Singapore Airlines ແຈກໂບນັດສູງສຸດ 8 ເດືອນ ແລະ ໂບນັດພິເສດໃຫ້ອີກ 1,5 ເດືອນ ຫລັງສ້າງກໍາໄລສູງສຸດເປັນປະຫວັດສາດ

ສາຍການບິນ Singapore Airlines ແຈກໂບນັດສູງສຸດ 8 ເດືອນ ແລະ ຍັງມີໂບນັດພິເສດໃຫ້ພະນັກງານທີ່ຖືກຫລຸດເງິນເດືອນໃນໄລຍະໂຄວິດອີກ 1,5 ເດືອນ ຫລັງສ້າງກໍາໄລສູງສຸດເປັນປະຫວັດສາດ 2.160 ລ້ານໂດລາສິງກະໂປ.

ເອີ້ນໄດ້ວ່າເປັນການສ້າງກໍາໄລສູງສຸດນັບແຕ່ສ້າງຕັ້ງມາ ໂດຍປີງົບການເງິນ 2022 ຫລັງຈາກສະຖານະການໂຄວິດຫລຸດຜ່ອນລົງ ເຮັດໃຫ້ຄົນກັບມາເດີນທາງອີກ ແລະ ມີຍອດຈອງປີ້ເຮືອບິນເພີ່ມຂຶ້ນ ໂດຍສະເພາະເສັ້ນທາງຂອງຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ.

ທັງນີ້, ກໍາໄລສຸດທິຂອງກຸ່ມບໍລິສັດ ເຊິ່ງລວມທັງລາຍຮັບຈາກ Scoot ມີ 2.160 ລ້ານໂດລາສິງກະໂປ. ຍິ່ງໄປກວ່ານັ້ນ ໃນ 3 ເດືອນທໍາອິດຂອງປີ 2023 ບໍລິສັດໃຫ້ບໍລິການຜູ້ໂດຍສານໄປແລ້ວ 26,5 ລ້ານຄົນ ສູງກວ່າໄລຍະໂຄວິດລະບາດໃນປີ 2021 ເຖິງ 6 ເທົ່າ.

ຖ້າຢ້ອນກັບໄປໄລຍະປີ 2021 Singapore Airlines  ຖືເປັນໜຶ່ງໃນສາຍການບິນທີ່ບາດເຈັບໜັກຈາກວິກິດ ໂດຍລາຍງານຜົນຂາດທຶນສຸດທິປະມານ 660 ລ້ານໂດລາສິງກະໂປ ສໍາລັບໄຕມາດເດືອນມັງກອນ-ມີນາ ເຊິ່ງເປັນໄລຍະສຸດທ້າຍຂອງປີງົບປະມານ ນໍາໄປສູ່ການຂາດທຶນສຸດທິປະຈຳປີ 4,27 ພັນລ້ານໂດລາສິງກະໂປ.

ເຖິງຢ່າງໃດກໍຕາມ, ທ່າມກາງຄວາມບໍ່ແນ່ນອນຂອງເສດຖະກິດໂລກ ລວມທັງສະຖານະການເລື່ອງຕົ້ນທຶນທີ່ຍັງບໍ່ດີຂຶ້ນ ອາດມີປັດໄຈລົບ ຫລື ຄວາມສ່ຽງຈະສົ່ງຜົນກະທົບຕໍ່ລາຍຮັບໃນອະນາຄົດ ເຮັດໃຫ້ທຸລະກິດສາຍການບິນຍັງຕ້ອງຜະເຊີນຄວາມທ້າທາຍຮອບດ້ານ.

ອ້າງອີງ:

http://www.businessinsider.com/singapore-airlines-gives…