ການສະກັດກັ້ນ ແລະ ປາບປາມ ຢາເສບຕິດ ໃຫ້ໝົດໄປ ແມ່ນໜ້າທີ່ລວມຂອງສັງຄົມ

ໂດຍ: ຜາຕຸງ

ຢາເສບຕິດ ຍັງເປັນບັນຫາອັນໃຫຍ່ຫຼວງທີ່ສັງຄົມເຮົາທຸກພາກສ່ວນຕ້ອງໄດ້ຮ່ວມກັນຕ້ານ ສະກັດກັ້ນ ແລະ ປາບປາມຢ່າງຈິງຈັງເລິກເຊິ່ງໃຫ້ນັບມື້ຫຼຸດລົງ ຈົນກ້າວໄປເຖິງບ່ອນທີ່ວ່າໃຫ້ໝົດໄປຈາກສັງຄົມ ເພື່ອອະນາຄົດອັນສົດໃສຂອງລູກຫຼານພົນລະເມືອງລາວທຸກເຜົ່າ, ບັນຫານີ້ແມ່ນ ເປົ້າໝາຍໜຶ່ງທີ່ນອນຢູ່ໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ,

ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມເດັດຂາດ. ໃນຊຸມປີຜ່ານມາ ພັກ-ລັດຖະບານພວກເຮົາ ໄດ້ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານວິຊາສະເພາະດັ່ງກ່າວຢ່າງຈົດຈໍ່ຕະຫຼອດມາ ໂດຍສະເພາະ ການສືບຕໍ່ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2025). ພັກ-ລັດຖະບານ ໄດ້ສືບຕໍ່ຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ຢ່າງເຕັມຮູບແບບ ເຊິ່ງໄດ້ສຸມໃສ່ 6 ວຽກຈຸດສຸມ ໂດຍສະເພາະ ວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການໂຄສະນາເຜີຍແຜ່ລະບຽບ, ກົດໝາຍ, ຜົນຮ້າຍຂອງຢາເສບຕິດ, ເນື້ອໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍຜ່ານພາຫະນະສື່ມວນຊົນດ້ວຍຫຼາຍຮູບແບບ.

ທ່ານ ພົທ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຮອງປະທານຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ລາຍງານສະພາບການແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ ໃນ 1 ປີຜ່ານມາ ໃນໂອກາດວັນສາກົນຕ້ານຢາເສບຕິດ 26 ມິຖຸນາ 2025 ຄົບຮອບ 38 ປີວ່າ: ພັກ-ລັດຖະບານ, ກະຊວງປ້ອງກັນຄວາມສະຫງົບ, ບັນດາກະຊວງ, ອົງການ, ອໍານາດການປົກຄອງທ້ອງ ຖິ່ນ ໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບູລິມະສິດທີ່ສຳຄັນ ໂດຍໄດ້ສົມທົບກັບຫຼາຍພາກສ່ວນ ພ້ອມທັງກຳນົດຫຼາຍມາດຕາການເພື່ອແກ້ໄຂບັນຫາດັ່ງກ່າວເຊັ່ນ: ເອົາໃຈໃສ່ເຮັດວຽກງານສ້າງຄວາມຮັບຮູ້ທົ່ວສັງຄົມເປັນຕົ້ນແມ່ນເອົາໃຈໃສ່ໂຄສະນາສຶກສາອົບຮົມ ເຜີຍແຜ່ກົດໝາຍ ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ, ໄດ້ອອກໃບຢັ້ງຢືນຮັບຮອງບໍລິສັດເຂົ້າຮ່ວມໂຄງການປູກພືດທົດແທນການປູກຝິ່ນ ຢູ່ແຂວງພາກເໜືອ ມີປະຊາຊົນໄດ້ຮັບຜົນປະໂຫຍດ 58,185 ຄອບຄົວ, ຕໍ່ເປົ້າໝາຍຜູ້ເສບຢາເສບຕິດ (ຜູ້ຖືກເຄາະຮ້າຍ) ໄດ້ນໍາເຂົ້າສູນບໍາບັດ-ປິ່ນປົວ, ຟື້ນຟູສຸຂະພາບ ທີ່ມີໃນທົ່ວປະເທດ 14 ສູນ; ໃນປີ 2024 ມີທັງໝົດ 8,476 ຄົນ ຍິງ 392 ຄົນ (ໃນນັ້ນປິ່ນປົວດີແລ້ວ ກັບຄືນສູ້ຄອບຄົວ ມີ 5,427 ຄົນ ຍິງ 276 ຄົນ, ສືບຕໍ່ປິ່ນປົວ 3,049 ຄົນ ຍິງ 96 ຄົນ); ສາມາດສ້າງບ້ານປອດຢາເສບຕິດ ໄດ້ 3,222 ບ້ານ; ສ້າງບ້ານປອດຄະດີ ໄດ້ 2,899 ບ້ານ; ສ້າງໂຮງຮຽນ, ສະຖາບັນການສຶກສາປອດຢາເສບຕິດ ໄດ້ 5,917 ແຫ່ງ; ສ້າງສຳນັກງານອົງການ,ກໍາລັງປະກອບອາວຸດ ປອດຢາເສບຕິດ ມີຈໍານວນເພີ່ມຂຶ້ນໃນແຕ່ລະໄລຍະ.

ນອກນັ້ນ ໄດ້ມີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ບັນດາປະເທດທີ່ມີຊາຍແດນຕິດຈອດ ເພື່ອຮ່ວມກັນຄົ້ນຄວ້າປຶກສາຫາລື, ປ້ອງກັນເຮັດວຽກງານຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ. ໄປຄຽງຄູ່ກັນນັ້ນໄດ້ປະຕິບັດມາດຕະການທາງດ້ານກົດໝາຍ ສາມາດແກ້ໄຂ-ມ້າງລາຍຄະດີຢາເສບຕິດ ໄດ້ທັງໝົດ 4,158 ເລື່ອງ, ຈັບຜູ້ຖືກຫາໄດ້ 6,297 ຄົນ, ຍິງ 608 ຄົນ. ສາມາດຍຶດຢາເສບຕິດ, ພາຫະນະ ແລະ ຊັບສິນອື່ນໆເປັນຈຳນວນຫຼວງຫຼາຍ.

ນັບແຕ່ ກົມການເມືອງສູນກາງພັກໄດ້ອອກຄຳສັ່ງສະບັບເລກທີ 02 ວ່າດ້ວຍເພີ່ມທະວີການນຳພາຊີ້ນຳຂອງຄະນະພັກແຕ່ລະຂັ້ນຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ສະພາແຫ່ງຊາດໄດ້ອອກມະຕິຮັບຮອງເອົາວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດສະບັບເລກທີ 04 ຂອງສະພາແຫ່ງຊາດ. ລັດຖະບານກໍ່ຄືກະຊວງປ້ອງກັນຄວາມສະຫງົບ ໄດ້ເປັນເຈົ້າການເພີ່ມທະວີ ຍົກລະດັບການນຳພາ-ຊີ້ນຳການເຄື່ອນໄຫວພາລະບົດບາດເປັນໃຈກາງໃນການປະສານສົມທົບກັບບັນດາກະຊວງ-ອົງການ ແລະ ທ້ອງຖິ່ນເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄປຕາມ 3 ຫຼັກການຄື : ເດັດຂາດ, ໂປ່ງໃສ, ມືອາຊີບ, ໄປຕາມຄໍາຂວັນທີ່ວ່າ: ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫຼັກ ແລະ ໄປຕາມ 6 ວຽກຈຸດສຸມຂອງວາລະແຫ່ງຊາດ.

ຢາເສບຕິດ ເປັນໄພອັນຕະລາຍຮ້າຍແຮງ, ເປັນສິ່ງທ້າທາຍ ແລະ ເປັນໄພຂົ່ມຂູ່ ຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແລະ ຄວາມໝັ້ນຄົງ ຂອງປະເທດຊາດ ລັດຖະບານຈຶ່ງຮຽກຮ້ອງມາຍັງ ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນລາວບັນດາເຜົ່າ, ທຸກເພດ-ໄວ ໃນທົ່ວສັງຄົມ ຕະຫຼອດຮອດ ບັນດາອົງການຈັດຕັ້ງພັກ-ລັດ, ອົງການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາ, ອົງການພຸດທະສາສະໜາ ແລະ ສະຖາບັນຄອບຄົວ ຕະຫຼອດເຖິງ ຊາວຕ່າງດ້າວ, ຊາວຕ່າງປະເທດ ທີ່ດໍາລົງຊີວິດ, ທໍາມາຫາກິນ ແລະ ດໍາເນີນທຸລະກິດ ຢູ່ ສປປ ລາວ ຈົ່ງໄດ້ພ້ອມກັນເປັນເຈົ້າການ ເຂົ້າຮ່ວມ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ, ສືບຕໍ່ຮ່ວມກັນປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2024-2025) ເຮັດໃຫ້ບັນຫາຢາເສບຕິດ ຫຼຸດລົງຢ່າງຊັດເຈນ ແລະ ໝົດໄປຈາກສັງຄົມລາວ ພວກເຮົາ.