ອິນເດຍ ກຽມຫ້າມໃຊ້ “ປລາສຕິກໃຊ້ແລ້ວຖິ້ມ” 1 ກໍລະກົດນີ້
ວັນທີ 29 ມິຖຸນາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ລັດຖະບານອິນເດຍກຽມຈັດຕັ້ງຫ້ອງຄວບຄຸມສະເພາະ ແລະ ທີມບັງຄັບໃຊ້ກົດໝາຍພິເສດສຳລັບກວດສອບການຜະລິດ, ນຳເຂົ້າ, ຈັດເກັບ, ກະຈາຍ, ຈຳໜ່າຍ ແລະ ໃຊ້ປລາສຕິກປະເພດໃຊ້ເທື່ອດຽວຖິ້ມ (SUP) ທີ່ຜິດກົດໝາຍໄວໆນີ້. ປະກາດທາງການສະບັບໜຶ່ງເນັ້ນຄຳສັ່ງຫ້າມໃຊ້ປລາສຕິກໃຊ້ເທື່ອດຽວຖິ້ມຢ່າງເຕັມຮູບແບບໃນອິນເດຍ ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ກໍລະກົດນີ້….










