ເວເນຊູເອລາຈະຂາຍນ້ຳມັນ ເປັນສະກຸນເງິນອື່ນທີ່ບໍ່ແມ່ນ ໂດລາສະຫະລັດ
ປະທານາທິບໍດີ ນີໂກລັດ ມາດູໂຣ ຂອງເວເນຊູເອລາ ປະກາດວ່າ: ລັດຖະບານຈະຈຳໜ່າຍນ້ຳມັນ ແລະ ສິນຄ້າອື່ນໆເປັນສະກຸນເງິນອື່ນທີ່ບໍ່ແມ່ນໂດລາສະຫະລັດ ຫວັງຫລຸດຜົນກະທົບຈາກມາດຕະການຂວ້ຳບາດເສດຖະກິດຂອງອາເມລິກາ.
ປະທານາທິບໍດີ ມາດູໂຣ ກ່າວທາງໂທລະພາບທົ່ວປະເທດໃນວັນທີ 8 ກັນຍາຕາມເວລາທ້ອງຖິ່ນວ່າ: ທ່ານຕັດສິນໃຈຈະເລີ່ມຈຳໜ່າຍນ້ຳມັນ, ແກັສ, ຄຳ ແລະ ສິນຄ້າອື່ນໆ ດ້ວຍສະກຸນເງິນໃໝ່ທີ່ບໍ່ແມ່ນໂດລາສະຫະລັດເຊັ່ນ: ຢວນຂອງຈີນ, ເຢນຂອງຍີ່ປຸ່ນ, ຣູເບິລຂອງຣັດເຊຍ, ຣູປີຂອງອິນເດຍ. ເສດຖະກິດເວເນຊູເອລາມີໂອກາດຈະຫລຸດພົ້ນຈາກລະບົບນິຍົມຂອງອາເມລິກາແລ້ວ.
ອາເມລິກາໄດ້ອອກມາດຕະການລົງໂທດເວເນຊູເອລາຄັ້ງໃໝ່ ໂດຍການຫ້າມທະນາຄານອາເມລິກາຊື້ພັນທະບັດໃໝ່ຂອງລັດຖະບານ ຫລື ບໍລິສັດນ້ຳມັນຂອງທາງການເວເນຊູເອລາ, ຫວັງຈຳກັດບໍ່ໃຫ້ເຂົ້າເຖິງຕະຫລາດພັນທະມິດ ແລະ ຕະຫລາດທຶນ. ທຳນຽບຂາວລະບຸວ່າ: ມາດຕະການນີ້ຕ້ອງການສະກັດບໍ່ໃຫ້ລັດຖະບານ ມາດູໂຣ ໄດ້ຮັບເງິນທຶນທີ່ຈະນຳໄປຮັກສາການປົກຄອງທີ່ບໍ່ຍຸຕິທຳ. ຂະນະທີ່ຜູ້ນຳເວເນຊູເອລາປະນາມວ່າ: ເປັນການປິດລ້ອມທາງເສດຖະກິດ ແລະ ທາງການເງິນ. ສ່ວນຟິດເຣດຕິ້ງເຕືອນວ່າ: ເວເນຊູເອລາມີຄວາມສ່ຽງເພີ່ມຂຶ້ນທີ່ຈະຜິດນັດຊຳລະໜີ້ ເພາະມີກຳນົດຊຳລະໜີ້ໃນເດືອນຕຸລາ ແລະ ພະຈິກ ຈຳນວນ 3.800 ລ້ານໂດລາສະຫະລັດ, ແຕ່ມີທຶນສຳຮອງເງິນຕາຕ່າງປະເທດບໍ່ຮອດ 10.000 ລ້ານໂດລາສະຫະລັດ.

