ກະຊວງປ້ອງກັນປະເທດ ຈະຮັບເອົາຄູອາສາ 2,000 ຄົນ ເຂົ້າເປັນທະຫານເຮັດໜ້າທີ່ເປັນຄູສອນ

ໜັງສືພິມກອງທັບລາຍງານວັນທີ 29 ມິຖຸນາ 2025 ນີ້ວ່າ: ກະຊວງປ້ອງກັນປະເທດ ຈະຮັບເອົາຄູອາສາ 2,000 ຄົນ ເຂົ້າເປັນທະຫານເຮັດໜ້າທີ່ເປັນຄູສອນ ຊ່ວຍສອນຢູ່ເຂດຫາງໄກສອກຫຼີກ, ເຂດທຸລະກັນດານ ເສັ້ນທາງຫຍຸ້ງຍາກ, ຕັ້ງຢູ່ເຂດພູດອຍ,ສັນຍານອິນເຕີເນັດບໍ່ມີ, ບໍ່ມີຕະຫຼາດ,ໄຟຟ້າເຂົ້າບໍ່ເຖິງ, ກໍລະນີເຈັບເປັນ ກໍບໍ່ມີໂຮງໝໍ ຫຼື ສຸກສະລາປິ່ນປົວ ໃນຮູບແບບສອນຊົ່ວຄາວ ເຊັ່ນ ກໍລະມີຄູຜູ້ໜຶ່ງບໍ່ສະບາຍ, ພັກເກີດລູກ, ໄປປະຊຸມ, ແກ້ໄຂວຽກຄອບຄົວ ຫຼື ມີເຫດສຸດວິໄສຕ່າງໆ.
ທະຫານອາສາເຂົ້າໄປຊ່ວຍສອນ ທີ່ຄັດເລືອກສ່ວນຫຼາຍແມ່ນຮຽນຈົບວິຊາສະເພາະສາຍຄູມາກ່ອນ ແລະ ຄັດເລືອກເອົາອົບຮົມໄລຍະສັ້ນ ແລະ ສັບຊ້ອນໄປສອນຢູ່ເຂດຫາງໄກສອກຫຼີກຕາມຈຸດຕ່າງໆ ທີ່ມີຄວາມຕ້ອງການ ໂດຍຜູ້ໄດ້ຮັບເຂົ້າເປັນທະຫານຄຸຈພຮັບນະໂຍບາຍຕ່າງໆ ເປັນຕົ້ນແມ່ນ ປະດັບທຽບຊັ້ນ, ຂັ້ນເງິນເດືອນຕ່າງໆ ຕາມລະບຽບການຂອງກອງທັບ.ສ່ວນນາຍ ແລະ ພົນທະຫານ ທີ່ໄປຊ່ວຍສອນນັ້ນ ກໍໄດ້ຮັບເງິນນະໂຍບາຍເພີ່ມຕື່ມ 70% ຂອງເງິນພື້ນຖານ.
ທັງໝົດນີ້ ແມ່ນແນວທາງການແກ້ໄຂບັນຫາການຂາດແຄນຄູ ລວມເຖິງການປະລະການຮຽນ ຂອງນັກຮຽນໃນຂັ້ນຕ່າງໆ ລວມເຖິງການແກ້ບັນຫາຄູອາສາທີ່ຄົງຄ້າງມາຫຼາຍປີ, ລັດຖະບານ ຈຶ່ງໄດ້ອອກມະຕິ ເລກ09/ລບ ມອບໃຫ້ກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການໃນດຳເນີນການແກ້ໄຂບັນຫາດັ່ງກ່າວ.
ທີ່ມາ: Lao people’s Army News

