ປະກາດແຕ່ງຕັ້ງ ທ່ານ ໄຊຊະນະ ສິດທິພອນ ເປັນຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ວັນທີ 26 ມິຖຸນາ 2025 ທີ່ສະຖາບັນເຕັກໂນໂລຊີ ການສື່ສານ ຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ປະກາດການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານຢ່າງເປັນທາງການ, ພາຍໃຕ້ການເປັນປະທານຂອງທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຮອງລັດຖະມົນຕີ ຫ້ອງການ ກົມ ສະຖາບັນ ແລະ ຂະແໜງານການອ້ອມຂ້າງກະຊວງ ເຂົ້າຮ່ວມ.

ໃນພິທີ ທ່ານ ມະໂນທອງ ວົງລໍຄໍາ ຮັກສາການຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ເລກທີ 328/ນຍ ລົງວັນທີ 17 ມິຖຸນາ 2025 ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງໄດ້ ແຕ່ງຕັ້ງທ່ານ ໄຊຊະນະ ສິດທິພອນ ເປັນຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ໂອກາດນີ້ ທ່ານ ບັນດິດ ສຈ ບໍ່ວຽງຄໍາ ວົງດາລາ ໄດ້ ມີຄໍາເຫັນໂອ້ລົມວ່າ: ໃຫ້ບັນດາສະມາຊິກພັກ ພະນັກງານ-ລັດຖະກອນທົ່ວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດ ມີຄວາມອຸ່ນອ່ຽນ ທຸ່ນທ່ຽງ ເປັນເຈົ້າການເຂົ້າຮ່ວມປະຕິບັດໜ້າທີ່ວຽກງານຕາມທິດຊີ້ນໍາຂອງຂັ້ນເທິງວາງອອກ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກ້າຄິດ ກ້າເຮັດ ກ້າຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ປະກົດຜົນເປັນຈິງ.

ທີ່ມາ: ໜັງສືພິມ ວຽງຈັນໃໝ່