ຈີນແຊງໜ້າຍີ່ປຸ່ນໃນຖານະເປັນຜູ້ສົ່ງອອກລົດຫລາຍທີ່ສຸດ ໃນໄຕມາດທຳອິດຂອງປີນີ້

 

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 19 ພຶດສະພາ 2023 ຜ່ານມາ, ຈີນ​ຂຶ້ນແຊງໜ້າ​ຍີ່​ປຸ່ນ​ໃນຖານະເປັນ​ຜູ້ສົ່ງ​ອອກ​ລົດ​ ​ທີ່​ຫລາຍທີ່ສຸດ​ຂອງ​ໂລກ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້ ໂດຍໄດ້ຮັບແຮງກະຕຸ້ນຈາກຄວາມຕ້ອງການຂອງລົດໄຟຟ້າ ​ແລະ​ ການສົ່ງມອບລົດໃຫຍ່ໄປສູ່ຣັດ​ເຊຍ.

ອີງຕາມການລາຍງານຂອງສະມາຄົມຜູ້ຜະລິດລົດໃຫຍ່ແຫ່ງປະເທດຈີນ ການ​ສົ່ງ​ອອກ​ລົດ​ໃຫຍ່​ຂອງ​ຈີນ ​ໃນໄລຍະ​ເດືອນ​ມັງກອນ​ຫາ​ເດືອນ​ມີນາ​ ໄດ້​ເພີ່ມ​ຂຶ້ນ 58% ​ເມື່ອ​ທຽບ​ໃສ່​ປີ​ກາຍ​ເປັນ 1,07 ລ້ານ​ຄັນ ແລະ ອີງ​ຕາມ​ສະມາຄົມ​ຜູ້​ຜະລິດ​ລົດໃຫຍ່ໃນ​ຍີ່ປຸ່ນ ຍີ່ປຸ່ນໄດ້ສົ່ງອອກລົດໃຫຍ່ 954,185 ຄັນ ໃນໄຕມາດດຽວກັນ ເພີ່ມຂຶ້ນ 6% ເມື່ອທຽບໃສ່ປີຜ່ານມາ.

ການ​ສົ່ງ​ອອກ​ລົດ​ໃຫຍ່​ຂອງ​ຈີນ​ເຕີບໃຫຍ່ຢ່າງ​ຕໍ່ເນື່ອງ​​ໃນ​ໄຕ​ມາດ​ປັດຈຸບັນ ກຸ່ມອຸດສາຫະກໍາສຳລັບລົດໃຫຍ່ຄາດວ່າ ການສົ່ງອອກຈະເພີ່ມຂຶ້ນ 30% ຕະຫຼອດພາຍໃນປີນີ້ເປັນ 4 ລ້ານຄັນ.

ອ້າງອີງ: https://www.prachachat.net/world-news/news-1296519

จีนเผยยอดส่งออกรถยนต์ไตรมาสแรกโต 58.3% ขึ้นแท่นผู้ส่งออกรถยนต์รายใหญ่ของโลก ล้มญี่ปุ่นแชมป์เก่า