GDP ຈີນ ໄຕມາດທີສອງປີນີ້ເຕີບໃຫຍ່ 5.2% ແຕ່ອຸປະສົງໃນປະເທດຍັງບໍ່ແຂງແຮງ

ເສດຖະກິດຂອງຈີນໃນໄຕມາດທີສອງຂອງປີນີ້ເຕີບໃຫຍ່ໃນລະດັບ 5.2% ເຖິງວ່າເກີນຄວາມຄາດໝາຍຂອງຫລາຍຝ່າຍ, ແຕ່ບັນຍາກາດຂອງການບໍລິໂພກພາຍໃນປະເທດຍັງບໍ່ຄຶກຄັກເທົ່າທີ່ຄວນ.
ສໍານັກງານສະຖິຕິແຫ່ງຊາດຈີນ (NBS) ລາຍງານວ່າ: ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 5.2% ໃນໄຕມາດທີສອງຂອງປີນີ້ ຫລື ລະຫວ່າງເດືອນເມສາ-ມິຖຸນາຜ່ານມາ ດ້ວຍແຮງສະໜັບສະໜູນຈາກການສົ່ງອອກທີ່ແຂງແກ່ນ ແລະ ສອດຄ່ອງກັບການຄາດຄະເນຂອງນັກວິເຄາະ ລວມທັງເກີນເປົ້າໝາຍການເຕີບໃຫຍ່ປະຈໍາປີຂອງລັດຖະບານ.
ເຖິງຢ່າງໃດກໍຕາມ, ຕົວເລກທີ່ອອກມາຫລຸດລົງເລັກໜ້ອຍຈາກການຂະຫຍາຍຕົວ 5.2% ຂອງ GDP ໃນໄຕມາດທໍາອິດຂອງປີນີ້ ເຊິ່ງເປັນຜົນມາຈາກຜູ້ປະກອບການເລັ່ງສົ່ງອອກສິນຄ້າ ກ່ອນອາເມລິກາບັງຄັບໃຊ້ພາສີອັດຕາໃໝ່ ໃນຕົ້ນເດືອນເມສາຜ່ານມາ.
ຂະນະທີ່ນັກວິເຄາະເຕືອນວ່າ: ສະຖານະທາງເສດຖະກິດທີ່ແທ້ຈິງຂອງຈີນຍັງບອບບາງ ເນື່ອງຈາກອຸປະສົງຂອງຜູ້ບໍລິໂພກໃນຈີນຍັງບໍ່ຄຶກຄື້ນ ເນື່ອງຈາກເມື່ອວິເຄາະສະເພາະພຽງຍອດຄ້າຍ່ອຍ ພົບວ່າເພີ່ມຂຶ້ນພຽງ 4.8% ເມື່ອທຽບໃສ່ແຕ່ລະປີ ເຊິ່ງຕໍ່າກວ່າການຄາດຄະເນຂອງນັກເສດຖະສາດ ບົ່ງຊີ້ວ່າ: ຄວາມພະຍາຍາມຂອງລັດຖະບານປັກກິ່ງ ເພື່ອກະຕຸ້ນການບໍລິໂພກພາຍໃນປະເທດ ເຊິ່ງເປັນສ່ວນສໍາຄັນຂອງກົນລະຍຸດໃນການປ່ຽນໄປສູ່ຮູບແບບການເຕີບໃຫຍ່ທີ່ຂັບເຄື່ອນດ້ວຍອຸປະສົງເພີ່ມຂຶ້ນ ຍັງບໍ່ປະສົບຜົນຕາມທີ່ຕ້ອງການ.

