ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ

ສົງຄາມການຄ້າອາເມລິກາ-ການາດາຮຸນແຮງອີກ ພາຍຫລັງທ່ານ ທຣໍາ ສັ່ງເພີ່ມພາສີໂລຫະສອງເທົ່າ

        ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ໃຫ້ຄໍາໝັ້ນວ່າຈະເພີ່ມພາສີນໍາເຂົ້າເຫລັກ ແລະ ອາລູມີນຽມຈາກການາດາສອງເທົ່າຈາກ 25% ເປັນ 50%, ແຕ່ທ່ານພັດປ່ຽນໃຈໃນເວລາຕໍ່ມາ ຖືເປັນການເຄື່ອນໄຫວຢ່າງວ່ອງໄວທີ່ເຮັດໃຫ້ຕະຫລາດການເງິນເກີດຄວາມປັ່ນປ່ວນ.        ທ່ານ ທຣໍາ ຕັດສິນໃຈຂຶ້ນພາສີນໍາເຂົ້າເຫລັກ ແລະ ອາລູມີນຽມຈາກການາດາ ພາຍຫລັງທ່ານ…

ອູແກຣນຕອບຮັບຂໍ້ສະເໜີຢຸດຍິງ 30 ວັນຂອງອາເມລິກາ ພ້ອມເຈລະຈາກັບຣັດເຊຍທັນທີ

ອູແກຣນຕອບຮັບຂໍ້ສະເໜີຢຸດຍິງ 30 ວັນຂອງອາເມລິກາ ພ້ອມເຈລະຈາກັບຣັດເຊຍທັນທີ

       ທ່ານ ໂວໂລດິເມຍ ເຊເລນສກີ ປະທານາທິບໍດີອູແກຣນ ເປີດເຜີຍວ່າ: ອູແກຣນໄດ້ຕອບຮັບຂໍ້ສະເໜີຂອງອາເມລິກາໃນການຢຸດຍິງກັບຣັດເຊຍເປັນເວລາ 30 ວັນ ພາຍຫລັງການເຈລະຈາຢ່າງເປັນທາງການຄັ້ງທໍາອິດລະຫວ່າງເຈົ້າໜ້າທີ່ລະດັບສູງຂອງອູແກຣນ ແລະ ອາເມລິກາ ຢູ່ນະຄອນເຈດດາ ຂອງຊາອຸດິອາຣະບີ ໃນວັນທີ 11 ມີນາ ໂດຍໃຊ້ເວລາໃນການເຈລະຈາກວ່າ 8 ຊົ່ວໂມງ….

ອະດີດປະທານາທິບໍດີຟີລິບປິນ ດູເຕີເຕ ຖືກຈັບແລ້ວໃນນະຄອນຫລວງມະນິລາ ພາຍຫລັງ ICC ອອກໝາຍຈັບ

ອະດີດປະທານາທິບໍດີຟີລິບປິນ ດູເຕີເຕ ຖືກຈັບແລ້ວໃນນະຄອນຫລວງມະນິລາ ພາຍຫລັງ ICC ອອກໝາຍຈັບ

      ອະດີດປະທານາທິບໍດີ ໂຣດຣິໂກ ດູເຕີເຕ ຂອງຟີລິບປິນ ຖືກຄວບຄຸມຕົວພາຍຫລັງຖືກສານອາຍາສາກົນ (ICC) ອອກໝາຍຈັບ ເນື່ອງຈາກນະໂຍບາຍປາບປາມການຄ້າຢາເສບຕິດທີ່ທ່ານເຄີຍໃຊ້ສະໄໝດໍາລົງຕໍາແໜ່ງຜູ້ນໍາປະເທດ.       ທໍານຽບປະທານາທິບໍດີຟີລິບປິນລະບຸວ່າ: ທ່ານ ດູເຕີເຕ ຖືກຈັບໃນວັນທີ 11 ມີນານີ້ ຢູ່ສະໜາມບິນມະນິລາ ພາຍຫລັງເດີນທາງກັບຈາກຮົງກົງ.       ທໍານຽບປະທານາທິບໍດີກ່າວໃນຖະແຫລງການວ່າ:…

ກອງທັບອິດສະລາແອນກ່າວວ່າ ໄດ້ໂຈມຕີສູນບັນຊາການທະຫານ ແລະ ສາງອາວຸດຢູ່ຊິຣີທາງໃຕ້

ກອງທັບອິດສະລາແອນກ່າວວ່າ ໄດ້ໂຈມຕີສູນບັນຊາການທະຫານ ແລະ ສາງອາວຸດຢູ່ຊິຣີທາງໃຕ້

      ກອງທັບອິດສະລາແອນຖະແຫລງໃນວັນທີ 11 ມີນາວ່າ: ໄດ້ປະຕິບັດການໂຈມຕີສູນບັນຊາການທະຫານ ແລະ ສາງອາວຸດໃນພື້ນທີ່ທາງໃຕ້ຂອງຊິຣີໃນຄືນຜ່ານມາ.      ການໂຈມຕີໂຄງລ່າງພື້ນຖານທາງທະຫານຂອງຊິຣີຄັ້ງຫລ້າສຸດນີ້ ກອງທັບອິດສະລາແອນລະບຸວ່າ: ໄດ້ຕັ້ງເປົ້າໝາຍໃສ່ລະບົບເຣດາ ແລະ ອຸປະກອນສອດແນມທີ່ໃຊ້ໃນການຮວບຮວມຂໍ້ມູນຂ່າວທາງອາກາດຢູ່ທາງພາກໃຕ້ຂອງປະເທດ.       ສໍານັກຂ່າວຣອຍເຕີລາຍງານວ່າ: ຍັງບໍ່ມີລາຍງານຜູ້ບາດເຈັບ ຫລື ເສຍຊີວິດຈາກເຫດການດັ່ງກ່າວ.

ພາບຄວາມເສຍຫາຍຈາກພາຍຸໄຊໂຄນ ອັນເຟດ ພັດຖະຫລົ່ມອົດສະຕຣາລີ

ພາບຄວາມເສຍຫາຍຈາກພາຍຸໄຊໂຄນ ອັນເຟດ ພັດຖະຫລົ່ມອົດສະຕຣາລີ

ສໍານັກຂ່າວຣອຍເຕີ ລາຍງານວັນທີ 9 ມີນາ 2025 ນີ້ວ່າ: ພາຍຸໄຊໂຄນ ອັນເຟດ (Alfred) ໄດ້ອ່ອນກໍາລັງລົງ ເປັນພາຍຸເຂດຮ້ອນແລ້ວ ຫລັງຈາກພັດຖະຫລົ່ມແຄມຝັ່ງຕາເວັນອອກຂອງປະເທດອົດສະຕຣາລີ ວັນທີ 8 ມີນາ ເຊິ່ງເຮັດໃຫ້ມີຝົນຕົກໜັກ ແລະ ລົມພັດແຮງ ເຮັດໃຫ້ອາຄານບ້ານເຮືອນເສຍຫາຍ ແລະ…

ໄທມອບພຣະພຸດທະຮູບບູຮານ ທີ່ສູນຫາຍໃນສະໄໝສົງຄາມອິນດູຈີນຄືນໃຫ້ແກ່ ສປປ ລາວ

ໄທມອບພຣະພຸດທະຮູບບູຮານ ທີ່ສູນຫາຍໃນສະໄໝສົງຄາມອິນດູຈີນຄືນໃຫ້ແກ່ ສປປ ລາວ

ສຳນັກຂ່າວໂທລະພາບຊ່ອງ7ຂອງໄທລາຍງານວ່າ: ວັນທີ 7 ມີນາ 2025, ທ່ານອຸປະກິດ ປາຈະຣິຍາງກຸນ ອະດີດສະມາຊິກວຸດທິສະພາ, ຫົວໜ້າຜູ້ແທນທຳມະທູດຂອງໄທ ໄດ້ເຂົ້າພົບ ທ່ານ ຄຳພັນ ອັນລາວັນ ເອກອັກຄະລັດຖະທູດ ສປປ ລາວ ປະຈຳປະເທດໄທ ເພື່ອສົ່ງມອບພຣະພຸດທະຮູບບູຮານທີ່ສຳຄັນ ແລະ ສູນຫາຍໃນປາງສົງຄາມອິນໂດຈີນ…

ມາເລເຊຍຜ່ານກົດໝາຍ ດັນປະເທດເປັນຜູ້ນໍາດ້ານເຕັກໂນໂລຊີກາກບອນຕໍ່າຂອງໂລກ

ມາເລເຊຍຜ່ານກົດໝາຍ ດັນປະເທດເປັນຜູ້ນໍາດ້ານເຕັກໂນໂລຊີກາກບອນຕໍ່າຂອງໂລກ

       ສະພາຜູ້ແທນລາຊະດອນມາເລເຊຍ ຜ່ານຮ່າງກົດໝາຍສະບັບໃໝ່ ເພື່ອມຸ່ງສູ່ການເປັນຜູ້ນໍາລະດັບໂລກດ້ານການດັກຈັບ, ການໃຊ້ປະໂຫຍດ ແລະ ການກັກເກັບກາກບອນ ເຊິ່ງເປັນເຕັກໂນໂລຊີທີ່ໄດ້ຮັບການຍົກຍ່ອງວ່າ ຊ່ວຍຫລຸດການປ່ອຍແກັສເຮືອນແກ້ວໄດ້.        ຮ່າງກົດໝາຍດັ່ງກ່າວກໍານົດກອບທາງກົດໝາຍສໍາລັບໂຄງການດັກຈັບ, ການໃຊ້ປະໂຫຍດ ແລະ ການກັກເກັບກາກບອນ (CCUS) ດ້ວຍຄວາມຫວັງວ່າ: ຈະເປັນຕົວຂັບເຄື່ອນເສດຖະກິດທີ່ສໍາຄັນ ແລະ ສ້າງມູນຄ່າສູງເຖິງ 250,000…

ສານ ສ.ເກົາຫລີ ມີຄຳສັ່ງປ່ອຍຕົວ ທ່ານ ຢູນ ຊອກຢອນ ປະທານາທິບໍດີ ຫລັງຖືກຄຸມຂັງ 51 ມື້

ສານ ສ.ເກົາຫລີ ມີຄຳສັ່ງປ່ອຍຕົວ ທ່ານ ຢູນ ຊອກຢອນ ປະທານາທິບໍດີ ຫລັງຖືກຄຸມຂັງ 51 ມື້

ວັນທີ 7 ມີນາ 2025, ສານ ສ.ເກົາຫລີ ມີຄຳສັ່ງປ່ອຍຕົວ ທ່ານ ຢູນ ຊອກຢອນ ອະດີດປະທານາ ທິບໍດີ ສ.ເກົາຫລີ ທີ່ຖືກຖອດຖອນອອກຈາກຕຳແໜ່ງ ພາຍຫລັງຖືກຈັບກຸມຕົວໃນ ວັນທີ 15 ມັງກອນ ທີ່ຜ່ານມາ ຈາກການປະກາດກົດໄອຍະການເສິກ…

ກໍາປູເຈຍເຄດຄະເນເສດຖະກິດຂອງປະເທດປີ 2025 ເຕີບໃຫຍ່ໃນລະດັບ 6.3%

ກໍາປູເຈຍເຄດຄະເນເສດຖະກິດຂອງປະເທດປີ 2025 ເຕີບໃຫຍ່ໃນລະດັບ 6.3%

        ລັດຖະບານກໍາປູເຈຍຍັງມີຄວາມເຊື່ອໝັ້ນວ່າເສດຖະກິດຂອງປະເທດຈະຂະຫຍາຍຕົວໃນລະດັບ 6.3% ໃນປີນີ້.        ພົນເອກ ຮຸນ ມາເນດ ນາຍົກລັດຖະມົນຕີກໍາປູເຈຍ ກ່າວວ່າ: ກໍາປູເຈຍຍັງຮັກສາຄາດຄະເນການເຕີບໃຫຍ່ທາງເສດຖະກິດໃນລະດັບ 6.3% ໃນປີ 2025 ເພີ່ມຂຶ້ນຈາກ 6% ໃນປີ 2024 ແລະ ຄາດວ່າມີທ່າອ່ຽງເຕີບໃຫຍ່ສະເລ່ຍປະມານ…

ທ່ານ ທຣໍາ ຂູ່ເຂດກາຊາມຸ່ນແນ່ນອນ ຖ້າຮາມັດບໍ່ປ່ອຍຕົວປະກັນອິດສະລາແອນທີ່ເຫລືອທັງໝົດ

ທ່ານ ທຣໍາ ຂູ່ເຂດກາຊາມຸ່ນແນ່ນອນ ຖ້າຮາມັດບໍ່ປ່ອຍຕົວປະກັນອິດສະລາແອນທີ່ເຫລືອທັງໝົດ

       ປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ຂູ່ວ່າຈະທໍາລາຍເຂດກາຊາເພີ່ມອີກ ຖ້າຕົວປະກັນຊາວອິດສະລາແອນທີ່ເຫລືອທັງໝົດບໍ່ໄດ້ຮັບການປ່ອຍຕົວ ແລະ ຍື່ນຄໍາຂາດໃຫ້ຜູ້ນໍາກຸ່ມຮາມັດອອກຈາກດິນແດນປາແລັສຕິນ.        ທ່ານ ທຣໍາ ກ່າວວ່າ: ທ່ານສົ່ງທຸກຢ່າງທີ່ຈໍາເປັນໃຫ້ອິດສະລາແອນ ເພື່ອເຮັດວຽກໃຫ້ສໍາເລັດ ລວມທັງລັດຖະບານວໍຊິງຕັນເລັ່ງຈັດຫາອາວຸດມູນຄ່າຫລາຍພັນລ້ານໂດລາສະຫະລັດ.       “ປ່ອຍຕົວປະກັນທັງໝົດຕອນນີ້ ແລະ ສົ່ງຄືນສົບຂອງຄົນທີ່ຖືກສັງຫານທັງໝົດໂດຍທັນທີ,…