ສສ ຫວຽດນາມ ຍົກເລີກເກັບຄ່າທຳນຽມ ໃຫ້ຮຽນຟຣີ ແຕ່ເດັກອະນຸບານ – ມັດທະຍົມປາຍ

ສຳນັກຂ່າວ TNN World ລາຍງານຂ່າວວັນທີ 27 ມິຖຸນາ 2025 ວ່າ: ລັດຖະບານ ສສ ຫວຽດນາມ ຜ່ານນະໂຍບາຍຍົກເລີກການເກັບຄ່າທຳນຽມການຮຽນການສອນ ສຳລັບການສຶກສາຂອງລັດຖະບານ ແຕ່ລະດັບອະນຸບານ ຈົນເຖິງ ລະດັບມັດທະຍົມຕອນປາຍ ໂດຍມີຜົນບັງຄັບໃຊ້ທັນທີ.
ພາຍໃຕ້ຂອງນະໂຍບາຍນີ້, ນັກຮຽນທີ່ເຂົ້າຮຽນໃນໂຮງຮຽນອະນຸບານ, ປະຖົມ, ມັດທະຍົມ ແລະ ໂຄງການສຶກສາຕໍ່ເນື່ອງຂອງລັດ ຈະບໍ່ໄດ້ຈ່າຍຄ່າຮຽນ ຫລື ຄ່າທຳນຽມອີກຕໍ່ໄປ ສ່ວນນັກຮຽນທີ່ເຂົ້າຮຽນພາກເອກະຊົນ ຫລື ພາກລັດ-ວິສາຫະກິດ ແມ່ນຈະໄດ້ຮັບເງິນອຸດໜູນຈາກລັດຖະບານອີກດ້ວຍ ໂດຍມອບໃຫ້ໜ່ວຍງານຂັ້ນທ້ອງຖິ່ນຈະເປັນຜູ້ກຳນົດຈຳນວນເງິນທີ່ນັກຮຽນຈະໄດ້ຮັບຕາມກົດເກນ ແນວໃດກໍ່ຕາມເງິນອຸດໜູນດັ່ງກ່າວຈະຕ້ອງບໍ່ເກີນຄ່າທຳນຽມຈິງທີ່ທາງໂຮງຮຽນເກັບ.
ນະໂຍບາຍດັ່ງກ່າວມີຜົນບັງຄົບໃຊ້ໄດ້ກັບພົນລະເມືອງຫວຽດນາມ ແລະ ບຸກຄົນທີ່ມີເຊື້ອສາຍຫວຽດນາມ ທີ່ອາໄສຢູ່ໃນປະເທດ ເຖິງວ່າບໍ່ໄດ້ຮັບສັນຊາດຫວຽດນາມໂດຍສົມບູນກໍ່ຕາມ. ເປົ້າໝາຍທີ່ສ້າງນະໂນບາຍນີ້ຂຶ້ນມາ ກໍ່ຄືການຫລຸດພາລະຂອງພໍ່ແມ່ຜູ້ປົກຄອງຂອງນັກຮຽນ ແລະ ເປັນການສະແດງຄວາມຮັບຜິດຊອບຕໍ່ຄົນຮຸ່ນຖັດໄປຂອງລັດຖະບານອີກດ້ວຍ.

