ສະພາແຫ່ງຊາດ ຮັບຮອງກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ ຈຳນວນ 10 ສະບັບ

ວັນທີ 25 ມິຖຸນາ 2025 ສະພາແຫ່ງຊາດ ປະກາດຮັບຮອງກົດໝາຍ ສະບັບປັບປຸງ ແລະ ສ້າງໃໝ່ ທັງໝົດ 10 ສະບັບ, ໃນນັ້ນ ກົດໝາຍ ສ້າງໃໝ່ 5 ສະບັບ, ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ຈຳນວນ ສສຊ ເຂົ້າຮ່ວມທັງໝົດ 148 ທ່ານ, ເຫັນດີ 143 ທ່ານ, ບໍ່ເຫັນດີ 2 ທ່ານ, ບໍ່ອອກສຽງ 1 ທ່ານ.

ກົດໝາຍສ້າງໃໝ່ 5 ສະບັບຄື:
- ກົດໝາຍ ວ່າດ້ວຍພະນັກງານໄອຍະການປະຊາຊົນ,
- ກົດໝາຍວ່າດ້ວຍສັງຄົມສົງເຄາະ,
- ກົດໝາຍວ່າດ້ວຍການປູກຝັງ,
- ກົດໝາຍວ່າດ້ວຍສາມັນສຶກສາ,
- ກົດໝາຍວ່າດ້ວຍ ຄວາມປອດໄພໄຊເບີ.
ກົດໝາຍສະບັບປັບປຸງ 5 ສະບັບຄື: - ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ,
- ກົດໝາຍວ່າດ້ວຍຊົນລະປະທານ,
- ກົດໝາຍວ່າ ດ້ວຍອາກອນລາຍໄດ້,
- ກົດໝາຍວ່າດ້ວຍປ້າຍ,
- ກົດໝາຍ ວ່າດ້ວຍສານປະຊາຊົນ.

