ຈີນຜະເຊີນຄື້ນຄວາມຮ້ອນຮຸນແຮງ ຄວາມຕ້ອງການໄຟຟ້າເພີ່ມສູງເປັນປະຫວັດສາດ

           ຄື້ນຄວາມຮ້ອນຮຸນແຮງຄວບຄຸມພື້ນທີ່ໃນວົງກວ້າງຂອງຈີນຫລາຍວັນຕິດຕໍ່ກັນ ສົ່ງຜົນເຮັດໃຫ້ຄວາມຕ້ອງການໃຊ້ໄຟຟ້າທົ່ວປະເທດເພີ່ມຂຶ້ນເຖິງລະດັບສູງສຸດໃໝ່ເກີນ 1.5 ພັນລ້ານກິໂລວັດ ຕາມຂໍ້ມູນຈາກເຈົ້າໜ້າທີ່ດ້ານພະລັງງານ. ຂະນະທີ່ສໍານັກງານພະລັງງານແຫ່ງຊາດລາຍງານໃນວັນທີ 16 ກໍລະກົດວ່າ: ຈີນທໍາລາຍສະຖິຕິຄວາມຕ້ອງການໃຊ້ໄຟຟ້າສູງສຸດເປັນຄັ້ງທີ 3 ໃນເດືອນນີ້ ສູງກວ່າລະດັບສູງສຸດຂອງປີກ່ອນເຖິງ 55 ລ້ານກິໂລວັດ ແລະ ນັບແຕ່ຕົ້ນລະດູຮ້ອນ ສະຖິຕິການໃຊ້ໄຟຟ້າລະດັບມົນທົນຖືກທໍາລາຍໄປແລ້ວເຖິງ 36 ຄັ້ງ.

            ອິດທິພົນຂອງຄື້ນຄວາມຮ້ອນນີ້ຄວບຄຸມນັບແຕ່ເມືອງໃຫຍ່ທີ່ມີປະຊາກອນໜາແໜ້ນໃນພາກຕາເວັນຕົກສຽງໃຕ້ເຊັ່ນ: ສົງຊິ່ງ ແລະ ເສິງຕູ ໄປຈົນຮອດທ່າເຮືອສໍາຄັນທາງພາກໃຕ້ຂອງກວາງໂຈ ໂດຍນັກອຸຕຸນິຍົມວິທະຍາຊີ້ວ່າ: ປາກົດການດັ່ງກ່າວເປັນຜົນມາຈາກການປ່ຽນແປງສະພາບອາກາດ ແລະ ກາຍເປັນຄວາມທ້າທາຍສໍາຄັນຂອງທາງການຈີນ. ຂະນະດຽວກັນ ສື່ຂອງທາງການຈີນລະບຸວ່າ: ຄວາມກົດອາກາດສູງແບບເຄິ່ງຮ້ອນຊຸ່ມທາງຕາເວັນຕົກສຽງເໜືອ ແລະ ຕາເວັນຕົກສຽງໃຕ້ ເຮັດໃຫ້ອຸນຫະພູມຢູ່ສະຖານີອຸຕຸນິຍົມວິທະຍາ 8 ແຫ່ງສູງເຖິງລະດັບສູງສຸດເປັນປະຫວັດສາດໃນໄລຍະສອງວັນຜ່ານມາ.

            ຜົນກະທົບຈາກຄວາມຮ້ອນອົບເອົ້າບໍ່ໄດ້ຈໍາກັດຢູ່ພຽງການໃຊ້ໄຟຟ້າ, ແຕ່ຍັງກະທົບເຖິງຂະແໜງກະສິກໍາ, ສູນກາງການຜະລິດ ແລະ ທ່າເຮືອສໍາຄັນຫລາຍແຫ່ງ. ຂະນະທີ່ລະບົບສາທາລະນະສຸກທີ່ມີພາລະໜັກຢູ່ແລ້ວຕ້ອງຜະເຊີນແຮງກົດດັນເພີ່ມຂຶ້ນ. ນອກຈາກນີ້ ເນື້ອທີ່ປູກຝັງໄດ້ຮັບຄວາມເສຍຫາຍ ແລະ ລາຍໄດ້ຂອງກະສິກອນຫລຸດລົງ.