UN ເຜີຍອະຫິວາລະບາດຢູ່ນີເຊຣີ ເສຍຊີວິດ 23 ຄົນ

ສະຫະປະຊາຊາດລາຍງານວ່າ: ອະຫິວາລະບາດທາງພາກເໜືອຂອງນີເຊຣີ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 23 ຄົນ ແລະ ສ່ຽງກະທົບຜູ້ບໍ່ມີບ່ອນຢູ່ຫລາຍພັນຄົນໃນເຫດຄວາມຮຸນແຮງຈາກກຸ່ມຕິດອາວຸດໂບໂກຮາຣາມ.
ໜ່ວຍງານດ້ານມະນຸດສະທຳ ແຫ່ງສະຫະປະຊາຊາດ ລາຍງານວ່າ: ນອກຈາກນີ້ຍັງມີຜູ້ສົງໄສວ່າຕິດເຊື້ອອີກຫລາຍກວ່າ 500 ຄົນທີ່ໄດ້ຮັບການບັນທຶກໄວ້ ນັບແຕ່ເຈົ້າໜ້າທີ່ສາທາລະນະສຸກນີເຊຣີມີລາຍງານຜູ້ຕິດເຊື້ອຄົນທຳອິດໃນເດືອນຜ່ານມາ, ຜູ້ຕິດເຊື້ອສ່ວນຫລາຍມີລາຍງານຢູ່ມູນາກາຣາ ເຊິ່ງເປັນຄ້າຍຜູ້ບໍ່ມີບ່ອນຢູ່ປະມານ 20.000 ຄົນ ນອກເມືອງໄມດູກູຣີ ເຊິ່ງເປັນແຫລ່ງລີ້ຊ້ອນຂອງກຸ່ມຕິດອາວຸດໂບໂກຮາຣາມ, ສ່ວນຜູ້ຕິດເຊື້ອຄົນອື່ນໆມີລາຍງານຢູ່ຄ້າຍຜູ້ບໍ່ມີບ່ອນແບບດຽວກັນຢູ່ພື້ນທີ່ໃກ້ຄຽງ. ພະຍາດອະຫິວາລະບາດຢູ່ລັດບໍໂນຍິ່ງເຮັດໃຫ້ວິກິດດ້ານມະນຸດສະທຳຮຸນແຮງຂຶ້ນໃນພື້ນທີ່ພາກເໜືອຂອງນີເຊຣີ ເຊິ່ງມີຜູ້ບໍ່ມີບ່ອນຢູ່ຫລາຍລ້ານຄົນຈາກການກໍ່ຄວາມຮຸນແຮງຂອງກຸ່ມຕິດອາວຸດໂບໂກຮາຣາມ. ຂະນະທີ່ລັດຖະບານ ແລະ ກຸ່ມບັນເທົາທຸກຢູ່ນີເຊຣີປະສົບບັນຫາໃນການຈັດສັນການຊ່ວຍເຫລືອ.

