ກົດໝາຍວ່າດ້ວຍປ້າຍ (ສະບັບປັບປຸງ)

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ IX ໃນພາກບ່າຍ ວັນທີ 24 ມິຖຸນາ 2025 ພາຍໃຕ້ການເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທຳ ແລະ ການ ທ່ອງທ່ຽວ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍປ້າຍ(ສະບັບປັບປຸງ) ປະກອບມີ XI ພາກ, 6 ໝວດ, 56 ມາດຕາ.
ຫລັງຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ(ສສຊ) ກໍໄດ້ປະກອບຄຳຄິດຄຳເຫັນ ຕໍ່ຮ່າງກົດໝາຍດັ່ງກ່າວ, ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ, ລະອຽດຈະແຈ້ງ ແລະ ເຂົ້າໃຈງ່າຍ
ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານປ້າຍ ນັບແຕ່ປະກາດໃຊ້ກົດໝາຍວ່າດ້ວຍປ້າຍປີ 2018 ເປັນຕົ້ນມາ ເຫັນວ່າຍັງພົບຄວາມຫຍຸ້ງຍາກ ແລະ ມີຫລາຍບັນຫາ ຈຶ່ງເປັນເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍປ້າຍ ເພື່ອເຮັດໃຫ້ວຽກງານປ້າຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງຄື:
-ປັບປຸງສາຍພົວພັນການດໍາເນີນທຸລະກິດກ່ຽວກັບປ້າຍໃຫ້ສອດຄ່ອງ.
– ແກ້ໄຂການແບ່ງຂັ້ນຄຸ້ມຄອງ ແລະ ເກັບລາຍຮັບວິຊາການຖອກເຂົ້າງົບປະມານ ໃຫ້ບັນລຸຕາມຄາດໝາຍ.
– ແກ້ໄຂການຜະລິດ ແລະ ການຫ້າມນຳເຂົ້າປ້າຍຈາກຕ່າງປະເທດ ທີ່ຂຽນຕົວໜັງສືບໍ່ຖືກຕາມຫລັກໄວຍະກອນລາວ, ສີສັນຂອງປ້າຍບໍ່ສອດຄ່ອງກັບ ເອກະລັກວັດທະນະທຳຂອງລາວ.
– ກໍານົດຮູບແບບຂອງປ້າຍໃຫ້ຄົບຖ້ວນ ເຮັດໃຫ້ການຄຸ້ມຄອງງ່າຍຂຶ້ນ.
– ກໍານົດການຂໍອະນຸຍາດນຳໃຊ້ປ້າຍ, ການດຳເນີນທຸລະກິດປ້າຍ, ເວລານໍາໃຊ້ປ້າຍໃຫ້ຄົບຖ້ວນ ແລະ ບັນຫາອື່ນໆ.
ເມື່ອຮ່າງກົດໝາຍວ່າດ້ວຍປ້າຍ ໄດ້ປະກາດໃຊ້ ຈະເຮັດໃຫ້ເນື້ອໃນກົດໝາຍມີຄວາມອຸດົມສົມບູນ, ລະອຽດຈະແຈ້ງຂຶ້ນ, ເຂົ້າໃຈງ່າຍໃນທາງປະຕິບັດ ແລະ ຕອບສະໜອງທັນກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມໃນປັດຈຸບັນ ແລະ ອະນາຄົດ; ເຮັດໃຫ້ການຄຸ້ມຄອງ, ຕິດຕາມກວດກາ ແລະ ການແບ່ງຄວາມຮັບຜິດຊອບ ກ່ຽວກັບວຽກງານປ້າຍ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ເປັນລະບົບ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.

