ພັກລັດຖະບານສິງກະໂປໄດ້ຮັບໄຊຊະນະໃນການເລືອກຕັ້ງ

       ພັກ PAP (People’s Action Party) ໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວໄປຂອງສິງກະໂປ ໂດຍກວາດບ່ອນນັ່ງສະມາຊິກລັດຖະສະພາ 87 ຈາກ 97 ບ່ອນນັ່ງ ແລະ ເປັນໄຊຊະນະໃນການເລືອກຕັ້ງຄັ້ງທໍາອິດຂອງນາຍົກລັດຖະມົນຕີ ລໍເຣນ ຫວ່ອງ ນັບແຕ່ເຂົ້າຮັບຕໍາແໜ່ງແທນທ່ານ ລີຊຽນລຸງ ໃນປີຜ່ານມາ.

          ການເລືອກຕັ້ງຂອງສິງກະໂປຄັ້ງນີ້ ເຊິ່ງເປັນຄັ້ງທີ 14 ມີຂຶ້ນທ່າມກາງຄວາມກັງວົນຂອງປະຊາຊົນຕໍ່ບັນຫາເງິນເຟີ້, ຄ່າຄອງຊີບ ແລະ ອະນາຄົດສະຖຽນລະພາບທາງເສດຖະກິດຂອງປະເທດ.

        ໂດຍພັກ PAP ໄດ້ຄະແນນ 65.6% ເພີ່ມຂຶ້ນຈາກ 61.23% ໃນການເລືອກຕັ້ງກ່ອນໜ້ານີ້ປີ 2020.

      ຂະນະທີ່ທ່ານ ຫວ່ອງ ກ່າວຂອບໃຈຕໍ່ປະຊາຊົນທີ່ມອບອາຍັດໃນການບໍລິການປະເທດ, ພ້ອມຊີ້ວ່າ: ຜົນການເລືອກຕັ້ງຄັ້ງນີ້ຈະເຮັດໃຫ້ສິງກະໂປຢູ່ໃນຕໍາແໜ່ງທີ່ດີຂຶ້ນໃນການຜະເຊີນສະຖານະການໂລກທີ່ເຕັມໄປດ້ວຍຄວາມວຸ້ນວາຍ.

       ສໍາລັບໄຊຊະນະຂອງພັກ PAP ແລະ ການຄອງສຽງສ່ວນຫລາຍໃນສະພາ ເກືອບຈະເປັນບັນທັດຖານປົກກະຕິໃນການເລືອກຕັ້ງຂອງສິງກະໂປ.

       ໂດຍພັກ PAP ເຊິ່ງນໍາພາສິງກະໂປໃຫ້ຈະເລີນຮຸ່ງເຮືອງ ຜະເຊີນສຽງວິພາກວິຈານໃນການປາບປາມຜູ້ເຫັນຕ່າງ, ຂະນະທີ່ອິດທິພົນຂອງພັກຖືກທ້າທາຍເພີ່ມຂຶ້ນເລື້ອຍໆ ໂດຍກຸ່ມຜູ້ມີສິດເລືອກຕັ້ງລຸ້ນໃໝ່ໃນໄລຍະຫລາຍປີຜ່ານມາ.

         ເຖິງຢ່າງໃດກໍຕາມ, ໃນໄລຍະຫາສຽງ ທ່ານ ຫວ່ອງ ເນັ້ນເຖິງຄໍາສັນຍາວ່າລັດຖະບານຂອງທ່ານຈະນໍາພາສິງກະໂປຜ່ານຜ່າມໍລະສຸມ ແລະ ຄວາມທ້າທາຍຂອງສະຖານະການໂລກ, ແຕ່ເຕືອນວ່າຖ້າພັກຝ່າຍຄ້ານໄດ້ບ່ອນນັ່ງສະມາຊິກລັດຖະສະພາເພີ່ມຂຶ້ນ ພັກ PAP ອາດຕ້ອງສູນເສຍລັດຖະມົນຕີທີ່ມີຄວາມສາມາດ ໃນໄລຍະເວລາທີ່ທໍາມາພິບານເປັນສິ່ງຈໍາເປັນທີ່ສຸດ.

         ກ່ອນໜ້ານີ້, ທ່ານ ຫວ່ອງ ເຄີຍເຕືອນວ່າ: ສິງກະໂປຈະໄດ້ຮັບຜົນກະທົບຢ່າງໜັກຖ້າປະທານາທິບໍດີ ໂດນັລ ທຣໍາ ຂອງອາເມລິກາເດີນໜ້າເກັບພາສີອາກອນຕອບໂຕ້ຕາມທີ່ທ່ານປະກາດໄວ້ ແລະ ສິງກະໂປຈໍາເປັນຕ້ອງເປີດກວ້າງ ແລະ ສົ່ງເສີມປະສິດທິພາບການແຂ່ງຂັນ ລວມທັງອາດຕ້ອງມີການປ່ຽນແປງໂຄງສ້າງທາງເສດຖະກິດຄັ້ງໃຫຍ່ ເພື່ອຮັບມືຕໍ່ຜົນກະທົບດັ່ງກ່າວ.

ອ້າງອີງ: