ຈີນກຽມອະນຸມັດສົ່ງອອກແຮ່ຫາຍາກໃຫ້ອາເມລິກາ ຫລັງລົງນາມຂໍ້ຕົກລົງການຄ້າ

ກະຊວງການຄ້າຈີນອອກຖະແຫລງການໃນວັນທີ 27 ມິຖຸນາວ່າ: ຈະອະນຸມັດການສົ່ງອອກແຮ່ທາດຫາຍາດ (Rare Earth) ໄປອາເມລິກາ. ຂະນະທີ່ອາເມລິກາຈະຍົກເລີກມາດຕະການຄວບຄຸມ ແລະ ຈໍາກັດການສົ່ງອອກສິນຄ້າບາງລາຍການໄປຈີນ.
ຖະແຫລງການຂອງຈີນມີຂຶ້ນ ຫລັງປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ແລະ ທ່ານ ໂຮເວິດ ລຸດນິກ ລັດຖະມົນຕີກະຊວງການຄ້າອາເມລິກາ ຢືນຢັນວ່າ: ອາເມລິກາ ແລະ ຈີນ ໄດ້ບັນລຸຂໍ້ຕົກລົງການຄ້າລະຫວ່າງກັນ ໂດຍທ່ານ ລຸດນິກ ເປີດເຜີຍຕໍ່ Bloomberg ວ່າມີການລົງນາມໄປຕົ້ນອາທິດຜ່ານມາ, ແຕ່ບໍ່ໄດ້ໃຫ້ລາຍລະອຽດ.
ກ່ອນໜ້ານີ້, ອາເມລິກາ ແລະ ຈີນ ພະຍາຍາມເຈລະຈາເພື່ອບັນລຸຂໍ້ຕົກລົງໃນການຫລຸດຜ່ອນຂໍ້ຈໍາກັດການສົ່ງອອກແຮ່ຫາຍາກ ແລະ ແມ່ເຫລັກຂອງຈີນ ເຊິ່ງເປັນວັດຖຸດິບທີ່ຈໍາເປັນໃນການຜະລິດອຸປະກອນເອເລັກໂຕຣນິກໄປຈົນເຖິງເຄື່ອງບິນຮົບ.
ໂດຍທ່ານ ລຸດນິກ ຢືນຢັນວ່າ: ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ຈີນຈະສົ່ງມອບແຮ່ທາດຫາຍາກໃຫ້ອາເມລິກາ ກ່ອນອາເມລິກາຈະຫລຸດມາດຕະການຕອບໂຕ້.
ຂໍ້ມູນຂອງສໍານັກງານພະລັງງານສາກົນ ຊີ້ວ່າ: ຈີນຄວບຄຸມການຜະລິດ ແລະ ແປຮູບແຮ່ທາດຫາຍາກທົ່ວໂລກປະມານ 90%.
ຂະນະທີ່ການບັນລຸຂໍ້ຕົກລົງການຄ້າດັ່ງກ່າວເກີດຂຶ້ນຫລັງຈາກສອງປະເທດບັນລຸຂໍ້ຕົກລົງຫລຸດພາສີອາກອນຫລັງການເຈລະຈາຢູ່ນະຄອນເຈນີວາໃນເດືອນພຶດສະພາ, ແຕ່ຂໍ້ຕົກລົງພັດລົ້ມເຫລວຢ່າງວ່ອງໄວ ເນື່ອງຈາກລັດຖະບານອາເມລິກາບໍ່ພໍໃຈທີ່ຈີນບໍ່ຍົກເລີກຈໍາກັດການສົ່ງອອກແຮ່ທາດຫາຍາກ ແລະ ດໍາເນີນມາດຕະການຕອບໂຕ້ ດ້ວຍການຄວບຄຸມການສົ່ງອອກຊິບ, ຊອບແວ, ເອທານໍ ແລະ ເຄື່ອງຈັກເຈ໊ດ. ພ້ອມທັງຂູ່ຈະຖອດຖອນວີຊາອາເມລິກາຂອງນັກສຶກສາຈີນ, ແຕ່ທ້າຍທີ່ສຸດທັງສອງຝ່າຍສາມາດກັບມາເຈລະຈາກັນອີກຢູ່ນະຄອນຫລວງລອນດອນໃນຕົ້ນເດືອນມິຖຸນາຜ່ານມາ.
ອ້າງອີງ:

