ເປີດຊຸດເຝິກອົບຮົມວິຊາຄູຊັ້ນປະຖົມສຶກສາ ຊຸດທີII ໃຫ້ແກ່ພະນັກງານ-ນັກຮົບ ເພື່ອໄປຊ່ວຍສິດສອນຢູ່ເຂດຫາງໄກສອກຫລີກ

ວັນທີ 27 ມິຖຸນາ 2025 ທີ່ວິທະຍາໄລຄູຫຼວງພະບາງ ໄດ້ຈັດພິທີເປີດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບ ເພື່ອໄປຊ່ວຍສິດສອນຢູ່ເຂດຫາງໄກສອກຫຼີກ ຊຸດທີ II ໂດຍການເປັນປະທານຮ່ວມຂອງ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ປອ ນາງ ລາດາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄະນະພັກ-ຄະນະບັນຊາກອງບັນຊາທະຫານທັງ 6 ແຂວງພາກເໜືອ ເຂົ້າຮ່ວມ.

ໃນຊຸດທີ II ນີ້ມີນັກສໍາມະນາກອນທີ່ມາຈາກ 6 ແຂວງພາກເໜືອເຂົ້າຮ່ວມອົບຮົມ ທັງໝົດ 106 ສະຫາຍ. ໃນນີ້, ຈາກແຂວງຫລວງພະບາງ 27 ສະຫາຍ, ອຸດົມໄຊ 8 ສະຫາຍ, ຜົ້ງສາລີ 26 ສະຫາຍ, ຫລວງນໍ້າທາ 8 ສະຫາຍ, ບໍ່ແກ້ວ 22 ສະຫາຍ, ໄຊຍະບູລີ 15 ສະຫາຍ. ສໍາລັບເນື້ອໃນເອກະສານ ແລະ ບົດສອນທີ່ນໍາມາອົບຮົມໃນຄັ້ງນີ້, ປະກອບມີຫລາຍເອກະສານທີ່ສໍາຄັນ ເປັນຕົ້ນແມ່ນການສອນຊັ້ນປະຖົມສຶກສາ ແລະ ພາບລວມຂອງຫຼັກສູດ, ການສອນພາສາລາວ ສໍາລັບຄູປະຖົມສຶກສາ, ການສອນຄະນິດສາດ ສໍາລັບຄູປະຖົມສຶກສາ, ການສອນວິທະຍາສາດ ສໍາລັບຄູປະຖົມສຶກສາ, ການແຕ່ງບົດສອນ, ການສອນທົດລອງ ແລະ ອື່ນໆ ເຊິ່ງຈະໄດ້ໃຊ້ເວລາອົບຮົມທັງໝົດ 63 ຊົ່ວໂມງຈິ່ງຈິສໍາເລັດ.

ວັນທີ 28 ມິຖຸນາ 2025 ນີ້, ຄະນະກຳມະການ ກອງເລຂາ ແລະ ວິຊາການ ນຳໂດຍ ສະຫາຍ ພັນໂທ ຄຳພັນ ອິນລາວົງ ຫົວໜ້າພະແນກວັດຖຸ ກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ປະເມີນຜົນການຮຽນ-ການສອນ ຂອງນັກເຝິກອົບຮົມ ວິຊາຄູຊັ້ນປະຖົມສຶກສາ ຢູ່ທີ່ ວິທະຍາໄລຄູຫຼວງພະບາງ.

ທີ່ມາ: ໜັງສືພິມ ກອງທັບ