ອີຣານປະຫານຊີວິດຜູ້ຊາຍ 3 ຄົນທີ່ເຂົ້າຮ່ວມປະທ້ວງຕໍ່ຕ້ານລັດຖະບານ ສົ່ງຜົນໃຫ້ປະຊາຊົນຄຽດແຄ້ນຢ່າງໜັກ

ວັນທີ 19 ພຶດສະພາ, ທາງການອີຣານສັ່ງປະຫານຊີວິດຜູ້ຊາຍ 3 ຄົນ ໂດຍອ້າງວ່າຜູ້ຊາຍກຸ່ມດັ່ງກ່າວມີສ່ວນກ່ຽວຂ້ອງຕໍ່ການເສຍຊີວິດຂອງເຈົ້າໜ້າທີ່ 3 ຄົນທີ່ອອກປະຕິບັດໜ້າທີ່ຄວບຄຸມຄວາມສະຫງົບໃນການປະທ້ວງຕໍ່ຕ້ານລັດຖະບານທີ່ເກີດຂຶ້ນໃນປີຜ່ານມາ ສົ່ງຜົນໃຫ້ເກີດກະແສວິພາກວິຈານຢ່າງໜັກຈາກປະຊາຊົນພາຍໃນປະເທດ ແລະ ສັງຄົມໂລກ.

ຄະນະຕຸລາການອີຣານເປີດເຜີຍວ່າ: Majid Kazemi, Saleh Mirhashemi ແລະ Saeed Yaghoubi ຖືກປະຫານຊີວິດຢູ່ເມືອງອິສຟາຮານ ໂດຍລະບຸວ່າຊາຍທັງ 3 ຄົນເຮັດໃຫ້ເຈົ້າໜ້າທີ່ຂອງກອງກໍາລັງທະຫານບາຊິລ (Basij) 2 ຄົນ ແລະ ເຈົ້າໜ້າທີ່ຕໍາຫລວດອີກ 1 ຄົນເສຍຊີວິດໃນວັນທີ 16 ພະຈິກ 2022.

ການປະຫານຊີວິດຊາຍກຸ່ມດັ່ງກ່າວສົ່ງຜົນໃຫ້ຈໍານວນຜູ້ປະທ້ວງທີ່ຖືກແຂວນຄໍຢູ່ອີຣານມີຢ່າງໜ້ອຍ 7 ຄົນ ຫລັງຈາກປີຜ່ານມາ ກະແສການປະທ້ວງໄດ້ເລີ່ມຂຶ້ນທົ່ວປະເທດ ເນື່ອງຈາກປະຊາຊົນຄຽດແຄ້ນຢ່າງໜັກຈາກກໍລະນີການເສຍຊີວິດຂອງນາງ ມາຊາ ອາມິນີ ຊາວເຄີດ ອາຍຸ 22 ປີ ເຊິ່ງເຊື່ອກັນວ່ານາງຖືກຕໍາຫລວດສິນລະທໍາທໍາຮ້າຍຮ່າງກາຍກ່ອນຈະເຂົ້າຈັບກຸມເພາະໃສ່ຮິຢາບບໍ່ຮຽບຮ້ອຍ ຈົນເຮັດໃຫ້ນາງເສຍຊີວິດ ເຊິ່ງຫລັງຈາກນັ້ນ ການປະທ້ວງໄດ້ທະວີຄວາມຮຸນແຮງຂຶ້ນຢ່າງໜັກຈົນສ້າງຄວາມທ້າທາຍໃຫ້ແກ່ລັດຖະບານ.

ສະຖານະການທີ່ເກີດຂຶ້ນຈູດສະນວນຄວາມບໍ່ພໍໃຈໃຫ້ກັບມາເກີດຂຶ້ນອີກ ໂດຍມີປະຊາຊົນບາງສ່ວນອອກມາປະທ້ວງຕາມຖະໜົນໃນເມືອງອິສຟາຮານ ລວມທັງນະຄອນຫລວງເຕຮາລານ ແລະ ເມືອງອື່ນໆອີກປະມານ 2-3 ເມືອງ ຫລັງຈາກທາງການປະກາດວ່າໄດ້ປະຫານຊີວິດຊາຍທັງ 3 ຄົນແລ້ວ.

ອ້າງອີງ:

http://www.reuters.com/…/iran-executes-three-men-over…/