ບົດກ່າວຊົມເຊີຍ ຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ,ປະທານຄະນະສະມາຊິກສະຫະພັນລັດຖະສະພາສາກົນ ແຫ່ງ ສປປລາວ ເນື່ອງໃນໂອກາດວັນລັດຖະສະພາໂລກ
ເນື່ອງໃນໂອກາດວັນລັດຖະສະພາໂລກ ກໍຄືວັນສ້າງຕັ້ງສະຫະພັນລັດຖະສະພາສາກົນ (IPU) ຄົບຮອບ 136 ປີ (30/6/1889-30/6/2025), ໃນນາມປະທານສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າຮູ້ສຶກເປັນກຽດ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດສະແດງຄວາມຊົມເຊີຍຕໍ່ວັນທີ່ມີຄວາມໝາຍຄວາມສຳຄັນລະດັບໂລກໃນຄັ້ງນີ້. ສະຫະພັນລັດຖະສະພາສາກົນ ແມ່ນອົງການລັດຖະສະພາລະດັບໂລກ ທີ່ມີສະມາຊິກທັງໝົດ 181…










