WHO ເຕືອນເອີຣົບເລັ່ງສະກັດ “ໝາກສຸກລີງ” ຫລັງຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນ 3 ເທົ່າ ໃນເວລາພຽງສອງອາທິດ
ອົງການອະນາໄມໂລກ (WHO) ຮຽກຮ້ອງໃຫ້ປະເທດໃນເອີຣົບເລັ່ງດຳເນີນການຢ່າງຮີບດ່ວນເພື່ອສະກັດການລະບາດຂອງ “ພະຍາດໝາກສຸກລີງ” (Monkeypok) ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນເຖິງ 3 ເທົ່າໃນໄລຍະສອງອາທິດຜ່ານມາ. ທ່ານ ຮານ ຄລູເກີ ຜູ້ອຳນວຍການອົງການອະນາໄມໂລກປະຈຳພາກພື້ນເອີຣົບ ເປີດເຜີຍວ່າ: ຜູ້ຕິດເຊື້ອພະຍາດໝາກສຸກລີງທົ່ວໂລກໃນປັດຈຸບັນ 90% ຢູ່ໃນພາກພື້ນເອີຣົບ ເຊິ່ງພົບຜູ້ຕິດເຊື້ອແລ້ວໃນ 31 ປະເທດ ແລະ…










