ໄຟໄໝ້ສູນດູແລຜູ້ສູງອາຍຸໃນສະຫະລັດ ເສຍຊີວິດ 9 ຄົນ ບາດເຈັບ 30 ຄົນ

ສໍານັກຂ່າວຣອຍເຕີລາຍງານເວລາປະມານ 21:30 ຂອງວັນທີ 13 ກໍລະກົດ ເກີດເຫດໄຟໄໝ້ສູນດູແລ ຜູ້ສູງອາຍຸ ໃນເມືອງ ຟໍຣິເວີ ລັດແມສຊາຊູເຊັດ ສະຫະລັດອາເມລິກາ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 9 ຄົນ ແລະ ບາດເຈັບຫຼາຍກວ່າ 30 ຄົນ.

ຕາມການລາຍງານຂອງເຈົ້າໜ້າທີ່ດັບເພີງໃນຕອນເຊົ້າວັນທີ 14 ກໍລະກົດ 2025 ໃຫ້ຮູ້ວ່າ: ໃນເວລາເກີດເຫດມີຜູ້ອາໄສຢູ່ໃນອາຄານ ແກບຽວ ເຮົ້າ (Gabriel House) ປະມານ 70 ຄົນ ເຊິ່ງຕ້ອງໃຊ້ເຈົ້າໜ້າທີ່ຫລາຍກວ່າ 50 ຄົນ ໃນການມອດໄຟ, ປັດຈຸບັນສາມາດຊ່ວຍຜູ້ລອດຊີວິດອອກມາໄດ້ຢ່າງປອດໄພແລ້ວ ແລະ ຂໍສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ເສຍຊີວິດທັງ 9 ຄົນ ແລະ ຄອບຄົວຜູ້ທີ່ໄດ້ຮັບບາດເຈັບອີກດ້ວຍ.
ສໍານັກງານຕໍາຫລວດລັດ ແມສຊາຊູເຊັດ ກ່າວວ່າ ຈະສອບສວນຫາສາເຫດຂອງໄຟໄໝ້ໃນຄັ້ງນີ້ຢ່າງລະອຽດ ເພື່ອຊ່ວຍເຫຼືອຜູ້ປະສົບໄພ.

