ອິດສະລາແອນໂຈມຕີເມືອງຫລວງຊິຣີ ຖະຫລົ່ມຕຶກກະຊວງປ້ອງກັນປະເທດ ອ້າງປົກປ້ອງຊົນເຜົ່າຊາວດຣູ

ກອງທັບອິດສະລາແອນໂຈມຕີທາງອາກາດໃນນະຄອນຫລວງດາມັສກັສ ຂອງຊິຣີ ໃນວັນທີ 16 ກໍລະກົດ ໂດຍໂຈມຕີຫລາຍເປົ້າໝາຍດ້ານຄວາມໝັ້ນຄົງ ລວມທັງອາຄານກະຊວງປ້ອງກັນປະເທດ, ກອງບັນຊາການທະຫານ ແລະ ບໍລິເວນອ້ອມຮອບທໍານຽບປະທານາທິບໍດີ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 3 ຄົນ ແລະ ບາດເຈັບ 34 ຄົນ.
ອິດສະລາແອນອ້າງວ່າ: ການໂຈມຕີດັ່ງກ່າວເປັນປະຕິບັດການເພື່ອປົກປ້ອງຊົນເຜົ່າດຣູ ຢູ່ແຂວງຊູໄວດາ (Suweida) ທາງພາກໃຕ້ຂອງຊິຣີ ເຊິ່ງມີການພົວພັນໃກ້ຊິດກັບຊາວດຣູໃນອິດສະລາແອນ ພາຍຫລັງເກີດການປະທະກັນລະຫວ່າງກອງກໍາລັງຕິດອາວຸດຊາວດຣູ ກັບກອງກໍາລັງຊົນເຜົ່າເບດູອິນ ເຊິ່ງເປັນຝ່າຍສະໜັບສະໜູນລັດຖະບານຊິຣີ ນັບແຕ່ທ້າຍອາທິດຜ່ານມາ ແລະ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 300 ຄົນ ເຊິ່ງອິດສະລາແອນໄດ້ສົ່ງກໍາລັງທະຫານໄປເມືອງຊູໄວດາ ນັບແຕ່ວັນທີ 14 ກໍລະກົດ.
ໂດຍລັດຖະບານອິດສະລາແອນຍັງຮຽກຮ້ອງໃຫ້ລັດຖະບານຊິຣີຖອນກໍາລັງທະຫານອອກຈາກເມືອງຊູໄວດາ. ໃນຂະນະທີ່ອິດສະລາແອນ, ລັດຖະມົນຕີກະຊວງປ້ອງກັນປະເທດອິດສະລາແອນ ໂພສຂໍ້ຄວາມຜ່ານ X ຢືນຢັນວ່າ: ກອງທັບອິດສະລາແອນຈະ “ຍັງປະຕິບັດການໃນເມືອງຊູໄວດາ ເພື່ອທໍາລາຍກອງກໍາລັງທີ່ໂຈມຕີຊາວດຣູຕໍ່ໄປ ຈົນກວ່າພວກເຂົາຈະຖອນກໍາລັງອອກໄປທັງໝົດ”.
ຂະນະທີ່ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີຂອງອິດສະລາແອນ ກ່າວວ່າ: ກອງທັບອິດສະລາແອນກໍາລັງ “ດໍາເນີນງານເພື່ອຊ່ວຍເຫລືອຊາວດຣູ ແລະ ເພື່ອກໍາຈັດກອງກໍາລັງຂອງລັດຖະບານຊິຣີ”.
ກະຊວງການຕ່າງປະເທດຊິຣີ ໄດ້ອອກຖະແຫລງການພາຍຫລັງເກີດເຫດໂຈມຕີ ໂດຍປະນາມອິດສະລາແອນວ່າ: “ກະທໍາການຮຸກຮານ” ແລະ ຊີ້ວ່າ: ການໂຈມຕີດາມັສກັສ ແລະ ຊູໄວດາຂອງອິດສະລາແອນ “ເປັນສ່ວນໜຶ່ງຂອງນະໂຍບາຍອັນເປັນລະບົບຂອງອິດສະລາແອນ” ທີ່ຕ້ອງການສ້າງຄວາມເຄັ່ງຕຶງ, ຄວາມວຸ້ນວາຍ ແລະ ທໍາລາຍຄວາມໝັ້ນຄົງໃນຊິຣີ”.
ອ້າງອີງ:

