ຄະນະຜູ້ແທນກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ຣາຊະອານາຈັກກໍາປູເຈຍ

ວັນທີ 26-29 ມິຖຸນາ 2025 ທ່ານ ພັນເອກ ວົງໄຊ ອິນຖະຄໍາ ຫົວໜ້າກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນປະເທດ ນຳພາຄະນະຜູ້ແທນກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນປະເທດ ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກກໍາປູເຈຍ.
ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ຄັ້ງນີ້ ໄດ້ພົບປະສອງຝ່າຍກັບກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດ ຣາຊະອານາຈັກກໍາປູເຈຍ ນໍາໂດຍທ່ານ ພົນໂທ ພາດ ວິບົນໂສະເພັຍ ຮອງຫົວໜ້າກົມໃຫຍ່ນະໂຍບາຍ ແລະ ວຽກງານການຕ່າງປະເທດ, ຫົວໜ້າກົມພົວພັນຕ່າງປະເທດ. ໃນການພົບປະ ທັງສອງຝ່າຍ ໄດ້ຕີລາຄາຄືນວຽກງານການພົວພັນຮ່ວມມື ທີ່ສາມາດຈັດຕັ້ງປະຕິບັດ ໃນໄລຍະປີ 2024 ແລະ 6 ເດືອນຕົ້ນປີ 2025 ແລະ ສືບຕໍ່ປຶກສາຫາລືຈັດຕັ້ງແຜນການຮ່ວມມືໃນໄລຍະ 6 ເດືອນ ທ້າຍປີ 2025 ແລະ ປີ 2026
ນອກຈາກນີ້, ຄະນະກົມພົວພັນຕ່າງປະເທດ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ພົນໂທ ຂຽວ ເຊນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ເຊິ່ງ ທ່ານ ພັນເອກ ວົງໄຊ ອິນຖະຄໍາ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຈາກຄະນະນໍາກະຊວງປ້ອງກັນປະເທດ ແຫ່ງ ສປປລ ລາວ ຝາກເຖິງທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍຄືຄະນະນໍາກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ໄດ້ລາຍງານຜົນຂອງການເຮັດວຽກພົບປະສອງຝ່າຍ ລະຫວ່າງ ກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ ລາວ-ກໍາປູເຈຍ ຄັ້ງນີ້ ທີ່ສໍາເລັດດ້ວຍຄວາມຈົບງາມ. ນອກນີ້, ຄະນະຍັງໄດ້ຢ້ຽມຢາມບາງສະຖານທີ່ທ່ຽວທ່ຽວທາງປະຫວັດສາດສໍາຄັນຂອງກໍາປູເຈຍ ຕື່ມອີກ.
ການຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການຢູ່ຣາຊະອານາຈັກກໍາປູເຈຍ ຂອງຄະນະຜູ້ແທນກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນປະເທດ ຄັ້ງນີ້ ເປັນການຮັດແໜ້ນເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ ລາວ-ກໍາປູເຈຍ ທີ່ມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນກວ່າເກົ່າ.

