງຫລາຍຫລົງເຊື່ອ ແລ້ວເອົາເງິນໄປຝາກຫວັງໄດ້ດອກເບ້ຍສູງ. ໃນເວລາໄປຝາກເບື້ອງຕົ້ນກໍປາກົດວ່າໃຫ້ດອກເບ້ຍຕາມສັນຍາ, ແຕ່ພາຍລຸນມາກໍສ້ວຍຄືຫາງຂີ້ໂກະ ສຸດທ້າຍກໍມະຫັບມະຫາຍທັງຕົ້ນທັງດອກ ອັນນີ້ເຂົາເອີ້ນວ່າ: ແບບງູກິນຫາງ.
ເມື່ອເກີດມີບັນຫາຈົນຕາແຈ, ເຈ້ທິບ ພ້ອມສາມີກໍເອົາຕົວຫລົບໜີຂ້າມຂອງໄປລີ້ຢູ່ກຸງເທບປະເທດໄທ, ຕໍ່ມາກໍຖືກເຈົ້າໜ້າທີ່ຕຳຫລວດໄທຊ່ວຍຕິດຕາມ ແລະ ສາມາດຈັບຕົວພວກກ່ຽວນຳສົ່ງໃຫ້ເຈົ້າໜ້າທີ່ຕຳຫລວດລາວເພື່ອດຳເນີນຄະດີຕາມກົດໝາຍບ້ານເມືອງ.
ອີງຕາມຄຳຖະແຫລງການຂອງເຈົ້າໜ້າທີ່ກົມຕຳຫລວດເສດຖະກິດ ກົມໃຫຍ່ຕຳຫລວດກະຊວງປ້ອງກັນຄວາມສະຫງົບ ເມື່ອວັນທີ 19 ກັນຍາ 2022 ໃຫ້ຮູ້ວ່າ: ນາງ ພອນທິບ ພ້ອມພັກພວກຈຳນວນ 7 ຄົນ ໄດ້ມີການເຄື່ອນໄຫວສໍ້ໂກງເງິນປະຊາຊົນໃນຂອບເຂດທົ່ວປະເທດ ມີຜູ້ເສຍຫາຍຫລາຍກວ່າ 1.660 ຄົນ ມີຈຳນວນເງິນຫລາຍພັນຕື້ກີບ ໃນນີ້ມີເງິນກີບ 355.035.418.000 ກີບ, ເງິນບາດ 305.106.537 ບາດ ແລະ ເງິນໂດລາ 7.811.665 ໂດລາ. ໃນປັດຈຸບັນ ທາງເຈົ້າໜ້າທີ່ຕຳຫລວດໄດ້ຢຶດ ແລະ ອາຍັດຊັບສິນທີ່ພວກກ່ຽວໄດ້ຈາກການກະທຳຜິດເຊັ່ນ: ເຮືອນ, ລົດ, ທີ່ດິນ ແລະ ເຄື່ອງປະດັບຈຳນວນຫລາຍລາຍການ.
ສ່ວນນາງ ພອນທິບ ຫລືວ່າ ເຈ້ທິບ ພ້ອມສາມີ ທ້າວ ອານຸສິດ ແລະ ພັກພວກ ໄດ້ຖືກເຈົ້າໜ້າທີ່ກັກຕົວຄຸມຂັງເປັນທີ່ຮຽບຮ້ອຍ. ນີ້ຄືຄະດີເດັດຄະດີດັງອີກລາຍໜຶ່ງແຫ່ງປີ 2022 ກ່ຽວກັບການຕົ້ມຕຸ໋ນທີ່ຫລາຍຄົນຍັງບໍ່ມີຄວາມເຂັດຫລາບ.
ເມື່ອເອີ່ຍເຖິງຄະດີຂອງເຈ້ທິບ ກໍນຶກເຖິງຄະດີເດັດຄະດີດັງອີກລາຍໜຶ່ງໃນປີ 2018 ຄືຄະດພີເອັສ (PS) ເຊິ່ງມີມູນຄ່າຫລາຍພັນຕື້ກີບ. ມາຮອດປັດຈຸບັນນີ້ການແກ້ໄຂຍັງເປັນກ້າງຄາຄໍຈໍ່ລໍ່ຜູ້ທີ່ສິ້ນເນື້ອປະດາຕົວ ກໍຄືຜູ້ເອົາເງິນໄປຝາກ. ສົມຄວນແລ້ວຄົນທັງຫລາຍຄວນເຂັດຫລາບ.

