WHO ກຽມປະຊຸມສຸກເສີນ ພິຈາລະນາສະຖານະການພະຍາດໝາກສຸກລີງ ພົບກະຈາຍໄປພື້ນທີ່ໃໝ່ຕໍ່ເນື່ອງ
ອົງການອະນາໄມໂລກກຽມຈັດກອງປະຊຸມເພື່ອພິຈາລະນາພະຍາດໝາກສຸກລີງເປັນພາວະສຸກເສີນດ້ານສາທາລະນະສຸກລະດັບໂລກອີກກາງເດືອນນີ້ ຫລັງພົບຜູ້ຕິດເຊື້ອເພີ່ມຂຶ້ນຕໍ່ເນື່ອງ ແລະ ແພ່ກະຈາຍໄປຫລາຍປະເທດເພີ່ມຂຶ້ນ. ອົງການອະນາໄມໂລກ (WHO) ເປີດເຜີຍວ່າ: ຈຳນວນຜູ້ຕິດເຊື້ອພະຍາດໝາກສຸກລີງທີ່ໄດ້ຮັບລາຍງານມາຈາກທົ່ວໂລກເພີ່ມຂຶ້ນເປັນ 6.027 ຄົນໃນ 58 ປະເທດ ແລະ ພົບຜູ້ເສຍຊີວິດເພີ່ມຂຶ້ນອີກ 2 ຄົນ ສົ່ງຜົນໃຫ້ຈຳນວນຜູ້ເສຍຊີວິດຈາກພະຍາດໝາກສຸກລີງເທື່ອນີ້ເພີ່ມເປັນ 3 ຄົນແລ້ວ ໂດຍຜູ້ຕິດເຊື້ອສ່ວນຫລາຍພົບໃນພາກພື້ນເອີຣົບ,…










