ຍີ່ປຸ່ນຜະເຊີນສະພາບຂາດເຂີນແຮງງານ ດຶງອັດຕາຫວ່າງງານປີງົບປະມານ 2024 ຫລຸດເຫລືອ 2.5%

        ລັດຖະບານຍີ່ປຸ່ນເປີດເຜີຍຂໍ້ມູນໃນວັນທີ 2 ພຶດສະພາ ລະບຸວ່າ: ອັດຕາຫວ່າງງານໂດຍສະເລ່ຍຂອງຍີ່ປຸ່ນໃນປີງົບປະມານ 2024 ຫລຸດລົງ 0.1 ຈຸດເປີເຊັນຈາກປີກ່ອນໜ້າ ມາຢູ່ 2.5% ຖືເປັນການຫລຸດລົງຄັ້ງທໍາອິດໃນຮອບສອງປີ ທ່າມກາງສະພາບຂາດເຂີນແຮງງານ.

        ກະຊວງກິດຈະການພາຍໃນ ແລະ ການສື່ສານຂອງຍີ່ປຸ່ນ ເປີດເຜີຍວ່າ: ໃນປີງົບປະມານເຊິ່ງສິ້ນສຸດໃນເດືອນມີນາ ຈໍານວນຜູ້ຫວ່າງງານຫລຸດລົງ 30,000 ຄົນ ເຫລືອ 1.75 ລ້ານຄົນ ໃນທາງກົງກັນຂ້າມ ຈໍານວນຜູ້ມີວຽກເຮັດງານທໍາເພີ່ມຂຶ້ນ 370,000 ຄົນ ສົ່ງຜົນໃຫ້ຍອດລວມມີຜູ້ມີວຽກເຮັດງານທໍາສູງເຖິງລະດັບ 67.93 ລ້ານຄົນ ເຊິ່ງເປັນລະດັບສູງສຸດນັບແຕ່ຍີ່ປຸ່ນເລີ່ມມີການເກັບກໍາຂໍ້ມູນທີ່ທຽບຄຽງໄດ້ໃນປີ 1953.

         ເມື່ອພິຈາລະນາລາຍລະອຽດຂອງຜູ້ຫວ່າງງານ ພົບວ່າຈໍານວນຜູ້ທີ່ຖືກເລີກຈ້າງໂດຍນາຍຈ້າງຫລຸດລົງ 20,000 ຄົນຈາກປີງົບປະມານ 2023 ເຫລືອ 220,000 ຄົນ, ຂະນະທີ່ຈໍານວນຜູ້ທີ່ລາອອກຈາກວຽກໂດຍສະໝັກໃຈ ເຊິ່ງມັກເປັນການຍ້າຍວຽກເພື່ອໂອກາດທີ່ດີກວ່າ ຍັງຢູ່ລະດັບ 750,000 ຄົນ.

        ເຖິງວ່າພາບລວມໝົດປີຈະດີຂຶ້ນ, ແຕ່ຖ້າເບິ່ງສະເພາະເດືອນມີນາ ອັດຕາການວ່າງງານພັດເພີ່ມຂຶ້ນເລັກໜ້ອຍຈາກ 2.4% ໃນເດືອນກຸມພາ ມາຢູ່ລະດັບ 2.5%.

       ຂະນະດຽວກັນ, ຂໍ້ມູນອີກດ້ານໜຶ່ງຈາກກະຊວງສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ ສະແດງໃຫ້ເຫັນເຖິງອັດຕາສ່ວນຕໍາແໜ່ງວຽກຫວ່າງຕໍ່ຜູ້ສະໝັກວຽກ (Job Availability Ratio) ໂດຍສະເລ່ຍໃນປີງົບປະມານ 2024 ຢູ່ລະດັບ 1.25 ຫລຸດລົງ 0.04 ຈຸດຈາກປີກ່ອນໜ້າ ໂດຍຕົວເລກນີ້ບົ່ງຊີ້ວ່າ: ມີຕໍາແໜ່ງວຽກເປີດຮັບ 125 ຕໍາແໜ່ງຕໍ່ຜູ້ຫາວຽກທຸກ 100 ຄົນ.

        ເຖິງຢ່າງໃດກໍດີ, ຖ້າເບິ່ງສະເພາະຂໍ້ມູນເດືອນມີນາຫລ້າສຸດ ອັດຕາສ່ວນຕໍາແໜ່ງວຽກຫວ່າງນີ້ປັບເພີ່ມຂຶ້ນ 0.02 ຈຸດຈາກເດືອນກຸມພາ ມາຢູ່ 1.26.