ທ່ານ ທຣໍາ ຂູ່ເກັບພາສີນໍາຣັດເຊຍ 100% ຖ້າບໍ່ຢຸດສົງຄາມອູແກຣນໃນ 50 ວັນ ພ້ອມເດີນໜ້າສົ່ງອາວຸດສະໜັບສະໜູນກຽບຜ່ານ NATO

ປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາ ປະກາດມາດຕະການກົດດັນຣັດເຊຍໃຫ້ຢຸດສົງຄາມຢູ່ອູແກຣນ ລະຫວ່າງກອງປະຊຸມກັບທ່ານ ມາກ ຣຸດເຕ ເລຂາທິການ NATO ຢູ່ທໍານຽບຂາວໃນນະຄອນຫລວງວໍຊິງຕັນ ວັນທີ 14 ກໍລະກົດ ໂດຍລະບຸວ່າ: ອາເມລິກາຈະຈັດສົ່ງ “ອາວຸດລະດັບສູງສຸດ” ມູນຄ່າຫລາຍພັນລ້ານໂດລາໃຫ້ອູແກຣນ ຜ່ານທາງປະເທດສະມາຊິກ NATO, ພ້ອມຂູ່ວ່າ: ຣັດເຊຍຈະຕ້ອງຜະເຊີນມາດຕະການພາສີອາກອນຂັ້ນຮຸນແຮງໃນອັດຕາ 100% ຖ້າບໍ່ສາມາດບັນລຸຂໍ້ຕົກລົງຢຸດສົງຄາມກັບອູແກຣນໄດ້ພາຍໃນ 50 ວັນ.
“ເຮົາຈະໃຊ້ມາດຕະການພາສີນໍາເຂົ້າທີ່ຮຸນແຮງ ຖ້າເຮົາບໍ່ມີຂໍ້ຕົກລົງພາຍໃນ 50 ວັນ ເຊິ່ງກໍຄືພາສີນໍາເຂົ້າປະມານ 100%”.
ໂດຍທ່ານ ທຣໍາ ເອີ້ນການເກັບພາສີດັ່ງກ່າວວ່າ: ພາສີຮອງ (Secondary Tariff) ເຊິ່ງປະເທດໃດກໍຕາມທີ່ເຮັດການຄ້າກັບຣັດເຊຍຈະຕ້ອງຜະເຊີນອັດຕາພາສີ 100% ຖ້າຕ້ອງການຂາຍສິນຄ້າໃຫ້ອາເມລິກາ.
ເຈົ້າໜ້າທີ່ທໍານຽບຂາວຊີ້ວ່າ: ການຮຽກເກັບພາສີຮອງດັ່ງກ່າວ ຖືເປັນມາດຕະການຂວໍ້າບາດຂັ້ນທີສອງຕໍ່ປະເທດອື່ນໆ ທີ່ຊື້ນໍ້າມັນຈາກຣັດເຊຍເຊັ່ນ: ຖ້າອິນເດຍຍັງຊື້ນໍ້າມັນຈາກຣັດເຊຍ, ອາເມລິກາຈະຮຽກເກັບພາສີຈາກສິນຄ້າທີ່ນໍາເຂົ້າຈາກອິນເດຍໃນອັດຕາ 100%.
ທ່າທີຂອງທ່ານ ທຣໍາ ຖືເປັນການພິກຈຸດຢືນຜ່ານມາຕໍ່ຣັດເຊຍ ໂດຍລະຫວ່າງຫາລືກັບທ່ານ ຣຸດເຕ, ທ່ານກ່າວວ່າ: “ບໍ່ພໍໃຈ” ຕໍປະທານາທິບໍດີ ວະລາດິເມຍ ປູຕິນ ແລະ ເນັ້ນວ່າ: ຄວາມອົດທົນຂອງທ່ານໄດ້ໝົດລົງໃນທີ່ສຸດ ຫລັງຈາກຜູ້ນໍາຣັດເຊຍຍັງປະຕິເສດຈະຢຸດການຮຸກຮານອູແກຣນທີ່ດໍາເນີນມາເປັນເວລາກວ່າ 3 ປີ.
ຂະນະທີ່ທ່ານ ທຣໍາ ກ່າວວ່າ: ປະເທດສະມາຊິກ NATO ໃນເອີຣົບ ຈະຈັດສົ່ງລູກສອນໄຟຂອງຕົນເອງໄປໃຫ້ອູແກຣນເພື່ອໃຊ້ປ້ອງກັນການໂຈມຕີທາງອາກາດຂອງຣັດເຊຍ ໂດຍອາເມລິກາຈະເປັນຜູ້ຈັດຫາລະບົບທົດແທນໃຫ້ ເຊິ່ງປະເທດເອີຣົບຈະເປັນ “ຜູ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ”.
ເຖິງຢ່າງໃດກໍຕາມ, ທ່ານ ຣຸດເຕ ແລະ ທ່ານ ທຣໍາ ບໍ່ໄດ້ໃຫ້ລາຍລະອຽດກ່ຽວກັບອາວຸດທີ່ຈະສົ່ງໄປກຽບ, ແຕ່ທ່ານ ຣຸດເຕ ກ່າວວ່າ: ຂໍ້ຕົກລົງດັ່ງກ່າວ ລວມທັງ “ລູກສອນໄຟ ແລະ ລູກປືນ” ແລະ ຈະຈັດສົ່ງໄປສະໜາມຮົບໃນອູແກຣນຢ່າງວ່ອງໄວ.
ສ່ວນປະທານາທິບໍດີ ໂວໂລດິເມຍ ເຊເລນສກີ ຂອງອູແກຣນ ໂພສຂໍ້ຄວາມຜ່ານ X ວ່າ: ທ່ານໄດ້ເຈລະຈາກັບທ່ານ ທຣໍາ ພາຍຫລັງທ່ານ ທຣໍາ ພົບປະກັບທ່ານ ຣຸດເຕີ ແລະ ຂອບໃຈທ່ານ ທຣໍາ ສໍາລັບ “ຄວາມເຕັມໃຈທີ່ຈະສະໜັບສະໜູນອູແກຣນ ແລະ ເຮັດວຽກຮ່ວມກັນຕໍ່ໄປ ເພື່ອຢຸດຢັ້ງການສັງຫານໝູ່ ແລະ ສ້າງສັນຕິພາບທີ່ຍືນຍົງ ແລະ ຍຸຕິທໍາ”.
ອ້າງອີງ:

